Homeຂ່າວຕ່າງປະເທດດ່ວນ! ຝຣັ່ງປະກາດສົງຄາມແລ້ວ

ດ່ວນ! ຝຣັ່ງປະກາດສົງຄາມແລ້ວ

Published on

14476903141447690549l
ປະທານາທິບໍດີຝຣັ່ງ ຟຣັງຊົວ ອອລລອງ ປະກາດສົງຄາມຕ້ານໄອເອັສ ໂດຍການຈັບມື ໂອບາມາແລະປູຕີນ ເປີດສາກຖະຫຼົ່ມໄອເອັສ

ມື້ຄືນນີ້, ເວລາ 20:30 (ຕາມເວລາໃນປະເທດລາວ) ປະທານາທິບໍດີຟຣັງຊົວ ອອລລອງ ຜູ້ນຳຝຣັ່ງ ເປີດຖະແຫຼງຕໍ່ສະມາຊິກສະພາ ທີ່ພະລາຊະວັງແວກໄຊວ່າ ຂະນະນີ້ຝຣັ່ງຢູ່ໃນພາວະສົງຄາມ ຫຼັງກອງກຳລັງໄອເອັສກໍ່ການຮ້າຍ ສັງຫານຜູ້ບໍລິສຸດໄປ 129 ຄົນ ປະກອບດ້ວຍຄົນເຊື້ອຊາດຕ່າງໆ 19 ປະເທດ, ຝຣັ່ງຈະເພິ່ມປະຕິບັດການໂຈມຕີ ກຸ່ມໄອເອັສໃນຊີເຣຍເຂັ້ມຂຸ້ນຂຶ້ນ ໃນຫຼາຍອາທິດຂ້າງໜ້ານີ້ ເພາະຂະນະນີ້ ຊີເຣຍກາຍເປັນໂຮງງານ ຜະລິດຜູ້ກໍ່ການຮ້າຍໄປແລ້ວ.

ຂະນະດຽວກັນຕົນຈະພົບປະເຈລະຈາ ກັບປະທານາທິບໍດີ ບາຣັກ ໂອບາມາ ຜູ້ນຳສະຫະລັດອາເມລິກາ ແລະ ປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນຳຣັດເຊຍ ເພື່ອຈັດຕັ້ງກອງກຳລັງພັນທະມິດ ຮ່ວມກັນເປັນໜຶ່ງດຽວ ໃນການປາບປາມໄອເອັສ ໃຫ້ເປັນກອງກຳລັງທີ່ແຂງແກ່ນ ແລະບັນລຸເປົ້າໝາຍໃຫ້ໄດ້ ຫຼັງຈາກທີ່ຜ່ານມາເສຍເວລາຫຼາຍແລ້ວ. ນອກຈາກນີ້, ຈະສະເໜີໃຫ້ຄະນະມົນຕີຄວາມໝັ້ນຄົງ ແຫ່ງສະຫະປະຊາຊາດອອກມະຕິ ເພື່ອຕໍ່ຕ້ານການກໍ່ການຮ້າຍ.

ສຳລັບສະຖານະການໃນປະເທດ ປະທານາທິບໍດີ ຟຣັງຊົວ ອອລລອງ ກ່າວວ່າ ຈະສະເໜີກົດໝາຍຕໍ່ສະພາ ເພື່ອຂະຫຍາຍເວລາໃຊ້ພາວະສຸກເສີນ ຕໍ່ໄປ 3 ເດືອນ ຫຼັງຈາກປະກາດໃຊ້ກົດໝາຍ ພາວະສຸກເສີນຕັ້ງແຕ່ເກີດເຫດຮ້າຍ ໃນວັນທີ 13 ພະຈິກ 2015 ຈະມີການເພິ່ມກຳລັງຕຳຫຼວດອີກ 5,000 ຄົນ ພາຍໃນເວລາ 2 ປີ ແລະຈະບໍ່ມີການຫຼຸດກຳລັງກອງທັບ ໄປຈົນເຖິງປີ 2019 ພ້ອມທັງຂໍໃຫ້ຄົນໃນປະເທດ ມີຄວາມເປັນນ້ຳໜຶ່ງໃຈດຽວກັນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...