Homeຂ່າວເຫດການເຊີນເຂົ້າຮ່ວມງານຕະຫຼາດນັດມິດຕະພາບ ລາວ-ມຽນມາ ຄັ້ງທີ I

ເຊີນເຂົ້າຮ່ວມງານຕະຫຼາດນັດມິດຕະພາບ ລາວ-ມຽນມາ ຄັ້ງທີ I

Published on

4474d5e697597d80dc7bd5e02c9f3d5b

ແຂວງ​ຫຼວງ​ນ້ຳ​ທາ ຈະ​ຈັດງານ​ຕະຫຼາດນັດ​ມິດຕະພາບ ​ລາວ-ມຽນ​ມາ ຄັ້ງ​ທີ I ຂຶ້ນເພື່ອ​ເປັນການ​ສ້າງ​ຂະ​ບວນ​ການ​ຄຳນັບ​ຮັບຕ້ອນ​ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ ຕິດ​ພັນ​ກັບ​ວັນ​ບຸນປະເພນີ​ຂອງ​ປະຊາຊົນ​ທ້ອງຖິ່ນ ແລະ ເປັນ​ການ​ລິ​ເລີ່ມ​ສ້າງ​ກິດຈະ​ກຳ​ການ​ຄ້າ-ການ​ບໍລິການ ເພື່ອ​ກະຕຸກ​ຊຸກຍູ້​ໃຫ້​ປະຊາຊົນຊາວ​ຄ້າຂາຍ ຕະຫຼອດ​ຮອດ​ນັກທຸລະ​ກິດທັງ​ພາຍ​ໃນ ແລະ ຕ່າງປະເທດ ​ມີ​ຄວາມ​ສົນໃຈ​ດ້ານການ​ຄ້າ-ການ​ລົງທຶນ ຢູ່​ບໍລິເວນຂົວ​ມິດຕະພາບ ລາວ-ມຽນ​ມາ ແນໃສ່ພັດທະນາ​ເຂດ​ດັ່ງກ່າວ ໃຫ້​ເປັນ​ເຂດ​ຍຸດ​ທະ​ສາດ​ເຊື່ອມຕໍ່​ກັບ​ບັນດາ​ປະເທດ​ອາ​ຊຽນ-ຈີນ ໃນ​ອະນາຄົດ.

ທ່ານ ບຸນ​ເລີດ ຫຼວງ​ປະເສີດ ຄະນະ​ກຳມະການ​ຈັດ​ງານ​ຕະຫຼາດ​ນັດ​ມິດຕະພາບ ລາວ-ມຽນມາ ຄັ້ງ​ທີ I ໄດ້​ຖະແຫຼງ​ຂ່າວ​ກ່ຽວກັບ​ການ​ຈັດ​ງານ​ດັ່ງກ່າວ ໃນ​ວັນທີ 17 ພະຈິກ 2015 ຢູ່​ບໍລິສັດ ຫຼວງ​ປະເສີດຖະໜົນ​ອາ​ຊຽນ ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງວຽງ​ຈັນ ວ່າ: ງານ​ຕະຫຼາດນັດຄັ້ງ​ນີ້ ​ຈະ​ໄດ້​ຈັດ​ຂຶ້ນລະຫວ່າງ​ວັນທີ 24-26 ພະຈິກ 2015 ຢູ່​ບໍ​ລິເວນ​ສົ້ນ​ຂົວ​ມິດຕະພາບ ລາວ-ມຽນ​ມາ (ບ້ານ​ຈ່າ​ຍີ່ ເມືອງ​ລອງ) ໂດຍ​ຈະ​ເຊື້ອ​ເຊີນ​ເອົາ​ຊາວ​ຄ້າຂາຍ​ ລວມ​ເຖິງ​ບັນດາ​ນັກທຸລະກິດຂອງ​ສອງ​ປະເທດ ​ເຂົ້າ​ຮ່ວມ​ວາງສະແດງ​ຂາຍ​ສິນຄ້າ ໂດຍ​ສະເພາະ ສິນຄ້າ​ຜະລິດ​ຕະ​ພັນ​ຂອງປະຊາຊົນ​ເມືອງ​ລອງ ແລະ ຊຽງລາບຕິດ​ພັນ​ກັບ​ການທ່ອງທ່ຽວ ແລະ ວັດທະນະທຳ ເຊິ່ງ​ພາຍໃນ​ງານ​ນອກຈາກ​ຈະ​ມີ​ການ​ວາງສະແດງ​ຈຳໜ່າຍ​ສິນຄ້າ​ແລ້ວ​ ຍັງຈະ​ມີ​ການສະແດງ​ສິລະ​ປະ-ວັດທະນະ​ທຳ​ຂອງ​ທ້ອງຖິ່ນ ກໍ່​ຄື​ຈາກສູນ​ກາງງານ​ພົບ​ປະ​ແລກປ່ຽນ ຂອງ​ບັນດາ​ນັກທຸລະກິດ​ຊາວ​ຄ້າຂາຍ ​ທີ່​ມີ​ຄວາມ​ສົນໃຈ​ຂອງ​ບັນດາ​ປະເທດ​ໃກ້​ຄຽງ ​ເພື່ອ​ເປັນ​ການດຶງ​ດູດ​ການ​ລົງທຶນ​ໃນ​ຂະແໜງການ​ຕ່າງໆ ​ທີ່​ທ້ອງຖິ່ນ​ດັ່ງກ່າວ​ມີທ່າແຮງ ນອກ​ນີ້ ຍັງ​ຈະ​ມີ​ກິດ​ຈະກຳ​ອື່ນໆ​ທີ່​ໜ້າ​ສົນໃຈ​ຕື່ມ​ອີກ.

ການ​ຈັດ​ງານ​ຕະຫຼາດນັດ​ຄັ້ງນີ້​ ແມ່ນ​ໄດ້​ຮັບ​ການ​ຊີ້​ນຳ ແລະ ການ​ສະໜັບສະໜູນ​ເປັນ​ຢ່າງ​ດີ ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງສອງ​ປະເທດ ພ້ອມ​ທັງ​ໄດ້​ຮັບ​ການຮ່ວມ​ມື​ຈາກ​ຫົວໜ່ວຍ​ທຸລະ​ກິດຕ່າງໆ​ສະແດງ​ອອກ ມາ​ຮອດ​ປັດຈຸ​ບັນ ມີ​ຫົວໜ່ວຍ​ທຸລະ​ກິດ ແລະ ພາກສ່ວນ​ຕ່າງໆ​ສະເໜີ​ເຈດ​ຈຳນົງ​ເຂົ້າ​ຮ່ວມ​ແລ້ວ 100 ກວ່າຮ້ານ ເຊິ່ງ​ສ່ວນ​ໃຫຍ່​ເປັນ​ປະເພດສິນຄ້າ​ເຄື່ອງ​ອຸປະໂພກ-ບໍລິໂພກ ສະນັ້ນ ບັນດາ​ທ່ານ​ທີ່​ມີ​ຄວາມສົນໃຈ​ທີ່​ຢາກ​ນຳ​ເອົາ​ສິນຄ້າ​ ມາວາງ​ຈຳໜ່າຍ​ໃນ​ງານ​ດັ່ງກ່າວ ກໍ່​ສາມາດ​ຕິດຕໍ່​ກັບ​ອຳນາດ​ການປົກຄອງ​ເມືອງ​ລອງ ສະພາ​ການຄ້າ ແລະ ອຸດສາຫະກຳ​ແຫ່ງຊາດ​ລາວ ຫຼື ຕິດຕໍ່​ໄດ້​ທີ່​ເບີ 020 99999928.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...