spot_img
Homeຂ່າວພາຍ​ໃນລາວ ເປັນເຈົ້າພາບຈັດກອງປະຊຸມຄະນະບໍລິຫານ ການເຊື່ອມໂຍງເຂົ້າສາກົນດ້ານການຄ້າ

ລາວ ເປັນເຈົ້າພາບຈັດກອງປະຊຸມຄະນະບໍລິຫານ ການເຊື່ອມໂຍງເຂົ້າສາກົນດ້ານການຄ້າ

Published on

4-1

ກອງປະຊຸມຄະນະບໍຫານໂຄງການເຊື່ອມໂຍງ ເຂົ້າສາກົນ ດ້ານການຄ້າໄດ້ເປີດກອງປະຊຸມຄັ້ງທີ 21 ຂຶ້ນທີ່ນະຄອນຫຼວງວຽງຈັນ ໃນຕອນເຊົ້າທີ 18 ພະຈິກນີ້ ໂດຍການເປັນປະ ທານຮ່ວມຂອງທ່ານ ສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍ ວ່າການກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ນາງ ອີເວເຕ ສະເຕເວັນ (MS. Yvet te Ste- vens) ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນຂອງ ປະເທດຊີລາລີໂອນປະຈຳ ອົງການສະ ຫະປະຊາຊາດ ແລະ ອົງການໆຄ້າໂລກທັງ ເປັນປະທານຂອງໂຄງການ ເຊື່ອມໂຍງເຂົ້າສາກົນດ້ານການຄ້າ ຊຶ່ງມີຄະນະບໍລິຫານໂຄງ ການທີ່ມາຈາກບັນດາປະເທດ ດ້ອຍພັດ ທະນາ, ຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.
ໂຄງການເຊື່ອມໂຍງເຂົ້າ ສາກົນດ້ານການຄ້າ (EIF) ແມ່ນໂຄງການຊ່ວຍເຫຼືອທາງ ດ້ານການຄ້າເພື່ອສະໜັບສະ ໜູນແກ່ບັນດາປະເທດດ້ອຍ ພັດທະນາ (LDC) ເພື່ອນຳໃຊ້ ວຽກງານການຄ້າຂັບເຄື່ອນສຳ ລັບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຫຼຸຸດຜ່ອນຄວາມທຸກຍາກ. ປະຈຸບັນໂຄງ ການດັ່ງ ກ່າວໄດ້ຮັບການສະໜັບ ສະໜູນຈາກ 23 ປະເທດຜູ້ໃຫ້ທຶນ ແລະ ການສະໜັບສະໜູນແກ່ 51 ປະເທດໃນທົ່ວໂລກ.
ທ່ານ ສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມ ແລະ ສະແດງຄວາມຂອບໃຈ (EIF)  ທີ່ໄດ້ໃຫ້ການ ສະ ໜັບສະ ໜູນທາງດ້ານວິຊາການ ແລະ ທຶນຮອນເຂົ້າໃນການພັດທະນາ  ແລະ  ຈັດຕັ້ງປະຕິບັດບັນດາ ແຜນຍຸດທະສາດ ຂອງ ສປປ  ລາວ ແຕ່ປີ 2004.
ທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນ ຂອງປະເທດ ຊີລາລີໂອນ ປະຈຳອົງການສະຫະປະຊາ ຊາດ ແລະ ອົງການການຄ້າ ໂລກ, ທັງເປັນປະທານຂອງ (EIF) ໄດ້ກ່າວວ່າ “ນີ້ແມ່ນຂັ້ນ ຕອນສຸດທ້າຍຂອງ (EIF) ໄລ ຍະທີໜຶ່ງແລ້ວ ແລະ ຈະເປັນ ໝາກຜົນສຳຄັນທີ່ຈະກ້າວຕໍ່ໃສ່ ໄລຍະທີສອງ ຊຶ່ງຈະເລີ່ມຈັດ ຕັ້ງປະຕິບັດ ແຕ່ວັນທີ 1 ມັງ ກອນ 2016 ເປັນຕົ້ນໄປ. ໃນນີ້ ລວມມີ:ການແຕ່ງຕັ້ງຜູ້ຈັດ ການກອງທຶນຫຼາຍຝ່າຍສຳລັບ (EIF) ໄລຍະສອງ ແລະ ການ ຮັບຮອງເອົາບັນດາໜ້າວຽກ ຕ່າງໆເຊັ່ນ: ພາລະ ບົດບາດ ແລະ ໜ້າທີ່ຂອງການບໍລິຫານ ແລະ ຄຸ້ມຄອງ (EIF) ຕາຕະ ລາງແຜນງານ ແລະ ຄຸ້ມຄອງ ຄວາມສ່ຽງສະບັບປັບປຸງ, ແຜນງານຕໍ່ການບໍລິຫານການ ປ່ຽນແປງ ແລະ ບັນດາຄູ່ມື ແນະນຳ ເພື່ອຄວາມຍືນຍົງ. ຄະນະບໍລິຫານຍັງຈະໄດ້ຮ່ວມ ກັນປຶກສາຫາລືບັນດາແຜນ ງານໃໝ່ທີ່ມີປະສິດທິຜົນ, ແຜນຍຸດທະສາດດ້ານຂໍ້ມູນຂ່າວ ສານຂອງ EIF ແນວຄວາມ ຄິດທີ່ຄຸ້ມຄ່າທາງດ້ານການເງິນ ແລະ ຮູບແບບໃໝ່ຂອງບັນດາ ເອກະສານ EIF ສຳລັບໄລ ຍະທີສອງ (2016-2022)”.
ກອງປະຊຸມຄະນະບໍລິ ຫານ EIF ຈັດຂຶ້ນ 3 ຄັ້ງຕໍ່ປີ. ເລີ່ມແຕ່ປີ 2014 ເປັນຕົ້ນມາ, ຄະນະດັ່ງກ່າວໄດ້ມີການຕົກ ລົງໃຫ້ມີການຈັດກອງປະຊຸມ ຄະນະບໍລິຫານນີ້ຂຶ້ນ ຢູ່ປະ ເທດດ້ອຍພັດທະນາ ຊຶ່ງ ສປປ ລາວ ເປັນປະເທດທີສອງທີ່ ຈັດກອງປະຊຸມຄະນະບໍລິຫານ EIF ໂດຍຄັ້ງທຳອິດແມ່ນຢູ່ ປະເທດ ກຳເບຍ (Gambia).

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...