spot_img
Homeວົງການສື່ມວນຊົນM20 ນາງ ສຸຕິລັກ ອິນທະວົງ ຄອງມົງກຸດ Miss laos 2015

M20 ນາງ ສຸຕິລັກ ອິນທະວົງ ຄອງມົງກຸດ Miss laos 2015

Published on

miss laos 2015

ຄືນວັນທີ 21 ພະຈິກຜ່ານມາ, ການປະກວດຮອບສຸດທ້າຍຂອງນາງສາວລາວປະຈຳປີ 2015, ໄດ້ມີຂຶ້ນໃນຄໍ່າຄືນວັນທີ 21 ພະຈິກນີ້, ທີ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງວຽງຈັນ, ໂດຍມີທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ພ້ອມດ້ວຍຄະນະກຳມະການຜູ້ຊົງຄຸນນະວຸດທິ ແລະ ມວນຊົນເຂົ້າຮ່ວມຊົມເປັນຈຳນວນຫລາຍ.

ການປະກວດນາງສາວລາວປະຈຳປີ 2015 ອັນດັບທີໜຶ່ງ ໄດ້ແກ່ M20ນາງ ສຸຕິລັກ ອິນທະວົງ ຕົວແທນຈາກນະຄອນຫລວງວຽງຈັນ ຄອງຕຳແໜ່ງອັນຊົງກຽດ ເປັນນາງສາວລາວປະຈຳປີ2015 (Miss Laos) ໄດ້ຮັບລົດໃຫຍ່ເຊບໂລເລັດ ສະປາກ ມູນຄ່າ 130 ລ້ານກີບ 1 ຄັນ, ເງິນສົດ 50 ລ້ານ

ກີບ, ມຸງກຸດເພັດ ມູນຄ່າ 30 ກວ່າລ້ານກີບ, ສາຍສະພາຍເງິນ, ຊຸດຄຳໜັກ 2 ບາດ, ບັນຊີເງິນຝາກທະນາຄານຮ່ວມພັດທະນາ 10 ລ້ານກີບ ແລະ ຂອງລາງວັນຈາກຜູ້ໃຫ້ການສະໜັບສະໜູນອີກຈຳນວນໜຶ່ງ ແລະ ຍັງໄດ້ຮັບຕຳແໜ່ງນາງສາວສຸຂະພາບດີ ໄດ້ຮັບເງິນສົດ 5 ລ້ານກີບ, ຮອງອັນດັບທີໜຶ່ງ ໄດ້ແກ່M18 ນາງ ປູລັດດາ ສາຍດອນໂຂງ ຕົວແທນຈາກ ແຂວງອັດຕະປື ໄດ້ຮັບເງິນສົດ 30 ລ້ານກີບ ພ້ອມສາຍສະພາຍເງິນ, ບັນຊີເງິນຝາກ 5 ລ້ານກີບ ແລະ ຂອງລາງວັນອື່ນໆ, ພ້ອມທັງໄດ້ຮັບຕຳແໜ່ງນາງສາວຂວັນໃຈຊ່າງພາບ ແລະ ນາງສາວຂວັນໃຈມະຫາຊົນ ຕຳແໜ່ງລະ 5 ລ້ານກີບ, ຮອງອັນດັບທີສອງ ໄດ້ແກ່M11 ນາງ ອານິດາ ມິ່ງບຸບຜາ ຕົວແທນຈາກ ແຂວງຫລວງພະບາງ ແລະ M5 ນາງ ທິດດາວັນ ບຸນຍາລິດ ຕົວແທນຈາກ ແຂວງຈຳປາສັກ ໄດ້ຮັບເງິນສົດຜູ້ລະ20 ລ້ານກີບ, ພ້ອມສາຍສະພາຍເງິນ, ບັນຊີເປັນຝາກທະນາ ຄານຮ່ວມພັດທະ ນາ 5 ລ້ານກີບ ແລະ ຂອງລາງວັນອື່ນໆ ແລະ ຮອງອັນດັບສາມ ໄດ້ແກ່ M3ນາງ ເພັດມະນີ ພິລາຄົງ ຕົວແທນຈາກນະຄອນ ຫລວງວຽງຈັນ, ໄດ້ຮັບເງິນສົດ 10 ລ້ານກີບ ພ້ອມສາຍສະພາຍ, ເງິນຝາກບັນຊີທະນາຄານຮ່ວມພັດ ທະນາ 5ລ້ານກີບ ແລະ ຂອງລາງວັນຈາກຜູ້ໃຫ້ການສະໜັບສະໜູນອີກຢ່າງຫລວງຫລາຍ.

ນອກຈາກນີ້ M9 ນາງສາວ ມາລິນີ ອິນທະວົງ ຕົວແທນຈາກນະຄອນຫລວງວຽງຈັນ ໄດ້ຮັບຕໍາແໜ່ງນາງສາວມິດຕະພາບ, M12 ນາງ ກິຕ້າ ລັດຕະນະວົງ ຕົວແທນຈາກແຂວງວຽງຈັນ ໄດ້ຮັບຕຳແໜ່ງນາງສາວໜ້າໃສສຸຂະພາບດີ ໄດ້ຮັບເງິນສົດຜູ້ລະ 5 ລ້ານກີບ ແລະ ຂອງລາງວັນຕ່າງໆຢ່າງຫລວງຫລາຍ.

ໂຄງການປະກວດນາງສາວລາວ ໄດ້ເລີ່ມຂຶ້ນແຕ່ວັນທີ 24 ຕຸລາ 2015, ໂດຍມີຈຸດປະສົງໃຫ້ຜູ້ທີ່ເຂົ້າຮ່ວມປະກວດໄດ້ມີໂອກາດຮຽນຮູ້ວັດທະນະທຳ, ກິລິຍາມາລະຍາດ, ຮີດຄອງປະເພນີ, ເສີມສ້າງຄວາມຮູ້ຮອບຕົວ, ການນຸ່ງຖືຕະຫລອດຮອດວິທີການແຕ່ງຕົວ, ການຮັກສາສຸຂະພາບ ແລະ ອື່ນໆ, ຊຶ່ງນາງສາວທີ່ໄດ້ຮັບຕຳແໜ່ງອັນຊົງກຽດນີ້ ຍັງຈະໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມໄລຍະໃໝ່, ທັງເປັນການສົ່ງເສີມຄຸນລັກສະນະ ພ້ອມທັງກິລິຍາມາລະຍາດຂອງແມ່ຍິງລາວໃຫ້ສົມກັບເປັນຜູ້ສືບທອດ ແລະ ເຜີຍແຜ່ວັດທະນະທຳລາວ ໃຫ້ກັບຕ່າງປະເທດໄດ້ຮັບຮູ້ຄວາມເປັນລາວ, ສົມກັບເປັນຜູ້ທີ່ໄດ້ຮັບການຝຶກຝົນຫລໍ່ຫລອມພື້ນຖານວັດທະນະທຳຂອງລາວມາແຕ່ບູຮານນະການຄື: ງາມທັງກາຍ, ທັງຈິດໃຈ, ມາລະຍາດວາດຊົງ, ຄວາມອ່ອນນ້ອມຖ່ອມຕົນ, ຄວາມເອື້ອ ເຟື້ອເຜື່ອແຜ່, ຄວາມດຸໝັ້ນອົດທົນ, ມີຄວາມຮູ້ສາມາດ, ຄວາມບໍລິສຸດຈົງຮັກພັກດີຕໍ່ຄອບຄົວ ແລະ ປະເທດຊາດ ທັງເປັນການຂຸດຄົ້ນຄວາມສາມາດທີ່ບົ່ມຊ້ອນ ແລະ ຫົວຄິດປະດິດສ້າງຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດຢ່າງແທ້ຈິງ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...