spot_img
Homeຂ່າວພາຍ​ໃນປະທານ ສຕລ ປະຕິເສດຂໍ້ກ່າວຫາຮັບສິນບົນການເລືອກຕັ້ງປະທານ AFC ຈາກ FIFA

ປະທານ ສຕລ ປະຕິເສດຂໍ້ກ່າວຫາຮັບສິນບົນການເລືອກຕັ້ງປະທານ AFC ຈາກ FIFA

Published on

ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດອອກມາຊີ້ແຈງຕໍ່ກໍລະນີທີ່ FIFA ຫລື ສະຫະພັນບານເຕະນາໆຊາດ ລົງໂທດໃຫ້ຢຸດການປະຕິບັດຫນ້າທີ່ຊົ່ວຄາວໃນຄະດີຮັບສິນບົນໃນການເລືອກຕັ້ງຄະນະບໍລິຫານລະດັບສູງຂອງສະຫະພັນບານເຕະອາຊີ ຫລື AFC ໃນປີ 2011 ແມ່ນບໍ່ເປັນຄວາມຈິງ.

ໃນວັນທີ 18 ພະຈິກນີ້ ຢູ່ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງຈັນທະບູລີ ນະຄອນຫລວງວຽງຈັນ ປະທານສະຫະພັນເຕະແຫ່ງຊາດລາວໄດ້ອອກມາຊີ້ແຈງຂໍ້ກ່າວຫາຂອງ FIFA ວ່າ : ໃນເດືອນກັນຍາປີ 2010 ຂ້າພະເຈົ້າໄດ້ຖືກເລືອກໃຫ້ເປັນປະທານສະຫະພັນບານເຕະແຫ່ງປະທານລາວ ແລະ ກໍມີແຜນທີ່ຈະພັດທະນາກິລາບານເຕະໃນປະເທດໃຫ້ກ້າວຫນ້າ ໂດຍໄດ້ທຸ່ມເທທຸກສະຕິປັນຍາ ແລະ ເຫື່ອແຮງເພື່ອຊອກທຶນຊ່ວຍເຫລືອທັງພາຍໃນ ແລະ ຈາກຕ່າງປະເທດເຂົ້າມາພັດທະນາໃນວຽກງານນີ້. ຕົ້ນປີ 2011 ໄດ້ມີກອງປະຊຸມຄະນະບໍລິຫານລະດັບສູງຂອງສະຫະພັນບານເຕະອາຊີ ຫລື AFC ແລະ ນັ້ນເປັນໂອກາດທຳອິດທີ່ຂ້າພະເຈົ້າໄດ້ຂໍທຶນຊ່ວຍເຫລືອຈາກ AFC ເຊິ່ງກໍໄດ້ຮັບການຊ່ວຍເຫລືອ ແລະ ກໍເປັນສາເຫດທີ່ເຮັດໃຫ້ FIFA  ເຂົ້າໃຈວ່າ ປະທານ ສຕລ ຮັບເງິນຈຳນວນດັ່ງກ່າວເປັນສິນບົນ ແຕ່ຄວາມຈິງຫລັງຈາກນັ້ນ ຂ້າພະ​ເຈົ້າໄດ້ຮັບເງິນຊ່ວຍເຫລືອແລ້ວ ກໍໄດ້ໂອນເງິນຈຳນວນດ່ັງ

ກ່າວຈາກບັນຊີຂອງຕົນເຂົ້າມາບັນຊີ ສຕລ ໂດຍມີເອກະສານຢັ້ງຢືນຈາກທະນາຄານ ແລະ ທາງບັນຊີ ແລະ ກໍໄດ້ການຢັ້ງຢືນຈາກຜູ້ກວດສອບບັນຊີພາຍນອກ.

ຕໍ່ຄະດີດັ່ງກ່າວ ຟີຟາ ໄດ້ລົງໂທດທ່ານປະທານ ສຕລ ຫ້າມເຄື່ອນໄຫວກິດຈະກຳທາງບານເຕະທັງພາຍໃນແລະ ຕ່າງປະເທດເປັນເວລາ 2  ປີ ແລະ ປັບໄຫມເງິນ 40.000 ຟຣັງສະວິດ ຫລື ປະມານ 300 ກວ່າລ້ານກີບ. ໂດຍຈະມີເວລາ 10 ວັນໃນການຍື່ນອຸທອນ ໂດຍທ່ານ​ປະ​ທານ ສຕລ ກຽມທະນາຍຄວາມສ່ວນໂຕທັງພາຍໃນ ແລະ ທີ່ປະເທດສະວິດ ເພື່ອເປັນການປົກປ້ອງສິດ ແລະ ຄວາມເປັນທຳຂອງຕົນເອງ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...