Homeຂ່າວພາຍ​ໃນທະນາຄານທີ່ມີຊື່ສຽງ 4 ແຫ່ງ ຮັບເຂົ້າເປັນສະມາຊິກ ກທປ

ທະນາຄານທີ່ມີຊື່ສຽງ 4 ແຫ່ງ ຮັບເຂົ້າເປັນສະມາຊິກ ກທປ

Published on

 

ກອງ​ທຶນ​ປົກ​ປ້ອງ​ຜູ້​ຝາກ​ເງິນ (​ກທປ) ໄດ້​ຈັດ​ພິທີ​ຮັບ​ເອົາ​ທະນາຄານ​ເມ​ແບງ ທະນາຄານ​ມາ​ຣູ​ຮານ ເຈ​ແປນ ທະນາຄານ​ພາບ​ລິກ ແລະ ທະນາຄານ​ການ​ຄ້າ​ໄຊ​ງ່ອນ-ຮ່າ​ໂນ້ຍ ເຂົ້າ​ເປັນ​ສະມາຊິກ ​ກທປ ເຊິ່ງ​ພິທີ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 19 ທັນວາ ທີ່​ໂຮງແຮມ​ດອກ​ຈຳປາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສັນຕິ ພົນ​ເມືອງ​ລາວ ຮອງ​ປະທານ​ສະພາ​ບໍລິຫານ-ຜູ້ອຳນວຍການ ​ກທປ ນອກ​ນີ້ ກໍ​ມີ​ບັນດາ​ຄະນະ​ກົມ​ຈາກ​ທະນາຄານ​ແຫ່ງ ​ສປປ ລາວ ສະມາຊິກ​ສະພາ​ບໍລິຫານ-ຄະນະ​ອຳນວຍ​ການ ​ກທປ ແລະ ຜູ້​ບໍລິຫານ​ລະດັບ​ສູງ​ຈາກ​ທະນາຄານ​ທຸລະ​ກິດ​ຕ່າງໆ ລວມ​ທັງ 4 ທະນາຄານ​ສະມາຊິກ​ໃໝ່​ເຂົ້າ​ຮ່ວມ.

ທ່ານ​ຜູ້ອຳນວຍການ ​ກທປ ໄດ້​ຢືນຢັນ​ເຖິງ​ຜົນງານ​ໃນ​ຮອບ​ໜຶ່ງ​ປີ​ທີ່ ​ກທປ ຍາດ​ມາ​ໄດ້ ໂດຍ​ສະເພາະ ການ​ປະຕິບັດ​ວຽກ​ງານ​ວິຊາ​ສະເພາະ ແມ່ນ​ປະຕິບັດ​ໄດ້​ຕາມ​ແຜນ ບາງ​ດ້ານ​ກໍ່​ເກີນ​ແຜນ ໃນ​ນີ້​ຜິດ​ດ່ຽງ​ລາຍ​ຮັບ-ລາຍ​ຈ່າຍ​ເກີນ​ແຜນ 49% ແລະ ມາ​ຮອດ​ເດືອນ 12/2013 ​ກທປ ມີ​ສະມາຊິກ​ຈຳນວນ 30 ທະນາຄານ ເຊິ່ງ​ເພີ່ມ​ຂຶ້ນ 4 ທະນາຄານ ທັງ​ໝົດ​ນີ້​ໄດ້​ຊໍ່​ສະແດງ​ໃຫ້​ເຫັນ ເຖິງ​ການ​ເຕີບ​ໃຫຍ່​ທາງ​ດ້ານ​ຈຳນວນ​ທຶນ ຄວາມ​ເຂັ້ມແຂງ ແລະ ການ​ຂະຫຍາຍຕົວ​ທາງ​ດ້ານ​ຂະແໜງການ​ທະນາຄານ ທັງ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ຜູ້​ມີ​ເງິນ​ຝາກ​ໃນ​ລະບົບ​ທະນາຄານ ເຮັດ​ໃຫ້​ບັນດາ​ທະນາຄານ​ທຸລະ​ກິດ ສາມາດ​ລະດົມ​ແຫຼ່ງ​ທຶນ​ຈາກ​ພາຍ​ນອກ​ໄດ້​ຫຼາຍ​ຂຶ້ນ ເພື່ອ​ສາມາດ​ສະໜອງ​ສິນ​ເຊື່ອ ປະຕິບັດ​ການ​ຊຳລະ​ສະ​ສາງ ເວົ້າ​ລວມ​ແລ້ວ ສາມາດ​ສ້າງ​ສະພາບ​ຄ່ອງ​ໃນ​ການ​ດຳເນີນ​ທຸລະ​ກິດ​ຂອງ​ຕົນ ໃຫ້​ມີ​ຜົນ​ກຳໄລ​ໃນ​ເງື່ອນໄຂ​ເສດຖະກິດ​ທີ່​ມີ​ການ​ແຂ່ງຂັນ ເພື່ອ​ປະກອບສ່ວນ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ ​ສປປ ລາວ.

ທ່ານ ສັນຕິ ພົນ​ເມືອງ​ລາວ ຜູ້ອຳນວຍການ ​ກທປ ໄດ້​ໃຫ້​ກຽດ​ມອບ​ໃບຢັ້ງຢືນ​ການ​ເຂົ້າ​ເປັນ​ສະມາຊິກ ​ກທປ ໃຫ້​ແກ່​ທະນາຄານ​ເມ​ແບງ ທະນາຄານ​ມາ​ຣູ​ຮານ ເຈ​ແປນ ທະນາຄານ​ພາບ​ລິກ ແລະ ທະນາຄານ​ການ​ຄ້າ​ໄຊ​ງ່ອນ-ຮ່າ​ໂນ້ຍ ໂດຍ​ມີ​ຜູ້​ບໍລິຫານ​ລະດັບ​ສູງ​ຂອງ​ທະນາຄານ​ທັງ 4 ແຫ່ງ​ເປັນ​ຜູ້​ຮັບ ເຊິ່ງ​ບັນດາ​ທະນາຄານ​ດັ່ງກ່າວ ລ້ວນ​ແຕ່​ມີ​ຊື່​ສຽງ ມີ​ທຶນຮອນ ປະສົບ​ການ ການ​ບໍລິການ​ທີ່​ດີ ຢູ່​ໃນ​ບັນດາ​ປະເທດ​ທີ່​ມີ​ສຳນັກງານ​ໃຫຍ່​ຕັ້ງ​ຢູ່ ລວມ​ທັງ​ສາຂາ-ໜ່ວຍ​ບໍລິການ​ໃນ​ປະເທດ​ຕ່າງໆ ການ​ເຂົ້າ​ເປັນ​ສະມາຊິກ ​ກທປ ຍັງ​ເປັນ​ການ​ເພີ່ມ​ຄວາມ​ເຊື່ອ​ໝັ້ນ​ຂອງ​ສັງຄົມ​ຕໍ່​ທະນາຄານ​ດັ່ງກ່າວ ທັງ​ເປັນ​ການຈັດຕັ້ງ​ປະຕິບັດ​ກົດໝາຍ​ຂອງ​ລາວ ແລະ ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂະແໜງການ​ທະນາຄານ ກໍ​ຄື​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ ​ສປປ ລາວ ຕາມ​ແນວທາງ​ຂອງ​ພັກ ແລະ ລັດຖະບານ.

 

ທີ່ມາhttp://www.vientianemai.net/teen/khao/1/10856

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...