Homeຂ່າວພາຍ​ໃນທຸລະກິດຍີ່ປຸ່ນກຽມເພີ່ມການລົງທຶນໃນ ສປປລາວ

ທຸລະກິດຍີ່ປຸ່ນກຽມເພີ່ມການລົງທຶນໃນ ສປປລາວ

Published on

meeting1203_pm_01
ພາບປະກອບງານປະຊຸມລາວຍີ່ປຸ່ນ ທ່ານທອງສິງທຳມະວົງ ນາຍົກລັດຖະມົນຕີ ສປປລາວ (ຊ້າຍມື)

 

ຍີ່​ປຸ່ນ​ກຽມ​ຈັດ​ຕັ້ງ​ສຳ​ນັກ​ງານ​ສົ່ງ​ເສີມ​ການ​ຄ້າ​ໃນ​ລາວ ​ໃນ​ປີ​ໜ້າ 2014 ເພື່ອ​ສະໜັບສະໜູນ​ໃຫ້​ບໍລິສັດ​ຈາກ​ຕ່າງແດນ​​ເຂົ້າ​ມາ​ລົງ​ທຶນ​ໃນລາວ ຫຼື​ປະເທດ​ລຸ່ມ​​ແມ່ນ້ຳ​ຂອງ​ແຫ່ງ​ນີ້.

ຂ່າວ​ຈາກໜັງສື​ພິມ ວຽງ​ຈັນ​ໄທມ໌​ ລາຍ​ງານ​ວ່າ ອົງ​ການ​ສົ່ງ​ເສີມ​ການ​ຄ້າ​ຕ່າງ​ປະເທດ​ຂອງ​ຍີ່​ປຸ່ນ ຫຼື ເຈ​ໂຊ ຖະ​ແຫຼງ​ກຽມ​ເປີດ​ສຳ​ນັກ​ງານ​ທີ່​ນະຄອນ​ຫຼວງວຽງ​ຈັນ​ ​ເຊິ່ງ​ເປັນເມືອງ​ຫຼວງ​ຂອງ​ ສາທາລະນະ​ລັດ​ ປະ​ຊາ​ທິປ​ະໄຕ​ປະຊາຊົນ​ລາວ ເນື່ອງ​ຈາກ​ປະເທດລາວ​ກຳ​ລັງຈະ​ພັດທະນາ​​ກາຍ​ເປັນ​ແຫຼ່ງ​ດຶງ​ດູດ​ເມັດ​ເງິນ​ລົງ​ທຶນ​ທີ່​ໜ້າ​ສົນ​ໃຈ ຜົນ​ຈາກ​ການ​ເມືອງ​ມີ​ສະຖຽນລະພາບ ສະຫງົບ​ສຸກ​ບໍ​ມີ​ຄວາມ​ວຸ້ນວານ ຄ່າ​ຈ້າງ​​ ແລະ ຄ່າ​ຈ້າງ​​ແຮງງານ​ຢູ່ໃນ​ລະ​ດັບ​ຕ່ຳ ແລະ​ການ​ເຕີບໂຕ​ຂອງ​ເສດຖະກິດກໍາ​ລັງ​ລຽງ​ໄຫຼ

​ເຖິ່ງ​ແມ່ນ​ວ່າຈະ​ມີ​ລາຍ​ງານ​ການສຶກສາ​ຂອງທະ​ນາ​ຄານ​ພັດທະນາ​ອີ​ຊີ ​ຫຼື ​ເອ​ດີ​ບີ​ຈະ​ລະ​ບຸ​ວ່າ ສປປລາວ​ ຍັງ​ຈັດ​ຢູ່ໃນ​ກຸ່ມ​ປະເທດທີ່ ​ພັດທະນາ​ນ້ອຍ​ທີ່ສຸດ​ໃນ​ໂລກ ແຕ່​ເສດຖະກິດ​ກໍ​ຂະຫຍາຍ​ຕົວ​ໄດ້​ໃນ​ອັດຕາ 8% ລວມປີ​ປີ 2011 ແລະ 2012 ທີ່​ຜ່ານມາ.

ປະຈຸບັນ ມີ​ບໍລິສັດ​ຍີ່​ປຸ່ນ​ປະ​ມານ 60 ແຫ່ງ ທີ່​ເຂົ້າມາ​ລົງ​ທຶນ​ທີ່ ສປປ​ລາວ ເມື່ອ​ປຽບ​ກັບ​ເມື່ອ​ປີ 2009 ມີ​ພຽງ 27 ແຫ່ງ​ເທົ່າ​ນັ້ນ ຂະນະ​ທີ່​ຄວາ​ມ​ເຄື່ອນ​ໄຫວ​ດ້ານ​ການ​ລົງ​ທຶນ​ຈາກ​ເອກະ​ຊົນ​ຂອງ​ປະເທດ​ເສດຖະກິດ​ບໍລິສັດ​ທີ່​​ໃຫຍ່​​ຕິດອັນ​ດັບ 3 ຂອງ​ໂລກ​ນັ້ນ ໄດ້​ແກ່​ການ​ລົງ​ທຶນ​ຂອງ ນິ​ຄອນ ຄຣອບ​ປໍ​ເລ​ຊັ່ນ ແລະ ​ໂຕ​ໂຍ​ຕ້າມໍ​ເຕີ ຄຣອບ​ປໍ​ເລ​ຊັ່ນ ​ເຊິ່ງ​ກຳ​ລັງ​ສ້າງ​ໂຮງ​ງານ​ຜະລິດ ​ຊິ້ນ​ສ່ວນ ເພື່ອ​ປ້ອນ​ໂຮງ​ງານ​ປະກອບ​ກ້ອງ​ຖ່າຍ​ຮູບ ​ແລະ ​ລົດ​ ຂອງ​ທຸລະກິດ​ທັງ 2 ລາຍ ທີ່​ຕັ້ງ​ຢູ່ໃນ​ປະເທດ​ໄທ.

 

ຂໍ້ມູນຈາກ: ວຽງຈັນໄທມ໌ ແລະ ບາງກອກບິວຊີເນັດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...