spot_img
Homeມູມໄອທີລາວຜູ້ໃຊ້ Samsung Galaxy Note 5 ລາຍໜຶ່ງ ໄດ້ອັບເດດ Android 6.0 Marshmallow ຜ່ານທາງ OTA...

ຜູ້ໃຊ້ Samsung Galaxy Note 5 ລາຍໜຶ່ງ ໄດ້ອັບເດດ Android 6.0 Marshmallow ຜ່ານທາງ OTA ແບບບໍ່ຮູ້ສາເຫດ

Published on

images_14478229051

ຍັງ​ບໍ່​ທັນ​ທີ່​ທາງ ຊຳ​ຊຸງ ຈະ​ໄດ້​ປ່ອຍ​ອັບ​ເດດ Android 6.0 Marshmallow ໃຫ້​ກັບ​ຜູ້​ໃຊ້​ຢ່າງ​ເປັນ​ທາງ​ການ ແຕ່​ຫລ້າ​ສຸດ ມີ​ລາຍ​ງານ​ວ່າ ຜູ້​ໃຊ້ Samsung Galaxy Note 5 ລາຍ​ໜຶ່ງ ໄດ້​ອັບ​ເດດ Marshmallow ແລ້ວ ຊຶ່ງ​ເປັນ​ການ​ອັບ​ເດດ​ຜ່ານ​ທາງ OTA ແລະ​ບໍ່​ໄດ້​ທຳການ​ດາວ​ໂຫລດ​ໄຟລ໌ ແລະ ​ທຳການ​ຕິດ​ຕັ້ງ​ເອງ​ແຕ່​ຢ່າງ​ໃດ

ໂດຍ​ສະມາຊິກ​ລາຍ​ໜຶ່ງ​ຈາກ​ເວັບ​ໄຊຕ໌ XDA-developer ນາມ​ວ່າ danon. brown ໄດ້​ໂພສຕ໌​ຂໍ້ຄວາມ​ຊຶ່ງ​ລະ​ບຸ​ວ່າຢູ່ດີໆ Samsung Galaxy Note 5 ທີ່​ໃຊ້​ຢູ່ ກໍ​ໄດ້​ອັບ​ເດດ Android 6.0 Marshmallow ຊຶ່ງ​ຖື​ວ່າ ເປັນ​ເລື່ອງ​ທີ່​ເປັນ​ໄປ​ໄດ້​ຍາກ ເນື່ອງ​ຈາກ​ກຳນົດ​ການ​ປ່ອຍ​ອັບ​ເດດ​ຂອງ​ທາງ​ຊຳ​ຊຸງ ຢູ່ໃນ​ເດືອນ​ທັນວາ​ທີ່​ຈະ​ເຖິງ​ນີ້ ແລະ​ຍັງ​ບໍ່​ເຄີຍ​ມີ​ໃຜ​ໄດ້​ອັບ​ເດດ​ມາ​ກ່ອນ​ອີກ​ດ້ວຍ

ນອກ​ຈາກ​ນີ້ ເຈົ້າ​ຂອງ​ເຄື່ອງ Note5 ລາຍ​ດັ່ງ​ກ່າວ ຍັງ​ເຜີຍ​ອີກ​ດ້ວຍ​ວ່າ ພາຍ​ຫລັງ​ອັບ​ເດດ​ແລ້ວ ອິນ​ເທີ​ເຟດ​ປ່ຽນ​ແປງ​ໄປ​ເລັກໜ້ອຍ ໄອ​ຄອນ​ເບິ່ງ​ລຽບ​ກວ່າ​ເກົ່າ

ຫລັງ​ຈາກ​ກວດ​ສອບ​ກັບ​ທາງ​ເຄືອ​ຂ່າຍ​ຊື່​ດັງ​ຢ່າງ T-Mobile ພົບ​ວ່າ ກຳ​ລັງ​ຢູ່ໃນ​ໄລຍະ​ການ​ທົດສອບ Marshmallow ກັບ Samsung Galaxy Note 5 ຢູ່ໃນ​ຕອນ​ນີ້ ແລະ​ຍັງ​ບໍ່​ປ່ອຍ​ໃຫ້​ຜູ້​ໃຊ້​ອັບ​ເດດ​ແຕ່​ຢ່າງ​ໃດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...