Homeຂ່າວພາຍ​ໃນການຜະລິດໄຟຟ້າຫຼຸດແຜນການ ການນຳເຂົ້າເພີ່ມຂຶ້ນສູງ

ການຜະລິດໄຟຟ້າຫຼຸດແຜນການ ການນຳເຂົ້າເພີ່ມຂຶ້ນສູງ

Published on

ການ​ຜະລິດ​ກະແສ​ໄຟຟ້າ​ໃນ​ສົກ​ປີ 2012-2013 ຫຼຸດ​ແຜນການ 3,85% ເຮັດ​ໃຫ້ການ​ນຳ​ເຂົ້າ​ກະແສ​ໄຟຟ້າ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ຊຶ່ງ​ສະເລ່ຍ​ການ​ນຳ​ເຂົ້າ​ກະແສ​ໄຟຟ້າ​ທັງ​ຈາກ​ຕ່າງປະເທດ ແລະ ຊື້​ຈາກ​ບໍລິສັດ​ເອກະ​ຊົນ​ແມ່ນ​ຫຼາຍ​ກວ່າ 50% ລວມ​ມູນ​ຄ່າ​ການ​ນຳ​ເຂົ້າ 142,96 ລ້ານ​ໂດ​ລາ​ສະຫະລັດ ຫຼື 1.000 ກວ່າ​ຕື້​ກີບ.

ອີງ​ຕາມ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ປະຈຳ​ສົກ​ປີ 2012-2013 ເຫັນ​ວ່າການ​ຜະລິດ​ກະແສ​ໄຟຟ້າ​ສົກ​ປີ​ດັ່ງກ່າວ ປະຕິບັດ​ໄດ້​ທັງ​ໝົດ 13.668,04 ລ້ານ​ກິ​ໂລ​ວັດ​ໂມງ ແມ່ນ​ຫຼຸດ​ແຜນການ​ປີ ຖ້າ​ທຽບໃສ່​ສົກ​ປີຜ່ານມາ​ເພີ່ມ​ຂຶ້ນ​ເຖິງ 11%.

ການຈຳໜ່າຍ​ກະແສ​ໄຟຟ້າ​ໃນ​ສົກ​ປີ 2012-2013 ນີ້ ປະຕິບັດ​ໄດ້ 14.294,73 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 755,18 ລ້ານ​ໂດ​ລາ​ສະຫະລັດ ຫຼື 6.000 ກວ່າ​ຕື້​ກີບ ໃນ​ນັ້ນ​ສົ່ງ​ອອກ​ຕ່າງປະເທດ​ຈຳນວນ 11.053,86 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 483,20 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 3.860 ຕື້​ກີບ ແລະ ຈຳໜ່າຍ​ພາຍ​ໃນ 3.240,86 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 286,79 ລ້ານ​ໂດ​ລາ​ສະຫະລັດ ຫຼື 2.290 ຕື້ ກວ່າ​ກີບ.

ຈາກ​ການຈຳໜ່າຍ​ກະແສ​ໄຟຟ້າ​ທີ່​ເຫັນ​ວ່າ​ເພີ່ມ​ຂຶ້ນ ຫຼາຍ​ກວ່າ​ການ​ຜະລິດ​ກະແສ​ໄຟຟ້າ​ທີ່​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້ ເຮັດ​ໃຫ້ການ​ນຳ​ເຂົ້າ​ໄຟຟ້າ​ເພີ່ມ​ຂຶ້ນ ຊຶ່ງ​ໃນ​ປີ​ສົກ​ປີ 2012-2013 ການ​ນຳ​ເຂົ້າ​ກະແສ​ໄຟ​ຈາກ​ປະເທດ​ໄທ ຫວຽດນາມ ແລະ ຈີນ ມີ​ທັງ​ໝົດ 1.479,13 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 80,42 ລ້ານ​ໂດ​ລາ​ສະຫະລັດ ຫຼື 643 ຕື້​ກວ່າ​ກີບ ທຽບໃສ່​ປີຜ່ານມາ​ເພີ່ມ​ຂຶ້ນ 75,6% ແລະ ບໍລິສັດ​ໄຟຟ້າ​ລາວ ຍັງ​ໄດ້​ຊື້​ກະແສ​ໄຟຟ້າ​ຈາກ​ບໍລິສັດ​ຂອງ​ເອກະ​ຊົນ ເພື່ອ​ຈຳໜ່າຍ​ພາຍ​ໃນ​ປະເທດ ຈຳນວນ 1.378,34 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 62,54 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 500 ຕື້​ກີບ ທຽບໃສ່​ປີຜ່ານມາ ເພີ່ມ​ຂຶ້ນ 32,8%.

 

ທີ່ມາhttp://www.vientianemai.net/teen/khao/1/10855

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...