Homeວັນນະກຳປື້ມ 40 ປີ ສປປລາວ ພິມສຳເລັດແລ້ວ ພ້ອມແຈກຢາຍໃຫ້ສຳເລັດ ທ້າຍເດືອນນີ້!

ປື້ມ 40 ປີ ສປປລາວ ພິມສຳເລັດແລ້ວ ພ້ອມແຈກຢາຍໃຫ້ສຳເລັດ ທ້າຍເດືອນນີ້!

Published on

500-40yb

ປື້​ມ 40 ປີ ສປປ ລາວ ທີ່​ສ່ອງ​ແສງ​ໃຫ້​ເຫັນ​ຜົນສຳ​ເລັດ​ອັນ​ໃຫ່ຍຫຼວງທີ່​ປະຊາຊົນ​ເຮົາຍາດ​ມາ​ໄດ້ ​ໃນ​ພາລະ ກິດ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ ພາຍ​ໃຕ້​ການນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຕະ ຫລອດ 40 ປີຜ່ານມາ​ໄດ້​ພິມ​ສຳ​ເລັດ​ແລ້ວ.

ທ່ານ ສູນ​ທອນ ຄັນທະ​ວົງ ຫົວໜ້າ​ອຳນວຍ​ການ​ສຳນັກ​ຂ່າວສານ​ປະ​ເທດ​ລາວ, ທັງ​ເປັນ​ຫົວໜ້າ​ບັນນາທິ ການ ປື້ມ 40 ປີ ສປປ ລາວ ​ແຈ້ງ​ໃຫ້​ຮູ້ວ່າ: ປື້​ມດັ່ງກ່າວ​ພິມ​ຂຶ້ນ​ໂດຍ​ການ​ຮ່ວມ​ມື ລະຫວ່າງ ຄະນະ​ໂຄສະນາ​ອົບ ຮົມ​ສູນ​ກາງ​ພັກ, ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແລະ ກະຊວງ​ແຜນການ ​ແລະ ການ​ລົງ ທຶນ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອະນຸ​ກຳມະການ​ເນື້ອ​ໃນ​ກະກຽມ​ສະ​ເຫລີ​ມສະຫລອງ​ສອງ​ວັນ​ປະຫວັດສາດ.

ປື້​ມ​ເຫລັ້ມນີ້​ມີ 222 ໜ້າ ປະກອບ​ມີ​ບົດ ​ແລະ ຮູບ​ພາບ​ທີ່​ສວຍ​ງາມ ​ແບ່ງ​ອອກ​ເປັນ III ພາກ​ ຄື: ພາກ​ທີI : ປະ​ເທດ​ລາວ​ໂດຍ​ສັງ​ເຂ​ບ, ພາກ​ທີ II ຜົນສຳ​ເລັດ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ພາກ​ທີ III: ວິ​​ໄສ​ທັດ ຂອງ ສປປ ລາວ, ພິມ​ເປັນ​ສອງພາສາ ພາສາ​ລາວ 10.000 ​ເຫລັ້ມ ​ແລະ ພາສາ​ອັງກິດ 3.000 ​ເຫລັ້ມ.

ທ່ານ ສູນ​ທອນ ຄັນທະ​ວົງ ກ່າວ​ວ່າ: ມາ​ຮອດ​ປັດຈຸບັນ​ປື້​ມດັ່ງກ່າວ​ໄດ້​ແຈກ​ຢາຍ​ໄປ​ໃຫ້​ກະຊວງ, ອົງການຈັດ​ຕັ້ງ​ຕ່າງໆ​ຂັ້ນ​ສູນ​ກາງ ​ແລະ ​ແຂວງ​ຈຳນວນ​ໜື່ງ​ແລ້ວ  ຄາດ​ວ່າ​ຈະ​ແຈກ​ຢາຍ​ໃຫ້​ສຳ​ເລັດ​ໃນ​ທ້າຍ​ເດືອນ​ນີ້ ​ເພື່ອ​ເປັນ​ການ​ປະກອບສ່ວນ​ເຂົ້າ​​ໃນ​ການ​ໂຄສະນາ ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຜົນສຳ​ເລັດ​ອັນ​ໃຫ່ຍຫລວງ ມີ​ຄວາມ​ໝາຍ​ປະຫວັດສາດ​ໃນ​ພາລະກິດ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ  ພາຍ​ໃຕ້ການ​ນຳພາ​ຂອງ​ພັກ ຕະຫລອດ 40 ປີ ຜ່ານ​ມາ. ຖ້າກະຊວງ, ອົງການ​ຈັດ​ຕັ້ງ​ຂັ້ນ​ສູນ​ກາງ ​ແລະ ​ແຂວງ ຫາກ​ຍັງ​ບໍ່​ທັນ​ໄດ້​ຮັບ ຫລື ຕ້ອງການ​ເພິ່ມ ກໍ່​ສາມາດ ຕິດ​ຕໍ່​ພົວພັນ ພະ​ແນ​ກຫ້ອງການ ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ເບີ​ໂທ 021 215402

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...