Homeຂ່າວການພັດທະນາເຂື່ອນໄຟຟ້າເຊບັ້ງໄຟ 1 ຈະສ້າງສຳເລັດໃນປີ 2020

ເຂື່ອນໄຟຟ້າເຊບັ້ງໄຟ 1 ຈະສ້າງສຳເລັດໃນປີ 2020

Published on

b0992c3974a93838dbfc9ca8a6e555ea

ບໍລິສັດ ລາວ​ສະໄໝກໍ່ສ້າງຂົວ-ທາງ ແລະ ບໍລິການ ຈຳກັດຜູ້​ດຽວ ໄດ້​ຮັບ​ອະນຸຍາດ​ໃຫ້​ເປັນຜູ້​ພັດທະນາ​ໂຄງການ​ສຶກ​ສາ ແລະ ກໍ່ສ້າງ​ເຂື່ອນ​ໄຟຟ້າ​ເຊ​ບັ້ງໄຟ 1 (ແກ້ງ​ແກວ) ແຂວງ​ສະຫວັນ​ນະ​ເຂດ ເຊິ່ງ​ຄາດ​ວ່າ​ຈະເລີ່ມ​ລົງມື​ກໍ່ສ້າງໃນ​ປີ 2017 ແລະ ຈະ​ສຳເລັດ​ໃນ​ປີ 2020 ມູນ​ຄ່າ 200 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 1.600 ຕື້​ກີບ ໂດຍ​ພາຍຫຼັງ​ການ​ກໍ່ສ້າງ​ໂຄງການ​ດັ່ງກ່າວ​ສຳເລັດ ​ຈະ​ສາມາດຜະລິດ​ກະແສ​ໄຟຟ້າ​ໄດ້ປະມານ 90-100 ເມ​ກາ​ວັດ ເພື່ອ​ຈຳໜ່າຍ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າລາວ 100%.

ພິທີ​ລົງ​ນາມ​ບົດ​ບັນທຶກຄວາມ​ເຂົ້າໃຈ​ໂຄງການ​ນີ້ ​ໄດ້​ຈັດຂຶ້ນ​ວັນ​ທີ 13 ພະຈິກ 2015 ຢູ່​ບໍ​ລິສັດ​ ລາວ​ສະໄໝ​ກໍ່ສ້າງ​ຂົວ-ທາງ ແລະ ບໍລິການ ​ຈຳກັດ​ຜູ້​ດຽວ ລະຫວ່າງທ່ານ ​ດຣ. ບຸນ​ທະວີ ສີ​ສຸພັນ​ທອງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ແລະ ການ​ລົງທຶນ ກັບ​ທ່ານ ພູ​ວົງ ກໍ​ຣະ​ສັກ ຜູ້ອຳນວຍການ​ບໍລິສັດ ລາວ​ສະໄໝ​ກໍ່ສ້າງ​ຂົວ-ທາງ ແລະ ບໍລິການ​ ຈຳກັດ​ຜູ້​ດຽວ ໂດຍຊ້ອງ​ໜ້າ​ທ່ານ ​ດຣ. ສຸພັນ ແກ້ວ​ມີໄຊ ເຈົ້າແຂວງ​ສະຫວັນ​ນະ​ເຂດ ທ່ານ ​ຮສ.​ດຣ. ຄຳ​ຜາດ ສຸລິນ​ພູ ມີລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະສິກຳ ແລະ ປ່າໄມ້ ພ້ອມດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ.

ທ່ານ ພູ​ວົງ ກໍ​ຣະ​ສັກ ໄດ້​ກ່າວວ່າ: ເຂື່ອນ​ໄຟຟ້າ​ເຊ​ບັ້ງໄຟ 1 ມີຄວາມ​ສົນໃຈ​ເພື່ອ​ຈະ​ພັດທະນາ ໃຫ້​ມີ​ລັກສະນະ​ແບບ​ຄົບ​ວົງ​ຈອນມາ​ຫຼາຍ​ປີ​ແລ້ວ ຄື​ການ​ນຳ​ໃຊ້​ນ້ຳ ເພື່ອ​ຜະລິດ​ກະແສ​ໄຟຟ້າຊົນ​ລະກະເສດຕ້ານ​ແລ້ງ-ຕ້ານ​ຖ້ວມ ແລະ ການທ່ອງທ່ຽວ ຈາກ​ນັ້ນ ຈຶ່ງ​ໄດ້​ຂໍອະນຸຍາດ​ຈາກ​ອຳນາດການ​ປົກຄອງ​ແຂວງ​ສະຫວັນ​ນະເຂດ ເພື່ອ​ເຂົ້າ​ສຶກ​ສາ ສ້າງ​ບົດ​ວິພາກ​ເສດຖະກິດ-ເຕັກນິກ ເຫັນວ່າເຂື່ອນ​ນີ້ ​ຈະ​ນຳ​ເອົາ​ຜົນ​ປະໂຫຍດ​ມາສູ່​ສັງຄົມ​ຢ່າງ​ມະຫາສານ ແລະ ມີ​ກຳລັງ​ຕິດ​ຕັ້ງ​ຫຼາຍກວ່າ​ທີ່​ທ້ອງຖິ່ນ​ຮັບຜິດຊອບ ສະນັ້ນ ຈຶ່ງ​ໄດ້​ຂໍອະນຸຍາດ​ຈາກ​ສູນກາງ ເພື່ອ​ເຊັນ​ບົດ​ບັນທຶກ​ຄວາມເຂົ້າໃຈ​ສ້າງ​ເຂື່ອນ​ໄຟຟ້າ​ເຊ​ບັ້ງໄຟ 1 ເປັນ​ປະເພດ​ເຂື່ອນ​ທີ່​ມີ​ລວງ​ສູງນ້ຳຕົກ​ນ້ອຍ 8 ແມັດ ແຕ່​ໃຊ້​ປະລິ​ມານ​ນ້ຳ​ໄຫຼປະມານ 600 ແມັດ​ກ້ອນ ເພື່ອ​ຜະລິດ​ໄຟຟ້າ​ໃຫ້ໄດ້ 90-100 ເມ​ກາ​ວັດ ດ້ວຍ​ປະລິ​ມານ​ນ້ຳ​ໄຫຼ​ຈາກ​ລຳເຊ​ບັ້ງໄຟ ລຳເຊ​ນ້ອຍ ແລະ ເຂື່ອນ​ນ້ຳ​ເທີນ 2 ທີ່​ໄດ້​ກັກ​ເກັບ​ນ້ຳ​ໄວ້​ກວ່າ 450 ກິ​ໂລ​ຕະລາງ​ແມັດ ຈະ​ຄ່ອຍ​ທະຍອຍ​ປ່ອຍ​ລົງ​ສູ່​ເຂື່ອນ​ດັ່ງກ່າວ ລະດັບ​ນ້ຳໜ້າ​ເຂື່ອນ​ເທົ່າ​ກັບ​ລະດັບ​ນ້ຳນອງ​ປົກກະຕິ​ຂອງ​ລະດູຝົນທຸກໆ​ປີ ເປັນ​ເຂື່ອນ​ທີ່​ແລ່ນ​ເຄື່ອງໄດ້​ດີ​ໃນ​ລະດູແລ້ງ ແຕ່​ລະດູຝົນປະມານ 2 ເດືອນ​ຈະ​ຢຸດ​ຜະລິດ ຫຼື ຜະລິດ​ໄດ້​ໜ້ອຍ ຍ້ອນ​ສະພາບນ້ຳຂອງ​ຂຶ້ນ​ຍູ້​ໃສ່​ທ້າຍ​ໂຮງ​ຈັກ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...