spot_img
Homeວົງການສື່ມວນຊົນສື່ມວນຊົນ ເປັນໃຈກາງໃນການເຊື່ອມໂຍງກັນ

ສື່ມວນຊົນ ເປັນໃຈກາງໃນການເຊື່ອມໂຍງກັນ

Published on

4976c31e12c35a3661248e9903494982

ກອງ​ປະຊຸມ​ສຳ​ມະ​ນາ​ໃນຫົວຂໍ້ “ສື່​ມວນ​ຊົນ​ອາ​ຊຽນ​ເກັບກຳ​ຂ່າວ​ງານ​ບຸນ​ໃຫຍ່​ດ້ານ​ວັດ​ທະນະ​ທຳ” ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງວັນ​ທີ 23-26 ພະຈິກ 2015 ໂຮງແຮມ​ລ້ານ​ຊ້າງ ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະທານຂອງ​ທ່ານ ສະຫວັນ​ຄອນ ຣາຊ​ມຸນ​ຕຣີ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ຖະແຫຼງ​ຂ່າວ ວັດທະນະ​ທຳ ແລະ ທ່ອງ​ທ່ຽວ ພ້ອມດ້ວຍ​ສື່​ມວນ​ຊົນ​ຈາກ​ປະເທດ​ອາຊຽນ​ເຂົ້າ​ຮ່ວມ.

ໃນ​ໄລຍະ​ກອງ​ປະຊຸມ ຜູ້​ເຂົ້າຮ່ວມ​ຈະ​ໄດ້​ນຳ​ສະເໜີ​ກ່ຽວ​ກັບງານ​ບຸນ​ໃຫຍ່​ດ້ານ​ວັດທະນະທຳຂອງ​ປະເທດ​ຕົນ ແລະ ປະສົບປະການ​ໃນ​ການ​ນຳ​ສະເໜີ​ຂ່າວ ສິ່ງ​ທີ່​ຄວນ​ປະຕິບັດ​ຂອງ​ສື່ກ່ຽວກັບ​ງານ​ບຸນ​ໃຫຍ່​ດ້ານ​ວັດທະນະທຳ ພ້ອມ​ດຽວ​ກັນ​ຍັງ​ຈະ​ໄດ້​ໄປທ່ຽວ​ຊົມ​ງານ​ບຸນ​ໃຫຍ່​ວັດທະນະທຳ ແລະ ແຫຼ່ງ​ທ່ອງ​ທ່ຽວ​ທາງດ້ານ​ວັດທະນະທຳ ໃນ​ນະຄອນຫຼວງ​ວຽງ​ຈັນ ເຊັ່ນ: ບຸນ​ນະ​ມັດສະການ​ພະ​ທາດຫຼວງ​ວຽງ​ຈັນ ແລະ ອື່ນໆ.

ໂອກາດ​ນີ້​ທ່ານ ສະຫວັນ​ຄອນ ຣາຊ​ມຸນ​ຕຣີ ໄດ້​ກ່າວ​ວ່າ: ການສຳ​ມະ​ນາ​ຄັ້ງ​ນີ້ ເປັນ​ສ່ວນ​ໜຶ່ງ​ໃຫ້ສື່​ມວນ​ຊົນ​ເຊື່ອມ​ໂຍງ​ກັນ​ເອງ ແລະ ປະຊາຊົນ​ອາ​ຊຽນ ເຊື່ອມໂຍງ​ດ້ານ​ວັດທະນະທຳ​ອາ​ຊຽນ ເພື່ອ​ກ້າວ​ໄປ​ສູ່​ປະຊາ​ຄົມ​ອາ​ຊຽນ ເຊິ່ງ​ໄດ້​ຖືກ​ຮັບຮອງ​ເອົາ​ໃນ​ກອງປະຊຸມ​ຄັ້ງ​ທີ 11 ຂອງ​ລັດ​ຖະ​ມົນຕີ​ອາ​ຊຽນ​ທີ່​ຮັບຜິດຊອບ​ວຽກ​ງານຖະແຫຼງ​ຂ່າວ ທີ່​ນະຄອນຫຼວງ​ກົວລາ​ລຳ​ເປີ ປະເທດ​ມາ​ເລ​ເຊຍ 2012 ທີ່​ຜ່ານ​ມາ.

ທ່ານ​ກ່າວ​ເນັ້ນ​ວ່າ: ຜູ້ນຳ​ອາຊຽນ​ຈະ​ໄດ້​ຮ່ວມ​ກັນ​ປະກາດ​ການສ້າງຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ຢ່າງເປັນ​ທາງ​ການ ໃນ​ທ້າຍ​ປີ 2015 ສື່​ມວນ​ຊົນ​ສາມາດ​ສ້າງ​ຄວາມເຂົ້າໃຈ​ກັນ​ໃຫ້​ຫຼາຍ​ຂຶ້ນ ລະຫວ່າງນັກ​ຂ່າວ​ອາ​ຊຽນ​ເອງ ແລະ ສົ່ງເສີມ​ການ​ໄປມາຫາສູ່​ລະຫວ່າງປະຊາຊົນ​ອາ​ຊຽນ “ນັກ​ຂ່າວ​ມີບົດບາດ​ເປັນໃຈ​ກາງ​ເພື່ອ​ສົ່ງເສີມການ​ເຊື່ອມ​ໂຍງ​ອາ​ຊຽນ ແລະ ສ້າງ​ຄວາມ​ສາມັກຄີ ​ເພື່ອ​ຊຸກຍູ້​ອາ​ຊຽນ​ໃຫ້​ກ້າວ​ໄປ​ສູ່​ຈຸດໝາຍ​ປາຍທາງ​ອັນ​ດຽວ​ກັນ” ທຸກ​ປະເທດອາ​ຊຽນ​ ອຸດົມສົມບູນ​ໄປ​ດ້ວຍ​ວັດທະນະ​ທຳ ແລະ ຮີດຄອງ​ປະເພນີອັນ​ດີງາມ​ມາ​ແຕ່​ດົນ​ນານ ແຕ່​ລະປະເທດ​ແມ່ນ​ປະກອບ​ໄປ​ດ້ວຍຫຼາຍ​ຊົນເຜົ່າ ແລະ ແຕ່​ລະ​ຊົນເຜົ່າ​ລ້ວນ​ແຕ່​ມີ​ວັດທະນະທຳ ພາສາ​ປາກ​ເວົ້າ ເຄື່ອງ​ແຕ່ງ​ກາຍ ວິຖີຊີວິດ ຂະ​ນົບ​ທຳນຽມ ແລະ ຮີດຄອງ​ປະເພນີ​ທີ່​ເປັນ​ເອກະລັກ​ຂອງຕົນ ພວກ​ເຂົາເຈົ້າ​ເຫຼົ່າ​ນີ້​ຢູ່​ຮ່ວມກັນ​ຢ່າງ​ກົມກຽວ ​ໂດຍປາ​ສະຈາກ​ການ​ຂັດ​ແຍ່ງ​ກັນ.

ໃນ​ໄລຍະ​ກອງ​ປະຊຸມ​ຄັ້ງ​ນີ້ ຜູ້ຊ່ຽວຊານ​ລາວ​ດ້ານ​ສື່​ມວນ​ຊົນ ດ້ານ​ທ່ອງ​ທ່ຽວ ແລະ ດ້ານ​ວັດທະນະ​ທຳ ຈະ​ໄດ້​ນຳ​ສະເໜີ ແລະ ແລກປ່ຽນ​ປະສົບ​ປະການ​ກ່ຽວ​ກັບການ​ລາຍ​ງານ​ຂ່າວກ່ຽວ​ກັບ​ວັດທະນະ​ທຳ ການທ່ອງທ່ຽວ​ທາງດ້ານ​ວັດທະນະທຳ ​ຂະ​ນົບ​ທຳນຽມ ຮີດຄອງ​ປະເພນີ ແລະ ວິຖີ​ຊີວິດຂອງ​ປະຊາຊົນ​ລາວ​ບັນດາເຜົ່ານຳ​ອີກ ເຊິ່ງ​ເປັນ​ໂອກາດ​ອັນ​ດີ ຜ່ານ​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ໄດ້​ເຮັດໃຫ້ການ​ໂຄສະນາ​ປະຊາສຳພັນການທ່ອງທ່ຽວ ທາງ​ດ້ານ​ວັດ​ທະນະ​ທຳ​ຂອງ​ລາວ ກໍ່​ຄື​ການ​ຮຽນຮູ້​ວັດທະນະທຳຂອງ​ບັນດາ​ປະເທດ​ໃນ​ອາ​ຊຽນ​ໃຫ້​ຫຼາຍ​ຂຶ້ນ​ກວ່າເກົ່າ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...