Homeຂ່າວພາຍ​ໃນມອບ-ຮັບເສັ້ນທາງແຕ່ 3 ແຍກໜອງແຕ່ງ-ບ້ານໃໝ່ ໄລຍະທີ 1

ມອບ-ຮັບເສັ້ນທາງແຕ່ 3 ແຍກໜອງແຕ່ງ-ບ້ານໃໝ່ ໄລຍະທີ 1

Published on

ພິທີ​ມອບ-ຮັບ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ແຕ່ 3 ແຍກ​ໜອງ​ແຕ່ງ-ບ້ານ​ໃໝ່ ໄລຍະ​ທີ 1 ເມືອງ​ສີ​ໂຄດ​ຕະບອງ ນະຄອນຫຼວງ​ວຽງ​ຈັນ ໄດ້​ມີ​ຂຶ້ນ​ວັນ​ທີ 23 ທັນວາ 2013 ຢູ່​ເສັ້ນທາງ​ດັ່ງກ່າວ ໂດຍ​ມີ​ທ່ານ ສຸ​ກັນ ມະຫາລາດ ເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ຮອງ​ເຈົ້າ​ຄອງ ແລະ ແຂກ​ຖືກ​ເຊີນ​ຈາກ​ພາກສ່ວນ​ຕ່າງໆ​ເຂົ້າ​ຮ່ວມ.

ທ່ານ ບຸນ​ແປງ ບົວ​ພັນ ຜູ້ອຳນວຍການ​ລັດ​ວິ​ສາ​ຫະ​ກິດ ພັດທະນາ​ກະສິກຳ-ອຸດສາຫະກຳ ແລະ ບໍລິການ​ຂາ​ອອກ-ຂາ​ເຂົ້າ (​ພກອ) ໃນ​ນາມ​ຜູ້​ຮັບ​ເໝົາ​ໂຄງການ​ໄດ້​ກ່າວ​ວ່າ: ໂຄງການ​ກໍ່ສ້າງ​ເສັ້ນທາງ​ແຕ່ 3 ແຍກ​ເສັ້ນທາງ​ເລກ​ທີ 13 ເໜືອ ບ້ານ​ໜອງ​ແຕ່ງ-ບ້ານ​ໃໝ່ ແມ່ນ​ໂຄງການ​ຂອງ​ພັກ-ລັດ ເວົ້າ​ລວມ ເວົ້າ​ສະເພາະ​ຂອງ ນວ ໄດ້​ມີ​ຄວາມ​ຕັດສິນ​ໃຈ​ສູງ ເພື່ອ​ກໍ່ສ້າງ​ໃຫ້​ເປັນ​ເສັ້ນທາງ​ເຊື່ອມ​ຈອດ​ລະຫວ່າງ​ເສັ້ນທາງ​ເລກ​ທີ 13 ເໜືອ-ຫາ​ເສັ້ນທາງ​ເລກ​ທີ 11 ແຄມ​ຂອງ ເຊິ່ງ​ເປັນ​ເສັ້ນທາງ​ຍຸດ​ທະ​ສາດ​ຂອງ ນວ ເພື່ອ​ແນໃສ່​ອຳນວຍ​ຄວາມ​ສະດວກ​ໃນ​ການ​ສັນຈອນ ໃຫ້​ປະຊາຊົນ​ໄດ້​ຊົມໃຊ້​ທາງ​ເສັ້ນ​ນີ້​ມີ​ຄວາມ​ຍາວ 15,625 ກິໂລແມັດ ແບ່ງ​ເປັນ 2 ໄລຍະ​ຄື: ໄລຍະ​ທີ 1 ຍາວ 7,812 ກິໂລແມັດ ແມ່ນ​ລັດ​ວິ​ສາ​ຫະ​ກິດ ​ພກອ ເປັນ​ຜູ້​ຮັບ​ເໝົາ ແລະ ລົງທຶນ​ກ່ອນ 100% ໂດຍ​ມີ​ໄລຍະ​ການ​ກໍ່ສ້າງ 2 ປີ.

ຜ່ານ​ການ​ປະຕິບັດ​ໂຄງການ​ຕົວ​ຈິງ​ນັບ​ແຕ່​ວັນ​ທີ 10 ມັງກອນ 2012 ເປັນຕົ້ນ​ມາ ມາ​ຮອດ​ປັດຈຸບັນ​ແມ່ນ​ສຳເລັດ 100% ໃນ​ນີ້​ໄດ້​ກໍ່ສ້າງ​ເປັນ​ເສັ້ນທາງ​ເບ​ຕົງ​ເສີມ​ເຫຼັກ​ໜາ 23 ຊັງ​ຕີ​ແມັດ ກວ້າງ 9 ແມັດ ມີ​ທາງ​ຄົນ​ຍ່າງ​ເບື້ອງ​ລະ 1,5 ແມັດ ພ້ອມ​ທັງ​ມີ​ລະບົບ​ລະບາຍ​ນ້ຳ​ສອງ​ຟາກ​ທາງ ແລະ ປ້າຍ​ສັນຍານ​ຄົບ​ຊຸດ ໂຄງການ​ນີ້​ນອກຈາກ​ຈະ​ສ້າງ​ສຳເລັດ​ກ່ອນ​ຄາດໝາຍ ແລະ ຮັບປະກັນ​ຄຸນ​ນະ​ພາບ​ແລ້ວ ຍັງ​ເຫັນ​ວ່າ​ສາມາດ​ປະຢັດ​ທຶນ​ໃຫ້​ພັກ-ລັດ​ເປັນ​ຈຳນວນ​ບໍ່​ໜ້ອຍ ເນື່ອງ​ຈາກ​ມູນ​ຄ່າ​ກໍ່ສ້າງ​ຕາມ​ສັນຍາ​ແມ່ນ 186,21 ຕື້​ກີບ ແຕ່​ການ​ປະຕິບັດ​ຕົວ​ຈິງ​ໃຊ້​ທຶນ​ພຽງ 150,59 ຕື້​ກີບ​ເທົ່າ​ນັ້ນ.

ທ່ີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...