Homeຂ່າວພາຍ​ໃນປະກາດສ້າງຕັ້ງສະພາການຄ້າຈີນ ປະຈຳລາວ ສາຂາແຂວງຝູຈ້ຽນ

ປະກາດສ້າງຕັ້ງສະພາການຄ້າຈີນ ປະຈຳລາວ ສາຂາແຂວງຝູຈ້ຽນ

Published on

658eea2136ed5c09c39faa8922018e26

ກອງ​ປະຊຸມ​ໃຫຍ່​ຜູ້ຕາງໜ້າ​ສະມາຊິກ​ສະພາ​ການ​ຄ້າ​ຈີນ ປະຈຳ ​ສປປ ລາວ ສາຂາ​ແຂວງ​ຝູ​ຈ້ຽນ ຄັ້ງ​ທີ 1 ໄດ້​ຈັດ​ຂຶ້ນ​ວັນ​ທີ 18 ພະຈິກ 2015 ທີ່​ເຂດ​ເສດຖະກິດ​ພິເສດ​ສາມຫຼ່ຽມ​ຄຳ ແຂວງ​ບໍ່​ແກ້ວ ໂດຍ​ເປັນປະທານ​ຂອງ​ທ່ານ ຈ້າວ ເວີຍ ປະທານ​ສະພາ​ບໍລິຫານ​ເຂດ​ເສດຖະກິດພິເສດ​ສາມຫຼ່ຽມ​ຄຳ ທ່ານ ສົມ​ລິດ ສີ​ພາ​ວັນ ຮອງ​ເຈົ້າແຂວງ​ບໍ່​ແກ້ວ ທ່ານ ຈັນທະ​ວີ ໂພທິ​ສານ ຮອງ​ສະພາບໍລິຫານ​ເຂດ​ເສດຖະກິດ​ພິເສດສາມຫຼ່ຽມ​ຄຳ ພ້ອມ​ດ້ວຍ​ສະ​ມາຊິກ​ນັກທຸລະກິດ​ຈາກ​ສະມາຄົມການ​ຄ້າ​ຈີນ ປະຈຳ​ລາວ ສາຂາແຂວງ​ຝູ​ຈ້ຽນ ແລະ ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ.

ທ່ານ ຈ້າວ ໂຊ ຊີ້ ຕາງໜ້າສະພາ​ການ​ຄ້າ​ຈີນ​ສາຂາ​ແຂວງຝູ​ຈ້ຽນ ໄດ້​ກ່າວ​ວ່າ: ຜ່ານ​ມາ​ນັກທຸລະ​ກິດ​ຂອງ​ແຂວງ​ຝູ​ຈ້ຽນ ​ສປ ຈີນ ໄດ້​ເຂົ້າ​ມາ​ລົງທຶນ​ໃນ​ລາວຫຼາຍ​ຂຶ້ນ​ ເປັນຕົ້ນ​ແມ່ນ​ ກະສິກຳ ການ​ຄ້າ ແລະ ທຸລະ​ກິດ​ອື່ນໆ ຈຶ່ງ​ເປັນ​ທີ່​ມາ​ໃຫ້​ພວກ​ເຮົາ​ໄດ້​ມີການ​ເຕົ້າໂຮມ​ກັນ​ເປັນ​ກຸ່ມ​ກ້ອນ ສ້າງຕັ້ງ​ສະມາຄົມ​ການ​ຄ້າ​ລາວ-ຈີນ​ຝູ​ຈ້ຽນ​ຂຶ້ນ ​ເພື່ອ​ແລກປ່ຽນ​ບົດຮຽນ​ທາງ​ທຸລະ​ກິດໃຫ້​ຄວາມ​ຮູ້ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນມາ ເຖິງ​ວັນ​ທີ 25 ກຸມພາ 2015 ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນຈາກ​ລັດຖະບານ​ລາວ ສະມາຄົມດັ່ງກ່າວ​ ຈຶ່ງ​ໄດ້​ສະເໜີ​ສ້າງຕັ້ງຫ້ອງການ​ຂຶ້ນ​ ເພື່ອ​ເປັນ​ເວທີ​ແລກປ່ຽນ​ການ​ຄ້າ​ໃຫ້​ແກ່​ນັກທຸລະກິດແຂວງ​ຝູ​ຈ້ຽນ​ໃນ​ລາວ ສ້າງ​ໃຫ້​ມີການ​ສົ່ງເສີມ​ການ​ຄ້າ​ແບບ​ໃໝ່ ​ທີ່ໄດ້​ຮັບ​ການ​ສະໜັບສະໜູນ​ຈາກລັດຖະບານ ກໍ່​ຄືແຂວງ​ບໍ່​ແກ້ວ ແລະ ເຂດ​ເສດຖະກິດ​ພິເສດ​ສາມຫຼ່ຽມ​ຄຳ ແລະ ມາ​ເຖິງ​ວັນ​ທີ 14 ກັນຍາ 2015 ສະມາຄົມ​ໄດ້​ມີການ​ແຕ່ງຕັ້ງ​ໜ້າທີ່​ຮັບຜິດຊອບໃຫ້​ແຕ່​ລະ​ກຸ່ມ​ໃນ 6 ແຂວງ​ພາກເໜືອຄື: ແຂວງ​ບໍ່​ແກ້ວ ຫຼວງ​ນ້ຳທາ ຫຼວງ​ພະ​ບາງ ອຸດົມ​ໄຊ ຜົ້ງ​ສາລີ ແລະ ແຂວງ​ວຽງ​ຈັນ ແຂວງລະ 10 ທ່ານ ແລະ ມີ​ຫ້ອງການປະສານ​ງານ​ຂອງ​ສະມາຄົມ​ການຄ້າ​ຈີນ ​ປະຈຳ​ລາວ ສາຂາ​ແຂວງຝູ​ຈ້ຽນ ຢູ່​ເຂດ​ເສດຖະກິດ​ພິເສດສາມຫຼ່ຽມ​ຄຳ ແລະ ຕອນ​ທ້າຍກອງ​ປະຊຸມ​ ຍັງ​ໄດ້​ປ່ອນ​ບັດ​ເລືອກຕັ້ງ​ເອົາ​ຄະນະ​ບໍລິຫານ​ງານ ຈຳນວນ 4 ທ່ານ ຕື່ມ​ອີກ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...