Homeຂ່າວການພັດທະນາ40 ປີ ຄົມມະນາຄົມຂົນສົ່ງ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ

40 ປີ ຄົມມະນາຄົມຂົນສົ່ງ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ

Published on

aa9c1138a3cd91f57d1d837b6c9af7b9

ຕະຫຼອດ​ໄລຍະ 40 ປີ ແຫ່ງການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ວຽກງານ​ຄົມມະນາຄົມ​ຂົນສົ່ງ​ ໄດ້​ສືບຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ປັດ​ຈຸບັນ ມີ​ເສັ້ນທາງ​ຍາວ​ທັງ​ໝົດ 51.597,64 ກິໂລແມັດ ຂະນະທີ່​ການ​ຂົນສົ່ງ​ທາງ​ອາກາດ ​ກໍ່​ໄດ້ຮັບ​ການ​ປັບປຸງ​ໃຫ້​ນັບ​ມື້​ດີ​ຂຶ້ນ ສາມາດ​ສ້າງ​ເງື່ອນໄຂ​ເອື້ອ​ອຳນວຍ​ໃຫ້​ກັບ​ການ​ຂົນສົ່ງ​ທັງ​ພາຍໃນ ແລະ ຕ່າງປະເທດ.

ພາຍຫຼັງ​ທີ່​ປະເທດ​ຊາດ​ໄດ້ຮັບ​ການ​ປົດ​ປ່ອຍ ໃນ​ວັນ​ທີ 2 ທັນວາ 1975 ເປັນຕົ້ນ​ມາ ພັກ-ລັດຖະ​ບານ ໄດ້​ຖື​ເອົາ​ວຽກ​ງານ​ຄົມມະ​ນາ​ຄົມ ​ເປັນ​ປາຍ​ແຫຼມ​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ ເຮັດ​ໃຫ້​ເສັ້ນທາງທົ່ວ​ປະເທດ​ໄດ້​ຮັບ​ການ​ປັບປຸງ ແລະ ຂະຫຍາຍຕົວ​ດີ​ຂຶ້ນ​ພໍ​ສົມຄວນ ເຊິ່ງ​ມີ​ບັນດາ​ເສັ້ນທາງ​ທີ່ເຊື່ອມ​ຕໍ່​ກັບ​ອະນຸ​ພາກ​ພື້ນ ເສັ້ນທາງ​ແລວ​ເສດຖະກິດ​ຕາເວັນອອກ-ຕາເວັນຕົກ ແລະ ເໜືອ-ໃຕ້ ພ້ອມ​ນັ້ນ ຍັງ​ມີ​ເສັ້ນທາງ​ໄປຮອດ​ເຂດ​ຈຸດ​ສຸມທຸກ​ແຂວງ ເມືອງ ບ້ານ ແລະ ກຸ່ມ​ບ້ານ ທຽບໃສ່​ປີ 1976 ເສັ້ນທາງ​ທົ່ວ​ປະເທດ ມີ​ຄວາມ​ຍາວ​ພຽງ​ແຕ່ 11.504 ກິໂລແມັດ ປັດຈຸບັນ ນອກຈາກ ເສັ້ນທາງ​ຈະ​ໄດ້​ຮັບ​ການ​ພັດ​ທະນາ ແລະ ປັບປຸງ​ໃຫ້​ດີ​ຂຶ້ນ​ແລ້ວຍັງ​ປະກອບ​ມີ​ຂົວ ຈຳນວນ 2.016 ແຫ່ງ ໃນ​ນັ້ນ ຂົວ​ຂ້າມ​ນ້ຳຂອງ​ລະຫວ່າງ​ປະເທດ 5 ແຫ່ງ.

ນອກ​ນັ້ນ ຍັງ​ໄດ້​ເປີດ​ນຳ​ໃຊ້ລົດໄຟ​ລະຫວ່າງ​ສະຖານີ​ທ່າ​ນາແລ້ງ ນະຄອນຫຼວງ​ວຽງ​ຈັນ ກັບສະຖານີ​ໜອງ​ຄາຍ ປະເທດ​ໄທ ແລະ ພວມ​ສືບຕໍ່​ເຈລະຈາ​ຄວາມຄືບ​ໜ້າ ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດໄຟ​ຄວາມ​ໄວ​ສູງ ແຕ່​ບໍ່ເຕັນ (ຊາຍ​ແດນ​ລາວ-ຈີນ) ມາຫານະຄອນຫຼວງ​ວຽງ​ຈັນ ທີ່​ຈະໄດ້​ລົງມື​ກໍ່ສ້າງ​ໃນ​ບໍ່​ຊ້າ ແລະ ຄາດ​ວ່າ​ຈະ​ສຳເລັດ​ພາຍ​ໃນ 5 ປີ​ຂ້າງ​ໜ້າ​ນີ້.

ສ່ວນ​ການ​ຂົນສົ່ງ​ທາງ​ອາກາດ​ ກໍ່​ມີ​ບາດກ້າວ​ຂະຫຍາຍຕົວເຊັ່ນ​ດຽວ​ກັນ ໂດຍ​ໄດ້​ປັບປຸງ​ສະໜາມ​ບິນ​ໃຫ້​ມີ​ຄວາມ​ທັນ​ສະໄໝ ເຮັດ​ໃຫ້​ສະໜາມ​ບິນ​ວັດ​ໄຕ ເປັນສະໜາມ​ບິນ​ແຫ່ງ​ທຳ​ອິດ​ໃນ​ປະຫວັດ​ສາດ​ຂອງ​ຊາດ​ລາວ ທີ່​ສາມາດ​ຮອງ​ຮັບ​ເຮືອບິນ​ໂບ​ອິງ 747 ລົງ​ຈອດ​ໄດ້ ພ້ອມ​ນັ້ນ ຍັງ​ໄດ້​ຍົກລະດັບ​ສະໜາມ​ບິນ​ຫຼວງ​ພະ​ບາງ ປາກ​ເຊ ໃຫ້​ເປັນ​ສະໜາມ​ບິນ ພາກ​ພື້ນ ສ່ວນ​ບັນດາ​ສະໜາມບິນ​ຂອງ​ແຂວງ ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ ແລະ ປັບປຸງ​ໃຫ້​ດີ​ຂຶ້ນ ສາມາດ​ຮອງ​ຮັບ​ເອົາ​ເຮືອບິນ​ຂະໜາດ​ນ້ອຍ ຂະໜາດ​ກາງ ລົງຈອດ​ໄດ້ ແລະ ຍັງ​ໄດ້​ເອົາໃຈໃສ່ປັບປຸງ​ລະບົບ​ການ​ຄຸ້ມ​ຄອງການບິນ​ຜ່ານ ສາມາດ​ສ້າງ​ລາຍ​ຮັບເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ ມາ​ຮອດ​ປີ 2013 ສາຍ​ການບິນ​ພາຍ​ໃນ​ປະເທດ​ມີ​ການ​ເຕີບ​ໃຫຍ່​ສະເລ່ຍ 2% ສາຍ​ການບິນ​ຕ່າງປະເທດ ປະມານ 6% ແລະ ສະເລ່ຍ​ເຮືອບິນ​ຜ່ານ​ນ່ານ​ຟ້າ​ເພີ່ມ​ຂຶ້ນ 5% ນີ້ແມ່ນ​ຜົນສຳເລັດ​ຂອງ​ການ​ນຳພາຂອງ​ພັກ​ເຮົາ ​ໃນ​ການ​ພັດທະນາພື້ນຖານ​ໂຄງ​ລ່າງ​ດ້ານ​ຄົມ​ມະນາ​ຄົມ ແລະ ການ​ຂົນສົ່ງ​ຢູ່​ປະເທດ ໃນ​ໄລຍະ 40 ປີຜ່ານມາ ພວກ​ເຮົາ​ປະຊາຊົນ​ລາວ​ບັນດາເຜົ່າ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈຕໍ່​ບຸນຄຸນ​ຂອງ​ພັກ-ລັດ ທີ່​ຍາມໃດ​ກໍ່​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ປະເທດຊາດ ແລະ ຊາຕາກຳ​ຂອງ​ປະຊາ​ຊົນ​ລາວ​ບັນດາເຜົ່າ ທີ່​ຢາກໃຫ້​ປະຊາຊົນ​ຫຼຸດ​ພົ້ນ​ອອກ​ຈາກຄວາມທຸກ​ຍາກ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...