Homeອຸບັດເຫດແລະປາກົດການຫຍໍ້ທໍ້ລະວັງກຸ່ມຄົນບໍ່ດີລັກຕັດສາຍໄຟຟ້າ

ລະວັງກຸ່ມຄົນບໍ່ດີລັກຕັດສາຍໄຟຟ້າ

Published on

edl1

ລັດວິສາຫະລັດໄຟຟ້ານະຄອນຫລວງວຽງຈັນ, ໄດ້ອອກມາເຕືອນໃຫ້ປະຊາຊົນມີສະຕິລະວັງຕົວໃນການຊົມໃຊ້ໄຟຟ້າ ແລະ ຊ່ວຍເປັນຫູເປັນຕາໃນການຮັກສາຊັບສີນຂອງລັດ, ພາຍຫລັງມີກຸ່ມຄົນບໍ່ດີຈໍານວນໜຶ່ງເຄື່ອນໄຫວລັກຕັດສາຍໄຟຟ້າໃນຕົວເມືອງ, ດັ່ງກໍລະນີເກີດຂຶ້ນໃນຄືນວັນທີ 15 ພະ ຈິກ 2015ເວລາປະມານ 19:30 ໂມງ, ໄດ້ມີສະພາບໄຟຟ້າແຮງກາງຕົກສອງຄັ້ງຢູ່ສາຍແຈກ MSS 2.5 ບໍລິເວນກົງກັນຂ້າມລະຫວ່າງວັດທາດຝຸ່ນ ແລະ ຫ້ອງວ່າການນະຄອນຫລວງວຽງຈັນ ແລະ ຜ່ານການລົງກວດກາຂອງພະນັກງານວິຊາການກ່ຽວຂ້ອງພົບວ່າສາຍປາລາຟຸດຂອງສາຍໃຕ້ດິນເຟສ A ມີຮ່ອງຮອຍຖືກຕັດແຕ່ບໍ່ຂາດ ແລະ ໃກ້ຄຽງ

ບໍລິເວນດັ່ງກ່າວພົບເຫັນໝວກ ແລະ ເກີບຖືກຖິ້ມໄວ້, ເຊິ່ງນັ້ນຄືຫລັກຖານທີ່ຢືນຢັນວ່າມີກຸ່ມຄົນບໍ່ດີພະຍາຍາມລົງມາລັກຕັດສາຍໄຟຟ້າໃຕ້ດິນໃນຈຸດດັ່ງກ່າວ ແລະ ສະພາບລັກຕັດເອົາສາຍໄຟແລະ ອຸປະກອນໄຟຟ້ານີ້ແມ່ນມັກເກີດມີເລື້ອຍໆ,ດັ່ງນັ້ນ ເພື່ອສະກັດກັ້ນປາກົດການອັນບໍ່ດີດັ່ງກ່າວ, ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມໃຫ້ພ້ອມກັນເປັນຫູເປັນຕາຕິດຕາມສອດແນມຊ່ວຍພາກສ່ວນກ່ຽວຂ້ອງ ແລະ ຖ້າພົບເຫັນການເຄື່ອນໄຫວທີ່ບໍ່ດີແມ່ນໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ລົງມາແກ້ໄຂໃຫ້ທັນການຫລືແຈ້ງຫາພາກສ່ວນກ່ຽວຂ້ອງທີ່ໝາຍເລກໂທລະສັບ 021-243565 ເພື່ອປະກອບສ່ວນເຂົ້າໃນປົກປັກຮັກສາຊັບສົມບັດຂອງລັດ ແລະ ຜົນປະໂຫຍດຂອງທຸກຄົນໃນສັງຄົມ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...