Homeຂ່າວທ້ອງຖິ່ນອົງການກາແດງລາວ ມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວທີ່ຖືກໄຟໄໝ້ຢູ່ ນ.ວ

ອົງການກາແດງລາວ ມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວທີ່ຖືກໄຟໄໝ້ຢູ່ ນ.ວ

Published on

21ff18c5f1fd9e9777e657c48ee1b97c

ລະຫວ່າງ​ວັນ​ທີ 5-12 ພະຈິກ 2015 ຫ້ອງການ​ອົງການ​ກາແດງ​ລາວ ປະຈຳ​ນະຄອນຫຼວງວຽງ​ຈັນ ໄດ້​ໄປ​ມອບ​ເຄື່ອງ​ຊ່ວຍເຫຼືອ ໃຫ້​ບັນດາ​ຄອບຄົວ​ຜູ້​ທີ່​ຖືກໄຟ​ໄໝ້ ຈຳນວນ 3 ຄອບຄົວຢູ່ 2 ບ້ານຄື: ບ້ານ​ໜອງ​ບົວທອງ​ໃຕ້ ເມືອງ​ສີ​ໂຄດ​ຕະບອງ 1 ຄອບຄົວ ແລະ ບ້ານ​ສະພັງ​ໝໍ້ ເມືອງ​ໄຊເຊດ​ຖາ ຈຳນວນ 2 ຄອບຄົວ ກ່າວ​ມອບ​ໂດຍ​ທ່ານ ​ດຣ. ຄຳ​ພູ ກອງ​ມະນີ ຫົວໜ້າ​ຫ້ອງການອົງການ​ກາແດງ​ລາວ ປະຈຳ​ນະຄອນ​ຫຼວງ​ວຽງ​ຈັນ ແລະ ກ່າວ​ຮັບໂດຍ​ອຳນາດ​ການ​ປົກຄອງ​ບ້ານໜອງ​ບົວທອງ​ໃຕ້ ແລະ ບ້ານ​ສະພັງ​ໝໍ້ ມີ​ຜູ້ຕາງໜ້າ​ຄອບຄົວ​ທີ່ຖືກ​ໄຟ​ໄໝ້ ແລະ ພະນັກງານ​ທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ເຄື່ອງ​ຊ່ວຍເຫຼືອ​ທີ່​ທາງ​ອົງການ​ກາແດງ​ລາວ ​ປະຈຳ​ນະຄອນຫຼວງ​ວຽງ​ຈັນ ​ນຳໄປ​ມອບ​ໃຫ້​ບັນດາ​ຄອບຄົວ ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ອັກຄີ​ໄພ​ຄັ້ງ​ນີ້ ​ປະກອບ​ມີ​ເຄື່ອງນຸ່ງ​ຫົ່ມ ເຄື່ອງໃຊ້​ສອຍ​ໃນຄົວ​ເຮືອນ ເຂົ້າສານ ອາຫານແຫ້ງ ແລະ ໝີ່​ໄວໆ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ​ທັງ​ໝົດ 2.080.000 ກີບ ທັງ​ນີ້​ກໍ່​ເພື່ອເປັນ​ການ​ບັນເທົາ​ທຸກ​ໃນ​ເບື້ອງ​ຕົ້ນ ແຕ່​ຖ້າ​ຫາກ​ພາກສ່ວນ​ໃດ ຫຼື ບຸກຄົນ​ໃດ​ຫາກ​ມີ​ຈິດໃຈ​ເມດ​ຕາ ກໍ່​ສາມາດ​ນຳ​ເອົາ​ເຄື່ອງ​ໄປ​ຊ່ວຍເຫຼືອ​ຄອບຄົວ​ ທີ່​ໄດ້​ຮັບ​ເຄາະ​ຮ້າຍຄັ້ງ​ນີ້​ໄດ້ ບໍ່​ວ່າ​ຈະ​ຜ່ານ​ອົງການກາແດງ​ລາວ ອຳນາດ​ການ​ປົກຄອງ​ບ້ານ ຫຼື ຈະ​ໄປ​ມອບ​ໃຫ້ໂດຍ​ກົງ​ກໍ່​ໄດ້.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...