spot_img
Homeຂ່າວການສຶກສາເຍົາວະຊົນປະຖົມສົມບູນໜອງບົວທອງໃຕ້ ຮຽນຮູ້ມູນເຊື້ອ ປະທານສຸພານຸວົງ

ເຍົາວະຊົນປະຖົມສົມບູນໜອງບົວທອງໃຕ້ ຮຽນຮູ້ມູນເຊື້ອ ປະທານສຸພານຸວົງ

Published on

SPS_00981-650x433

ໃນຕອນເຊົ້າວັນທີ 20 ພະຈິກ 2015 ທີ່ ອະນຸສອນສະຖານ ທ່ານ ປະທານສຸພານຸວົງ ບ້ານໂພນສະອາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ທ່ານ ອາຈານ ນາງ ພູກ້ຽງ ກິນນະວົງ ຮອງອໍານວຍການ ໂຮງຮຽນປະຖົມສົມບູນໜອງບົວທອງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ຄູ ອາຈານ ໄດ້ນໍາພາບັນດານ້ອງນ້ອຍນັກຮຽນ ຈໍານວນ 50 ນ້ອງ ທີ່ມີຄວາມກ້າວໜ້າດ້ານການຮຽນ ມີລະບຽບວິໄນ ແລະ ຄູນສົມບັດດີ ຄົບຕາມມາດຖານ ເງື່ອນໄຂ ໃນໂອກາດໄດ້ຮັບການຄັດເລືອກ ເຂົ້າເປັນສະມາຊິກໃໝ່ກອງເຍົາວະຊົນ 2 ທັນວາ ເຂົ້າຢ້ຽມຊົມ ແລະ ຮຽນຮູ້ມູນເຊື້ອປະຫວັດສາດ ຂອງອະດີດຜູ້ນໍາພັກ-ລັດ ໂດຍສະເພາະມູນເຊື້ອ ການຕໍ່ສູ້ອັນພິລະອາດຫານ ແລະ ແບບແຜນວິທີເຮັດວຽກຂອງອະດີດປະທານສຸພານຸວົງ.

ທ່ານຮອງອໍານວຍການ ໂຮງຮຽນປະຖົມສົມບູນໜອງບົວທອງໃຕ້ ໄດ້ໃຫ້ຮູ້ວ່າ ການນໍາພາບັນດານ້ອງໆນັກຮຽນເຂົ້າຢ້ຽມຊົມ ອະນຸສອນສະຖານ ທ່ານ ປະທານສຸພານຸວົງ ໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການ ຄໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ກໍຄື ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ທັງເປັນການສະແດງຄວາມຮູ້ບຸນຄຸນ ຜູ້ນໍາພັກ-ລັດ ແລະ ເພື່ອປຸກຈິດສໍານຶກໃຫ້ເຍົາວະຊົນ ອະນຸຊົນຄົນຮຸ່ນຫຼັງ ມີນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນ ແລະ ຮຽນຮູ້ແບບແຜນການດໍາລົງຊີວິດ ມູນເຊື້ອການຕໍ່ສູ້ອັນພິລະອາດຫານ ສະຫຼາດສ່ອງໃສ ຂອງອະດີດການນໍາພັກ-ລັດ.

 

ແຫລ່ງຂ່າວ: ວຽງຈັນວັນນີ້

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...