Homeຂ່າວຕ່າງປະເທດປູຕິນເຜີຍ ກຸ່ມໄອເອັສມີແຫລ່ງລາຍຮັບຈາກ 40 ປະເທດທົ່ວໂລກ!

ປູຕິນເຜີຍ ກຸ່ມໄອເອັສມີແຫລ່ງລາຍຮັບຈາກ 40 ປະເທດທົ່ວໂລກ!

Published on

Russian President Putin speaks during a meeting of the Presidential Council on Inter-Ethnic Relations in the Kremlin

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພະຈິກນີ້ວ່າ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ຣັດເຊຍ ໄດ້ກ່າວວ່າ ໜ່ວຍງານສືບຂ່າວຂອງຣັດເຊຍ ພົບກຸ່ມກໍ່ການຮ້າຍລັດອິດສະລາມ ຫລື ໄອເອັສ ມີແຫລ່ງລາຍຮັບ ແລະ ເງິນສະໜັບສະໜູນ ມາຈາກພາກເອກະຊົນ ພາຍໃນ 40 ປະເທດທົ່ວໂລກ ຊຶ່ງລວມທັງປະເທດສະມາຊິກ G20 ຊຶ່ງເປັນກຸ່ມປະເທດ ທີ່ມີເສດຖະກິດຂະໜາດໃຫຍ່ ແຕ່ໃນຂະນະນີ້ ຍັງບໍ່ທັນເໝາະສົມ ທີ່ຈະເປີດເຜີຍວ່າແມ່ນປະເທດໃດ ເນື່ອງຈາກເປັນເວລາ ທີ່ທຸກປະເທດຈະຕ້ອງຮ່ວມມືກັນ ເພື່ອກຳຈັດກຸ່ມໄອເອັສ.

ທ່ານປູຕິນ ໄດ້ເວົ້າຢ້ຳວ່າ ທຸກຝ່າຍຕ້ອງເລັ່ງປາບປາມ ການຄ້ານ້ຳມັນເຖື່ອນຂອງກຸ່ມໄອເອັສ ຊຶ່ງເປັນແຫລ່ງລາຍໄດ້ສຳຄັນທີ່ສຸດ ຂອງກຸ່ມດັ່ງກ່າວ ເພື່ອນຳໄປຊື້ອາວຸດ ແລະ ເງິນເດືອນໃຫ້ແກ່ກຸ່ມນັກຮົບ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...