Homeຂ່າວພາຍ​ໃນຂີ້ເຫຍື້ອອະວະກາດແຕກ ສະເທືອນຈຳປາສັກ

ຂີ້ເຫຍື້ອອະວະກາດແຕກ ສະເທືອນຈຳປາສັກ

Published on

ເວລາ 4 ໂມງເຊົ້າ ມື້ນີ້ ວັນທີ 27 ພະຈິກ 2015 ໄດ້ເກີດສຽງດັງຄ້າຍລະເບີດແຕກຢ່າງຮຸນແຮງ ຢູ່ເທິງທ້ອງຟ້າ ບໍລິເວນເມືອງ ບາຈຽງຈະເລີນສຸກ, ເມືອງຈຳປາສັກ,  ແຂວງຈຳປາສັກ. ຫຼັງຈາກສຽງລະເບີດດັງຂຶ້ນ ກໍມີຊິ້ນສ່ວນທີ່ປະຊາຊົນບໍ່ຮູ້ ວ່າແມ່ນຊິ້ນສ່ວນຫຍັງຕົກລົງມາ ຈຳນວນຫຼາຍຊິ້ນ ໃນບັນດາບ້ານ ລົມສັກເໜືອ ເມືອງບາຈຽງຈະເລີນສຸກ, ບ້ານໜອງສາ ແລະບ້ານດອນຕະຫຼາດ ເມືອງຈຳປາສັກ ແຂວງຈຳປາສັກ.
ເບື້ອງຕົ້ນມີປະຊົນຈຳນວນຫຼາຍ ຢືນຢັນເຖິງເຫດການທີ່ເກີດຂຶ້ນຈິງ ແຕ່ແມ່ນເກີດຂຶ້ນເທິງທ້ອງຟ້າ ໂດຍບໍ່ມີປະຊາຊົນໄດ້ຮັບບາດເຈັບ ຫຼືເສຍຊີວິດແຕ່ຢ່າງໃດ. ແລະຫຼາຍຄົນຄາດວ່າຈະເປັນ ເສດວັດຖຸອະວະກາດ ຫຼືຂີ້ເຫຍື້ອອະວະກາດ.
ປະຊາຸຊົນຜູ້ໜຶ່ງບອກວ່າ ສຽງດັງທີ່ເກີດຂຶ້ນນັ້ນແມ່ນດັງແຮງຫຼາຍ ຈົນເຮັດໃຫ້ເຮືອນສັ່ນສະເທືອນ… ສ່ວນເລື່ອງລາວຄວາມຈິງນັ້ນ ຂະນະນີ້ກຳລັງຖືກກວດສອບຈາກ ພາກສ່ວນທີ່ກ່ຽວຂ້ອງຢູ່.
2015-11-27_090939 12212337_1650964298496744_794362084_n 12274296_900729050002977_1823469200995561071_n 12283087_511913895682617_366910083_n 12283110_1731839363710824_1762187874_n 12283244_511913989015941_572358088_n 12286128_1731839353710825_260479522_n 12295484_183624508649797_3420690846104303882_n 12305428_511907915683215_628867613_n 12305470_1731839370377490_918040295_n 12308302_421400828054548_2902463504496138000_n 12309117_1731839357044158_284829257_n 12309459_511907899016550_325082305_n 12312164_511913475682659_1230677677_n
ພາບແລະຂ່າວ: Phoutty Phoutty, ໂທລະໂຄ່ງ ແລະຫຼາຍໆຄົນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...