spot_img
Homeຂ່າວການພັດທະນາຍີ່ປຸ່ນໃຫ້ການຊ່ວຍເຫຼືອ ໂຄງການກໍ່ສ້າງ ແລະ ຂະຫຍາຍໂຮງຮຽນ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອ ໂຄງການກໍ່ສ້າງ ແລະ ຂະຫຍາຍໂຮງຮຽນ

Published on

0263429195da43592cbaf64182a2f0e1

ລັດຖະບານ​ຍີ່ປຸ່ນ​ໃຫ້ການ​ຊ່ວຍເຫຼືອ​ລ້າ ​ມູນ​ຄ່າ 437.769 ໂດລາ​ສະຫະລັດ ປະມານ 3,6 ຕື້ກວ່າ​ກີບ ເພື່ອ​ກໍ່ສ້າງ ແລະ ຂະຫຍາຍ​ອາຄານ​ຮຽນ 5 ແຫ່ງ ທີ່ແຂວງ​ໄຊ​ຍະ​ບູ​ລີ ຊຽງ​ຂວາງ ຫົວພັນ ແລະ ແຂວງ​ຈຳປາ​ສັກ ພາຍໃຕ້​ໂຄງການ​ເສີມ​ສ້າງ​ຄວາມ​ໝັ້ນຄົງ​ຂອງ​ມະນຸດ​ຮາກ​ຖານ ຫຼື GGP.

ສຳລັບ 5 ໂຄງການ ປະກອບມີ ການ​ກໍ່ສ້າງ​ໂຮງຮຽນ​ປະຖົມສົມບູນ​ຜາ​ຊາງ ເມືອງ​ໄຊ​ຍະ​ບູ​ລີ ແຂວງ​ໄຊ​ຍະ​ບູ​ລີ ໂຄງການ​ກໍ່ສ້າງ​ໂຮງຮຽນ​ປະຖົມ​ສົມບູນ ມີເມືອງ​ແປກ ແຂວງ​ຊຽງ​ຂວາງ ໂຄງການ​ກໍ່ສ້າງ​ໂຮງຮຽນ​ມັດ​ທະຍົມ​ສຶກ​ສາ​ຕອນ​ຕົ້ນ​ຜາ​ແດງ ແລະ ຫໍ​ພັກ​ນັກຮຽນ ເມືອງ​ຂວັນ ແຂວງຫົວພັນ ແລະ ອີກ 2 ໂຄງການແມ່ນ​ຢູ່​ເມືອ​ໂຂງ ແຂວງ​ຈຳປາສັກ ຄື: ໂຄງການ​ກໍ່ສ້າງ​ໂຮງຮຽນ​ປະຖົມ​ສົມບູນ​ສີ​ສຸ​ລາດ ແລະ ໂຮງຮຽນ​ມັດທະຍົມ​ສຶກ​ສາ​ສົມບູນ​ລົບ​ຜາ​ດີ ເຊິ່ງ​ໂຄງການ​ດັ່ງກ່າວ​ ຈະ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດພາຍຫຼັງ​ມີ​ການ​ເຊັນ​ບົດ​ບັນທຶກ ແລະ ຄາດ​ວ່າ​ແຕ່​ລະ​ໂຄງການຈະ​ໃຫ້​ສຳເລັດ​ໃນ​ປີ 2020.

ພິທີ​ເຊັນ​ສັນຍາ​ໂຄງການຊ່ວຍເຫຼືອ​ໃນ​ຄັ້ງ​ນີ້ ຈັດ​ຂຶ້ນ​ໃນ​ວັນທີ 18 ພະຈິກ 2015 ທີ່​ກະຊວງສຶກ​ສາ​ທິ​ການ ແລະ ກີລາ ລະຫວ່າງ​ທ່ານ ຮີ​ໂຣ​ຢຸ​ກິ ຄິ​ຊິ​ໂນະ ເອກ​ອັກຄະລາຊະທູດ​ຍີ່ປຸ່ນ ປະຈຳ​ລາວ ກັບທ່ານ​ຫົວໜ້າ​ພະແນກ​ສຶກ​ສາ​ທິ​ການ ແລະ ກີລາ ແຂວງ​ໄຊ​ຍະ​ບູ​ລີ ຫົວພັນ ຊຽງຂວາງ ແລະ ແຂວງ​ຈຳປາ​ສັກ ໂດຍ​ມີ​ທ່ານ ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ ລັດ​ຖະມົນຕີ​ວ່າການ ກະຊວງ​ສຶກ​ສາທິ​ການ ແລະ ກີລາ ແຂກ​ຖືກ​ເຊີນ ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງຝ່າຍ ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...