spot_img
Homeຂ່າວພາຍ​ໃນລັດຖະບານລາວ ສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດການກໍ່ການຮ້າຍຢູ່ຝຣັ່ງ

ລັດຖະບານລາວ ສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດການກໍ່ການຮ້າຍຢູ່ຝຣັ່ງ

Published on

7f2197f762cf49350a90e97a5c0743e1

ວັນ​ທີ 16 ພະຈິກ 2015 ຢູ່ສະຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດຝຣັ່ງ ​ປະຈຳ ​ສປປ ລາວ ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະເທດ ​ພ້ອມ​ດ້ວຍ​ຄະນະ​ໄດ້​ເຊັນປຶ້ມ​ໄວ້ອາໄລ​ຕໍ່​ເຫດການ​ກໍ່​ການຮ້າຍ ​ທີ່​ນະຄອນຫຼວງ​ປາ​ຣີ ປະເທດ​ຝຣັ່ງ ໃນ​ວັນ​ທີ 13 ພະຈິກ 2015 ຜ່ານ​ມາ ເຮັດ​ໃຫ້​ມີ​ຜູ້​ເສຍຊີວິດ ແລະ ບາດເຈັບ.

ການ​ເຊັນ​ໄວ້ອາໄລ​ຄັ້ງ​ນີ້​ມີເນື້ອ​ໃນ​ຂຽນ​ວ່າ: ພວກ​ຂ້າ​ພະເຈົ້າ​ ໄດ້​ຮັບ​ຂ່າວ​ດ້ວຍ​ຄວາມ​ໂສກເສົ້າ​ກ່ຽວ​ກັບ​ເຫດການ​ສະຫຍອງຂວັນ ​ທີ່​ເກີດ​ຈາກ​ການ​ກະທຳ​ທີ່ໂຫດຮ້າຍ​ປ່າ​ເຖື່ອນ ​ໃນ​ການ​ບຸກໂຈມ​ຕີ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ຢູ່​ໂຮງລະຄອນ ຮ້ານ​ອາຫານ ແລະ ສະໜາມ​ກີລາ​ແຫ່ງ​ຊາດ ​ທີ່​ນະຄອນ​ຫຼວງ​ປາ​ຣີ ເຊິ່ງ​ເຮັດ​ໃຫ້​ມີ​ຜູ້ເສຍ​ຊີວິດ​ຈຳນວນ​ຫຼວງຫຼາຍ ພວກ​ຂ້າພະເຈົ້າ​ຂໍ​ກ່າວ​ປະນາມຢ່າງ​ແຂງແຮງ ​ຕໍ່​ການ​ກະທຳ​ດັ່ງກ່າວ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ.

ໃນ​ນາມ​ລັດຖະບານ ແລະ ປະຊາຊົນ​ລາວ ຂ້າພະເຈົ້າ​ຂໍ​ສະແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງສຸດ​ຊຶ້ງ​ ມາ​ຍັງ​ລັດຖະບານ ແລະ ປະຊາຊົນ ແຫ່ງ​ສາທາລະນະ​ລັດຝຣັ່ງ ກໍ່​ຄື​ຄອບຄົວ​ຂອງ​ຜູ້​ໄດ້​ຮັບເຄາະ​ຮ້າຍ ​ຈາກ​ເຫດການ​ກະທຳອັນ​ຮຸນ​ແຮງ​ດັ່ງກ່າວ ແລະ ​ສປປ ລາວ​ ຈະ​ສືບຕໍ່​ໃຫ້ການ​ຮ່ວມ​ມື​ກັບວົງ​ຄະນາ​ຍາດ​ສາກົນ​ ໃນ​ການ​ຕໍ່ສູ້ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ໃນ​ທຸກ​ຮູບ​ແບບ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...