spot_img
HomeມູມໄອທີລາວHuawei ໂຊເທບ! ສາກແບັດສະມາດໂຟນ 48% ພາຍໃນ 5 ນາທີ

Huawei ໂຊເທບ! ສາກແບັດສະມາດໂຟນ 48% ພາຍໃນ 5 ນາທີ

Published on

ທຸກ​ມື້​ນີ້​ສະ​ມາດ​ໂຟນ ເປັນ​ຄື​ແຂນ​ຂາ​ຂອງ​ຄົນ​ເຮົາ ຖ້າ​ແບດ​ເຕີ​ຣີ່​ໝົດ ກໍ​ເຮັດຫຍັງ​ບໍ່​ໄດ້ ການ​ໃຊ້​ແນວສາກໄຟ​ຢູ່​ກັບ​ທີ່ ຫລື​ສາກໄຟ​ກັບ​ພາວ​ເວີ​ແບ້ງ​ສາກ​ໄປ​ຫລິ້ນ​ໄປ ກໍ​ຄືຊິບໍ່​ດີ​ປານໃດ​ ແຕ່​ສຳລັບ​ຜູ້​ທີ່​ຕ້ອງ​ໃຊ້​ງາ​ນສະມາດ​ໂຟນ​ຄົງ​ຈະ​ລໍ​ໃຫ້​ເຕັມ​ບໍ່​ໄຫວ ເສຍ​ເວລາ ທຸກ​ມື້​ນີ້​ຈຶ່ງ​ມີສະມາດ​ໂຟນ​ຫລາຍໆ ຄ້າຍ​ຫັນ​ມາ​ໃສ່​ໃຈ​ລະບົບ​ສາກ​ໄວ​ຫລາຍ​ຂຶ້ນ

7153_1511171056441a

Huawei ແບ​ຣນສະ​ມາດ​ໂຟນ​ຈາກ​ປະເທດ​ຈີນ ກໍ​ເປັນ​ອີກ​ໜຶ່ງ​ແບ​ຣນ​ທີ່​ຫັນ​ມາ​ໂຊວ໌​ຈຸດ​ຂາຍ​ໃນ​ດ້ານ​ການ​ສາກໄວ ໂດຍ​ອອກ​ຄລິບ​ວີ​ດີ​ໂອ​ທົດສອບ​ການ​ສາກ​ແບດ​ເຕີ​ຣີ່ ຂະໜາດ 3000mAh ຊຶ່ງ​ຜົນ​ກໍ​ອອກ​ມາ​ເຫລືອເຊື່ອ​ເປັນ​ຢ່າງ​ຫລາຍ ເພາະ​ພຽງ 5 ນາ​ທີ​ເທົ່າ​ນັ້ນ ສາມາດ​ສາກ​ໄຟ​ໄດ້​ເກືອບ​ເຄີ່ງ​ໄດ້​ເຖິງ 48 % ເລີຍ​ທີ​ດຽວ ແລະ​ອີກ​ໜຶ່ງ​ຄລິບ​ເປັນ​ການ​ສາກ​ແບດ​ເຕີ​ຣີ່ 600mAh ທຽບ​ກັບ  Huawei ລຸ້ນ​ກ່ອນໆ ຊຶ່ງ​ລະບົບ​ສາກ​ໃໝ່​ນີ້​ໃຊ້​ເວລາ​ພຽງ 2 ນາ​ທີ​ເທົ່າ​ນັ້ນ ສາມາດ​ສາກໄຟ​ໄດ້​ເຖິງ 68% ທັ້ງໆ​ທີ່​ລຸ້ນ​ກ່ອນໆ​ເຮັດ​ໄດ້​ພຽງ 2 % ເທົ່າ​ນັ້ນ ແຕ່​ຢ່າງໃດ​ກໍ​ຕາມ ການ​ສາກໄຟ​ນີ້​ຍັງ​ຄົງ​ຕ້ອງ​ຖອດ​ແບດ​ເຕີ​ຣີ່​ຈາກ​ຕົວ​ເຄື່ອງ​ໄປ​ສາກ​ທີ່​ແທ່ນ​ສາກ ບໍ່​ໄດ້​ເປັນ​ລະບົບ​ສາກ​ຈາກ​ໃນ​ຕົວ​ເຄື່ອງ ຊຶ່ງ​ໃນ​ອະນາຄົດ  Huawei ອາດຈະ​ພັດທະນາ​ລະບົບ​ນີ້​ໄປ​ໃສ່​ໄວ້​ໃນ​ຕົວ​ເຄື່ອງ​ກໍ​ໄດ້

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...