spot_img
HomeມູມໄອທີລາວXiaomi ເປີດໂຕ Mi Pad 2 ແທັບເລັດລະບົບປະຕິບັດການ Windows 10

Xiaomi ເປີດໂຕ Mi Pad 2 ແທັບເລັດລະບົບປະຕິບັດການ Windows 10

Published on

image

ໃນງານຖະແຫຼງຂ່າວທີ່ປັກກິ່ງ, Xiaomi ບໍລິສັດຜະລິດໂທລະສັບມືຖືອັນດັບຕົ້ນໆຂອງຈີນ ກໍໄດ້ມີການເປີດໂຕຜະລິດຕະພັນໃໝ່ຢ່າງເປັນທາງການກໍຄື ສະມາກໂຟນ ແລະ ສະມາກໂຮມ, ໜຶ່ງໃນນັັ້ນແມ່ນ Mi Pad 2 ທີ່ເປັນແທັບເລັດລະບົບປະຕິບັດການ Windows 10 ອີກນຳ. ໃນຂະນະທີ່ລຸ້ນທຳອິດນັ້້ນແມ່ນໃຊ້ຊິບປະມວນຜົນຈາກ Nvidia Tegra K1, ແຕ່ວ່າປີນີ້ພັດວ່າປ່ຽນມາເປັນຊິບປະມວນຜົນຈາກ Intel ແທນ.
*ໝາຍເຫດ: Mi Pad 2 ນີ້ໜ້າຈະມາພ້ອມກັັບລະບົບປະຕິບັດການ Android ແລະ Windows ພາຍໃນເຄື່ອງດຽວ (ບໍ່ແນ່ໃຈ)

ສະເປັກໂດຍລວມຂອງ Xiaomi Mi Pad 2 :

– ໜ່ວຍປະມວນຜົນ: Intel Atom Quad-core X5-Z8500, 2.24GHz

– ແຣມ: 2GB dual-channel LPDDR3 RAM

– ພື້ນທີ່ຈັດເກັບໃນເຄື່ອງ: 64GB

– ໜ້າຈໍ: ຂະໜາດ 7.9 ນິ້ວ ເຊິ່ງໃຊ້ຈໍ IPS | ຄວາມລະອຽດ 2048 x 1536, 326PPI

– ກ້ອງ: ກ້ອງຫຼັງ 8MP f/2.0 | ກ້ອງໜ້າ 5MP

– ແບັດເຕີຣີ: 6190mAh ດ້ວຍ 5V/2A ຮອງຮັບການສາກແບບໄວ

– ຂະໜາດ: 200.4 x 132.6 x 6.95 ມມ

– ນ້ຳໜັກ: 322 ກາຣມ

– ສີ: ສີເທົາເຂັ້ມ ແລະ ສີທອງ

ຈະວາງຂາຍໃນຊ່ວງເດືອນທັນວານີ້ ໃນລາຄາ 1,299 ຢວນ (1.660.000 ກີບ) ທີ່ປະເທດຈີນ

ທີ່ມາ: Windowscentral

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...