Homeຂ່າວພາຍ​ໃນສາລະວັນ ຄາດວ່າ 2 ເມືອງ ຈະໃຫ້ສຳເລັດການ ເກັບກ່ຽວເຂົ້າໃນເດືອນນີ້

ສາລະວັນ ຄາດວ່າ 2 ເມືອງ ຈະໃຫ້ສຳເລັດການ ເກັບກ່ຽວເຂົ້າໃນເດືອນນີ້

Published on

5-1

ຫວ່າງບໍ່ດົນມານີ້ ທ່ານ ໄຊຊະນະ ສີສະຫວັດ ກຳມະການພັກເມືອງ ຫົວໜ້າ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງລະຄອນເພັງ ແຂວງ ສາລະວັນ ໄດ້ລາຍງານຕໍ່ສື່ ມວນຊົນໃນທ້ອງຖິ່ນວ່າ: ການ ເກັບກ່ຽວເຂົ້ານາປີຂອງຊາວ ເມືອງລະຄອນເພັງປີນີ້ ແມ່ນ ສຳເລັດ 100% ສຳລັບເຂົ້າດໍ, ສ່ວນເຂົ້າກາງແມ່ນ 70%,
ເປັນແນວພັນເຂົ້າທ່າດອກຄຳ ແລະ ເຂົ້າໂພນງາມ 3, ໃນເນື້ອ ທີ່ທຳການຜະລິດທັງໝົດ 16 ພັນເຮັກຕາ, ໃນນັ້ນເນື້ອທີ່ຈຸດ ສຸມ 5 ພັນເຮັກຕາ, ແຕ່ປະຕິ ບັດ 5.200 ເຮັກຕາ, ສະເລ່ຍ ສະມັດຖະພາບແມ່ນ 5 ໂຕນ/ ເຮັກຕາ, ສ່ວນເນື້ອທີ່ທົ່ວໄປ ແມ່ນ 4,3-4,5 ໂຕນ/ເຮັກຕາ, ຄາດຄະເນການເກັບກ່ຽວຈະໃຫ້ສຳເລັດໃນ ເດືອນ ພະຈິກນີ້. ນອກນັ້ນທາງເມືອງຍັງໄດ້ກະ ກຽມເນື້ອທີ່ປູກພືດລະດູແລ້ງ ຕື່ມອີກ ຊຶ່ງມີເນື້ອທີ່ທັງໝົດ 884 ເຮັກຕາ, ພືດທີ່ປູກມີຄື: ຝ້າຍ, ສາລີ, ຖົ່ວດິນ, ໝາກ ແຕງ, ໝາກໂມ, ໝາກກ້ວຍ, ໝາກເຂືອ, ໝາກເຜັດ ແລະ ພືດຜັກອື່ນໆ ເພື່ອເປັນການ ແກ້ໄຂຊີວິດການເປັນຢູ່ຂອງບັນດາພໍ່ແມ່ປະຊາຊົນພາຍໃນ ເມືອງຂອງຕົນໃຫ້ດີຂຶ້ນ ກວ່າເກົ່າ.
ໃນໂອກາດດຽວກັນນີ້ ທ່ານ ສຸກສາຄອນ ລາດຊະພົນ ຫົວໜ້າຫ້ອງການກະສິກຳ- ປ່າໄມ້ເມືອງວາປີແຂວງສາລະ ວັນ ກໍແຈ້ງວ່າ: ສຳລັບຢູ່ເມືອງ ວາປີ ແມ່ນມີເນື້ອທີ່ທຳ ການຜະລິດທັງໝົດ 12.500 ເຮັກ ຕາ, ແຕ່ປະຕິບັດຕົວຈິງໄດ້ 12.344 ເຮັກຕາ, ໃນນັ້ນເຂດ ຈຸດສຸມມີ 5.200 ເຮັກຕາ, ປະ ຕິບັດຕົວຈິງໄດ້ 4 ພັນກວ່າ ເຮັກຕາ, ຄາດຄະເນຜົນຜະລິດ ປີນີ້ຈະໄດ້ 48 ພັນກວ່າໂຕນ,  ສະເລ່ຍສະມັດຖະພາບເຂດ ຈຸດສຸມ 5,8 ໂຕນ/ເຮັກຕາ, ສະ ເລ່ຍສະມັດຖະພາບເຂດທຳ ການຜະລິດທົ່ວໄປ 3,9 ໂຕນ/ ເຮັກຕາ, ສ່ວນການເກັບກ່ຽວ ແມ່ນສຳເລັດ 60%, ສ່ວນພືດ ລະດູແລ້ງແມ່ນມີເນື້ອທີ່ທັງ ໝົດ 3.450 ເຮັກຕາ, ໃນນັ້ນ ນາແຊງມີ 3.250 ເຮັກຕາ ແລະ ເນື້ອທີ່ປູກພືດ 200 ເຮັກ ຕາ ເປັນຕົ້ນກໍແມ່ນພືດຜັກ, ເມື່ອສົມທຽບກັບໄລຍະ 40 ປີ ຜ່ານມາ ເຫັນໄດ້ວ່າວຽກງານ ກະສິກຳຂອງພວກເຮົາແມ່ນ ໂຕນກັນຫຼາຍ ເພາະ ວ່າເນື້ອທີ່ ທຳການຜະລິດຂອງພວກເຮົາ ກໍໜ້ອຍ, ການເຮັດນາກໍແມ່ນ ໃຊ້ແຕ່ຄວາຍ, ແຕ່ປະຈຸບັນນີ້ ສ່ວນໃຫຍ່ແມ່ນນຳໃຊ້ເຄື່ອງ ກົນຈັກ, ຜົນການຜະລິດກໍສູງ ໃນໄລຍະກ່ອນຜົນຜະລິດໄດ້ ພຽງແຕ່ 1-2 ໂຕນ/ເຮັກຕາ, ການຜະລິດກໍມີແຕ່ລະດູດຽວ, ອາໄສແຕ່ທຳມະຊາດເປັນຫຼັກ, ແຕ່ປະຈຸບັນນີ້ມີຮອດ 2 ລະດູ ຄື: ລະດູຝົນ ແລະ ລະດູແລ້ງ, ສະເລ່ຍສະມັດຖະພາບກໍຕົກ ຢູ່ໃນ 3-4 ໂຕນຕໍ່ເຮັກຕາ, ຖ້າ ເປັນເນື້ອທີ່ຈຸດສຸມກໍຕົກຢູ່ໃນ 4-5 ໂຕນ/ເຮັກຕາ, ຊີວິດການ ເປັນຢູ່ຂອງປະຊາຊົນ ກໍເຫັນ ໄດ້ວ່ານັບມື້ນັບດີຂຶ້ນເລື້ອຍໆ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...