Homeຂ່າວພາຍ​ໃນຄວາມປອດໄພຂອງຄົນເຈັບ ເປັນບັນຫາສຳຄັນທີ່ຕ້ອງເອົາໃຈໃສ່ຮ່ວມກັນ

ຄວາມປອດໄພຂອງຄົນເຈັບ ເປັນບັນຫາສຳຄັນທີ່ຕ້ອງເອົາໃຈໃສ່ຮ່ວມກັນ

Published on

 

ໃນ​ລະຫວ່າງ​ວັນ​ທີ 9-13 ທັນວາ 2013 ທີ່​ມະຫາວິທະຍາໄລ​ວິທະຍາສາດ​ສຸຂະພາບ ໄດ້​ຈັດ​ເຝິກອົບຮົມ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ຄົນ​ເຈັບ ສະໜັບສະໜູນ​ໂດຍ​ອົງການ​ອະນາໄມ​ໂລກ ໂດຍ​ມີ​ທ່ານ ​ດຣ. ພູທອນ ວັງ​ກອນ​ວິໄລ ຮອງ​ອະທິການ​ບໍດີ​ມະຫາວິທະຍາໄລ​ວິທະຍາສາດ​ສຸຂະພາບ ທ່ານ ​ດຣ. ເກດ​ສົມ​ສຸກ ບຸບຜາ​ວັນ ຫົວໜ້າ​ສູນ​ພັດທະນາ​ການ​ສຶກ​ສາ ທ່ານ​ຜູ້ຕາງໜ້າ​ຈາກ​ອົງການ​ອະນາໄມ​ໂລກ ພ້ອມ​ດ້ວຍ​ຄູ-ອາຈານ ຈາກ ມວ​​ສ ແລະ ໂຮງໝໍ​ສູນ​ກາງ​ເຂົ້າ​ຮ່ວມ 46 ທ່ານ.

ຄວາມ​ປອດ​ໄພ​ຂອງ​ຄົນ​ເຈັບ ເປັນ​ບັນຫາ​ສຳຄັນ​ທີ່​ບັນດາ​ປະເທດ ໄດ້​ເພີ່ມ​ທະວີ​ຍົກ​ສູງ​ຄວາມ​ສຳຄັນ​ຂອງ​ການ​ປັບປຸງ​ຄວາມ​ປອດ​ໄພ​ຂອງ​ຄົນ​ເຈັບ ໃນ​ປີ 2002 ບັນດາ​ປະເທດ​ສະມາຊິກ ໄດ້​ຕົກລົງ​ຮ່ວມ​ກັບ​ອົງການ​ອະນາໄມ​ໂລກ ໃນ​ການ​ແກ້​ໄຂ​ຄວາມ​ປອດ​ໄພ​ຂອງ​ຄົນ​ເຈັບ ແລະ ຮຽກຮ້ອງ​ໃຫ້​ເອົາໃຈໃສ່​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ຄົນ​ເຈັບ.

​ສປປ ລາວ ເປັນ​ປະເທດ​ໜຶ່ງ​ທີ່​ໄດ້​ເອົາໃຈໃສ່ ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ຄົນ​ເຈັບ ຈຶ່ງ​ໄດ້​ຈັດການ​ເຝິກອົບຮົມ​ດັ່ງກ່າວ​ຂຶ້ນ ເພື່ອ​ແນໃສ່​ໃຫ້​ຜູ້​ເຂົ້າ​ຮ່ວມ​ຮັບ​ຮູ້ ແລະ ເຂົ້າໃຈ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ຄົນ​ເຈັບ​ຢ່າງ​ຖືກຕ້ອງ ແລະ ເລິກເຊິ່ງ ນຳໄປ​ສືບຕໍ່​ຜັນ​ຂະຫຍາຍ​ເຂົ້າ​ເປັນ​ຫຼັກສູດ​ການ​ຮຽນ-ການ​ສອນ​ໃນ​ຂະແໜງການ​ຕ່າງໆ​ນັ້ນ ກໍ​ເພື່ອ​ສ້າງ​ຄວາມ​ເຂັ້ມແຂງ​ໃນ​ການ​ຄຸ້ມ​ຄອງ​ຄົນ​ເຈັບ ໃຫ້​ມີ​ຄວາມ​ປອດ​ໄພ.

ໃນ​ການ​ເຝິກອົບຮົມ​ຄັ້ງ​ນີ້ ຜູ້​ເຂົ້າ​ຮ່ວມ​ກໍ​ໄດ້​ແລກປ່ຽນ​ຖອດ​ຖອນ​ບົດຮຽນ ໃນ​ການ​ເບິ່ງແຍງ​ຄົນ​ເຈັບ​ໃນ​ກໍລະນີ​ຕ່າງໆ ເພື່ອ​ຮ່ວມ​ກັນ​ປຶກສາ​ຫາລື ຫາ​ແນວທາງ​ໃຫ້​ການຈັດຕັ້ງ​ປະຕິບັດ ໃນ​ການ​ເບິ່ງແຍງ​ຄົນ​ເຈັບ​ມີ​ຄວາມ​ປອດ​ໄພ​ຮ່ວມ​ກັນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...