Homeຂ່າວເຫດການອຳນວຍການໃຫຍ່ UNDP ຢ້ຽມຢາມລາວ ເຂົ້າຮ່ວມກອງປະຊຸມ ໂຕະມົນລະດັບສູງ ຄັ້ງທີ 12

ອຳນວຍການໃຫຍ່ UNDP ຢ້ຽມຢາມລາວ ເຂົ້າຮ່ວມກອງປະຊຸມ ໂຕະມົນລະດັບສູງ ຄັ້ງທີ 12

Published on

268

ຂປລ. ໂດຍ​ຕອບ​ສະໜອງ​ຕາມ​ ການ​ເຊື້ອ​ເຊີນ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ,  ​ທ່ານ​ ນາງ ​ເຮ​ເລັນ ຄລາກ ຜູ້ອໍານວຍການໃຫຍ່ອົງການສະຫະປະຊາຊາດ ເພື່ອການພັດທະນາ ພ້ອມ​ດ້ວຍ​ຄະນະ ​ໄດ້​ເດີນທາງ​ມາ​ ​ເພື່ອມາຢ້ຽມຢາມ ສປປ ລາວ ແລະ ​ເຂົ້າຮ່ວມກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 12 ແຕ່​ວັນ​ທີ 26-29 ພະຈິກ 2015, ​ໂດຍ​ມີ​ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານນາງ ຄາຣິນາ ອິມໂມເນັນ, ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາ ສປປ ລາວ ​ແລະ ຄະນະ ອອກ​ຕ້ອນຮັບ​ທີ່ສະຫນາມ​ບິນ​ສາກົນ​ວັດ​ໄຕ.

​ໃນ​​ໄລຍະ​ເຄື່ອນ​ໄຫວ​ຢູ່ນະຄອນຫລວງ​ວຽງ​ຈັນ, ​ທ່ານ​ ນາງ ​ເຮ​ເລັນ ຄລາກ ຈະ​ໄດ້​ພົບ​ປະ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ ສປປ ລາວ ​ແລະ ຈະເປັນ​ປະທານ​ກິດຕິມະສັກ ຮ່ວມ​ກັບ​ ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໃນ​ພິທີ​ເປີດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 12 ​ໃນ​ວັນ​ທີ 27 ພະຈິກ 2015 ​ນີ້. ນອກຈາ​ກນັ້ນ, ທ່ານນາງ ​ເຮ​ເລັນ ​ຄລາກ ​ແລະ ຄະນະ ຈ​ະ​​ເດີນທາງ​ໄປ​​ແຂວງ​ຫລວງ​ພະ​ບາງ ​ເພື່ອຢ້ຽມຢາມ​ໂຄງການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ​ເຄື່ອຂ່າຍ ສປຊ ເປັນຕົ້ນໂຄງການສົ່ງເສີມກະສິກໍາ ແລະ ໂຄງການເກັບກູ້ລະເບີດ, ພ້ອມ​ທັງທ່ຽວ​ຊົມ​ສະຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ ​ແລະ ວັດທະນາ​ທຳ​ຂອງ​ແຂວງ​ຫລວງ​ພະ​ບາງ ໃນໂອກາດສະເຫລີມສະຫລອງ ການ​ເປັນເມືອງມໍລະດົກ​ໂລກ ຄົບຮອບ 20 ປີ ໃນ​ເດືອນທັນວານີ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...