Homeຂ່າວຕ່າງປະເທດອາຊຽນ-ຈີນ ເພີ່ມທະວີການຮ່ວມມືດ້ານຕຸລາການ

ອາຊຽນ-ຈີນ ເພີ່ມທະວີການຮ່ວມມືດ້ານຕຸລາການ

Published on

400.8

ຂປລ.ຕາມ​ຂ່າວ​ ຕ່າງປະ​ເທດ, ກອງ​ປະຊຸມ ​ໄອ​ຍະ​ການ​ ບັນດາ ​ປະ​ເທດ ​ອາ​ຊຽນ-ຈີນ​ ຄັ້ງທີ 9 ຈັດ​ຂຶ້ນ​ ວັນ​ທີ 25 ພະ​ຈິກນີ້ ຢູ່​ນະຄອນ ໜານ​ໜິງ ​ແຂວງ ກວາງ​ສີ​ ຂອງ​ຈີນ ​ເພື່ອພົບປະ​ ແລກປ່ຽນ ​ບົດຮຽນ ​ດ້ານ​ໄອ​ຍາ​ການ ​ໂດຍ​ສະ​ເພາະ ການລົງ​ເລິກ ​ບັນຫາ ​ກ່ຽວ​ກັບ ​ຄະດີ ​ທີ່​ມີ​ ການ​ພົວພັນ ກັບ​ສາກົນ ພ້ອມ​ທັງ ​ຍົກ​ສູງ​ ການ​ຮ່ວມ​ມື​ ໃນ​ຂົງ​ເຂດ ຕຸລາການ ໃຫ້​ມີ​ ປະສິດທິ​ຜົນ ​ສູງ​ຍິ່ງ​ຂຶ້ນ. ຈາກ​ນັ້ນ ທ່ານ ຫງວຽນ ​ຮ່​ວາ​ບີງ,  ຫົວ​ໜ້າ ໄອ​ຍະ​ການ ​ປະ​ຊາ​ຊົນ ​ສູງ​ສຸດ ຂອງ​ຫວຽດນາມ ​ໄດ້​​ເນັ້ນວ່າ: ການ​ປ້ອງ​ກັນ ​​ແລະ ​ຕໍ່ສູ້​ ບັນດາ ​ອາດຊະຍາ​ກຳ ​ຕ້ອງ​ມີ​ການ​ຮ່ວມ​ມື ສົມທົບ​ກັນ ​ຢ່າງ​ແໜ້ນ​ແຟ້ນ ລະ ຫວ່າງ​ ອົງການ​ ປະຕິບັດ​ ກົດໝາຍ​ ຂອງ​ບັນດາ​ ປະ​ເທດ. ສະນັ້ນ ກອງ​ປະຊຸມ ​ດັ່ງກ່າວ ​ໄດ້​ກາຍ​ເປັນ ​ເວທີ​ປາ​ໄສ ຮ່ວມ​ມື​ ສາກົນ​ ທີ່​ສຳຄັນ ​ກ່ຽວ​ກັບ ​ກົດໝາຍ ​ໃຫ້ມີ​ ປະສິດທິ​ຜົນ ສູງ​ຍິ່ງ​ຂຶ້ນ./.

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...