Homeຂ່າວພາຍ​ໃນລາວຈະເປັນເຈົ້າພາບຈັດກອງປະຊຸມ ການເຊື່ອມໂຍງດ້ານການຄ້າ

ລາວຈະເປັນເຈົ້າພາບຈັດກອງປະຊຸມ ການເຊື່ອມໂຍງດ້ານການຄ້າ

Published on

9320b5e0a3548b27fe356d0294d4c8d7

ກອງ​ປະຊຸມ​ຄະນະ​ບໍລິຫານໂຄງການ​ເຊື່ອມ​ໂຍງ​ເຂົ້າ​ສາກົນ ດ້ານ​ການ​ຄ້າ (EIF) ໄດ້​ຈັດ​ຂຶ້ນວັນ​ທີ 18 ພະຈິກ 2015 ທີ່​ໂຮງແຮມ​ລາວ​ພລາ​ຊາ ນະຄອນຫຼວງວຽງ​ຈັນ ເປັນ​ປະທານ​ຂອງ​ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດ​ຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດ​ສາ​ຫະກຳ ແລະ ການ​ຄ້າ ມີ​ບັນດາ​ປະເທດ​ທີ່​ໃຫ້​ທຶນ 20 ກວ່າ​ປະເທດ ແລະ ຜູ້​ສະໜັບສະໜູນ​ແກ່ 51 ປະເທດ​ໃນ​ໂລກ​ເຂົ້າ​ຮ່ວມ.

ທ່ານ ສົມ​ຈິດ ອິນ​ທະ​ມິດ ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່ EIF ທີ່​ໄດ້​ໃຫ້ການ​ສະໜັບສະໜູນທາງ​ດ້ານ​ວິຊາ​ການ ແລະ ທຶນຮອນ​ເຂົ້າ​ໃນ​ການ​ພັດທະນາ ແລະ ຈັດ​ຕັ້ງ​ປະຕິບັດ​ບັນດາ​ແຜນຍຸດ​ທະ​ສາດ​ຂອງ​ລາວ ແຕ່​ປີ 2004 ພ້ອມ​ກັນ​ນີ້ ກໍ່​ຍັງ​ຈະ​ສືບຕໍ່ສະໜັບສະໜູນ​ແກ່​ບັນດາ​ກິດ​ຈະກຳ​ ທີ່​ໄດ້​ກຳນົດ​ໄວ້​ໃນ​ໄລຍະ​ທີສອງ ເຊິ່ງ​ຮຽກຮ້ອງ​ໃຫ້​ມີ​ການປ່ຽນແປງ​ແນວທາງ​ໃນ​ການ​ບໍ​ລິຫານ​ໂຄງການ ​ເພື່ອ​ສະແດງ​ໃຫ້ເຫັນ​ເຖິງ​ປະສົບ​ການ ແລະ ຄວາມ​ສາມາດ​ຂອງ​ປະເທດ​ດ້ອຍພັດທະນາ​ກັບ​ການ​ຂະຫຍາຍຂອບ​ບຸລິມະສິດ ສຳລັບ​ໂຄງການໄລຍະ​ທີ​ສອງ ແລະ ບັນດາ​ແນວຄິດ​ເພື່ອ​ສົ່ງເສີມ​ຄວາມ​ເປັນ​ເຈົ້າການ ແລະ ເປັນ​ຜູ້ນຳ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ.

ທ່ານ​ນາງ Yvette Stenvens ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້ຕາງໜ້າ​ຖາວອນ​ຂອງ​ປະເທດ​ຊີລາ​ລີ​ໂອນ ປະຈຳ​ອົງການ​ສະຫະປະຊາ​ຊາດ ແລະ ອົງການ​ການຄ້າ​ໂລກ ທີ່​ເຈ​ນີ​ວາ ທັງ​ເປັນ​ປະທານ EIF ກ່າວ​ວ່າ: ນີ້​ແມ່ນ​ຂັ້ນຕອນ​ສຸດ​ທ້າຍ​ຂອງ EIF ໄລຍະທີ​ໜຶ່ງ​ແລ້ວ ແລະ ນີ້​ຈະ​ເປັນ​ໝາກຜົນ​ສຳຄັນ​ທີ່​ຈະ​ກ້າວ​ຕໍ່​ໃສ່​ໄລຍະ​ທີສອງ ເຊິ່ງ​ຈະ​ເລີ່ມ​ຈັດ​ຕັ້ງ​ປະຕິບັດແຕ່​ວັນ​ທີ 1 ມັງກອນ 2016 ເປັນຕົ້ນ​ໄປ ປະກອບ​ມີ: ການ​ແຕ່ງຕັ້ງຜູ້​ຈັດການ​ກອງ​ທຶນ​ຫຼາຍ​ຝ່າຍ​ສຳລັບ EIF ໄລຍະ​ສອງ ແລະ ຮັບຮອງ​ເອົາ​ບັນດາ​ໜ້າ​ວຽກ​ຕ່າງໆ ເຊັ່ນ: ພາລະ​ບົດບາດ ແລະ ໜ້າທີ່​ຂອງ​ການ​ບໍລິຫານ ການ​ຄຸ້ມຄອງ ຕາຕະລາງ​ແຜນ​ງານ ການຄຸ້ມ​ຄອງ​ຄວາມ​ສ່ຽງ​ສະບັບ​ປັບປຸງບັນດາ​ແຜນ​ງານ​ໃໝ່ ​ແນວ​ຄວາມຄິດ​ທີ່​ຄຸ້ມ​ຄ່າ​ທາງ​ດ້ານ​ການ​ເງິນ ແລະ ຮູບ​ແບບ​ໃໝ່​ຂອງ​ບັນດາເອກະສານ​ສຳລັບ​ໄລຍະ​ທີ​ສອງ (2016-2022).

ກອງ​ປະຊຸມ​ຄະນະ​ບໍລິຫານ EIF ຈັດ​ຂຶ້ນ 3 ຄັ້ງ​ຕໍ່​ປີ ເລີ່ມ​ແຕ່​ປີ 2014 ເປັນຕົ້ນ​ມາ ຄະນະ​ດັ່ງກ່າວ​ໄດ້​ມີ​ການ​ຕົກລົງ​ໃຫ້​ມີ​ການຈັດ​ກອງ​ປະຊຸມ ໂດຍ​ແມ່ນ​ປະເທດ​ດ້ອຍ​ພັດທະນາ​ເປັນ​ເຈົ້າພາບ ເຊິ່ງ ​ສປປ ລາວ ເປັນ​ປະເທດ​ທີ 2 ທີ່​ຈັດ​ກອງ​ປະຊຸມ​ດັ່ງກ່າວ​ຕໍ່​ຈາກ​ປະເທດກຳ​ເບຍ (Gambia).

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...