spot_img
Homeຂ່າວພາຍ​ໃນກຳປູເຈຍ ສະເໜີ ຣັດເຊຍ ລົບລ້າງໜີ້ 1,5 ຕື້ໂດລາ ສະຫະລັດ

ກຳປູເຈຍ ສະເໜີ ຣັດເຊຍ ລົບລ້າງໜີ້ 1,5 ຕື້ໂດລາ ສະຫະລັດ

Published on

cambodian_prime_minister_hunsen 400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 24 ພະຈິກ 2015, ທ່ານ ຮຸນ​ແຊ​ນ ນາຍົກ ລັດຖະ ມົນຕີ ກຳປູ​ເຈຍ ​ໄດ້​ສະ​ເໜີ ກັບ ຄູ່​ຮ່ວມ​ ຕຳ​ແໜ່​ງ ຣັດ​ເຊຍ ມີ​ດຕຣີ ​ເມດ​ເວ​ເດັບ ທ່ີ​ພວມ​ຢ້ຽມຢາມ ​ກຳປູ​ເຈຍ​ ​ເປັນ​ເວລາ 3 ວັນ ກ່ຽວກັບ ການລ​ົບລ້າງ​ບ້ວງ​ໜີ້ 1,5 ຕື້​ໂດ​ລາ ສະຫະລັດ ທ່ີ​ປະ​ເທດ​ນີ້ ກູ້​ຢືມ ຣັດ​ເຊຍ ​ໃນ​ຊຸມ​ປີ 1980 ຜ່ານ​ມາ. ພາຍຫລັງ​ ສອງ​ຝ່າຍ ​ພົບປະ​ເຈລະຈາ, ທ່ານ ມີ​ດຕຣີ ​ເມດ​ເວ​ເດັບ ​ໄດ້​ຕົກລົງ​ ບົນ​ຫລັກການ ​ຂອງການ​ລົບລ້າງ​ ​ໃນຍອດ ຈຳນວນ​ໜີ້ 70% ດັ່ງກ່າວ ​ແຕ່​ລາຍ​ ລະອຽດ ສອງ​ຝ່າຍ ຈະ​ປຶກ ສາ​ຫາ ລື​ກັນ ​​ເພີ່ມຕື່ມ​ອີກ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...