Homeຂ່າວການພັດທະນາພະລັງງານ-ບໍ່ແຮ່ ສືບຕໍ່ຂະຫຍາຍຕົວປະຊາຊົນມີໄຟຟ້າໃຊ້

ພະລັງງານ-ບໍ່ແຮ່ ສືບຕໍ່ຂະຫຍາຍຕົວປະຊາຊົນມີໄຟຟ້າໃຊ້

Published on

815e7dd6b67a27d3ebed5b4963811aec

ພາຍ​ໃຕ້​ການ​ຊີ້​ນຳ-ນຳພາຂອງ​ພັກ-ລັດ ເຮັດ​ໃຫ້​ຂະແໜງການ​ພະລັງງານ-ບໍ່​ແຮ່ ສືບຕໍ່ເຕີບ​ໃຫຍ່​ຂະຫຍາຍຕົວ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະ​ກິດ-ສັງຄົມ​ໄດ້​ຢ່າງ​ຫຼວງຫຼາຍ ນັບ​ແຕ່​ປີ 1975 ຈົນ​ມາ​ເຖິງ​ປັດຈຸ​ບັນ ອັດຕາ​ການ​ຊົມໃຊ້​ໄຟຟ້າຂອງ​ປະຊາຊົນ​ກວມ 89% ຂະນະ​ທີ່​ບໍ່​ແຮ່​ກໍ່​ເພີ່ມ​ຂຶ້ນ 15-20% ຕໍ່​ປີ.

ອີງ​ຕາມ​ຂໍ້​ມູນ​ຈາກ​ເອກະສານໂຄສະນາ ປາຖະກະຖາ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ ເຫັນ​ໄດ້​ວ່າ: ຂະແໜງ​ພະລັງ​ງານ-ບໍ່​ແຮ່ ນັບ​ຕັ້ງແຕ່​ປີ 1975 ຂະແໜງ​ພະລັງງານ ແລະ ບໍ່​ແຮ່ ​ໄດ້​ຮັບ​ການ​ພັດທະນາ​ຢ່າງຕັ້ງໜ້າ ຈາກ​ທີ່​ທົ່ວ​ປະເທດ​ມີ​ພຽງ 1 ເຂື່ອນ ໃນ​ປີ 1975 ແຕ່​ມາຮອດ​ປີ 2015 ມີ​ເຖິງ 30 ເຂື່ອນ ເປັນຕົ້ນແມ່ນ ​ເຂື່ອນ​ໄຟຟ້າ ເທີນຫີນ​ບູນ ພາກ​ຂະຫຍາຍ ນ້ຳ​ງື່ມ 5 ແລະ ເຊ​ຂະ​ໝານ 3 ນອກ​ນັ້ນ ຍັງ​ມີ​ໂຄງການ​ຂະໜາດ​ໃຫຍ່ອີກ​ຫຼາຍ​ໂຄງ​​ການ ເຊັ່ນ: ໂຄງການໄຟຟ້າຫົງ​ສາ​ລິກ​ໄນ ເຂື່ອນ​ໄຟຟ້າ​ໄຊ​ຍະ​ບູ​ລີ ເຂື່ອນ​ນ້ຳ​ອູ 2 5 ແລະ 6 ເຂື່ອນ​ເຊ​ປຽນ-ເຊ​ນ້ຳນ້ອຍ ເຂື່ອນນ້ຳ​ງຽບ ແລະ ອື່ນໆ ທີ່​ສາມາດ​ຜະລິດ​ພະລັງງານ​ໄດ້ທັງ​ໝົດ 5.205 ເມ​ກາ​ວັດ ເຊິ່ງສາມາດ​ສະໜອງ​ກະແສ​ໄຟຟ້າໃຫ້​ກັບ​ທຸກໆ​ເທສະ​ບານ​ແຂວງ ແລະ ເມືອງ.

ສ່ວນ​ບໍ່​ແຮ່ ກໍ່​ເປັນ​ຂະແໜງໜຶ່ງ​ທີ່​ສາມາດ​ສ້າງ​ລາຍ​ຮັບ​ໃຫ້ກັບ​ປະເທດ​ຊາດ​ຫຼາຍ​ສົມຄວນ ປັດຈຸບັນ ຍອດ​ມູນ​ຄ່າ​ການ​ຜະລິດ​ອຸດສາຫະກຳ-ບໍ່​ແຮ່ ໄດ້​ສືບຕໍ່​ເພີ່ມ​ຂຶ້ນ ເຊິ່ງ​ປະເພດ​ແຮ່​ທາດທີ່​ໄດ້​ຖືກ​ຂຸດ​ຄົ້ນ​ໃນ ​ສປປ ລາວ ປະກອບ​ມີ: ຄຳ ທອງ ຖ່ານ​ຫີນ ກົ່ວ ແກ້ວ​ປະເສີດ ຫີນ​ປູນ​ຜະລິດ ຊີມັງ ຫີນ​ກາວ ສັງກະສີ ຟົດ​ຟໍ ເກືອ​ກິນ ແລະ ອື່ນໆ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...