spot_img
Homeຂ່າວຕ່າງປະເທດພັກ NLD ຂອງອອງຊານຊູຈີ ຊະນະການເລືອກຕັ້ງມຽນມາ ໄດ້ບ່ອນນັ່ງໃນສະພາ ກ່ວາ 77%!

ພັກ NLD ຂອງອອງຊານຊູຈີ ຊະນະການເລືອກຕັ້ງມຽນມາ ໄດ້ບ່ອນນັ່ງໃນສະພາ ກ່ວາ 77%!

Published on

CORRECTION-MYANMAR-POLITICS-ELECTION

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພະຈິກນີ້ວ່າ ຄະນະກຳມະການເລືອກຕັ້ງສະຫະພາບ ໄດ້ອອກມາເປີດເຜີຍວ່າ ພັກສັນນິບາດຊາດ ເພື່ອປະຊາທິປະໄຕ ຫລື NLD ຂອງທ່ານ ນາງ ອອງຊານຊູຈີ ໄດ້ຮັບໄຊຊະນະຈາກການເລືອກຕັ້ງ ໄດ້ບ່ອນນັ່ງໃນສະພາທັງໝົດ 880 ບ່ອນນັ່ງ ຊິ່ງກວມ 77.3% ຂອງຈຳນວນທັງໝົດ 1,139 ບ່ອນນັ່ງໃນສະພາ ທີ່ມີການເລືອກຕັ້ງ ເຮັດໃຫ້ພັກດັ່ງກ່າວ ມີສິດທີ່ຈະຈັດຕັ້ງລັດຖະບານພັກດຽວໄດ້ ຕາມລັດຖະທຳມະນູນ ແຫ່ງ ມຽນມາ.

ການປະຊຸມຄັ້ງປະຖົມມະລຶກຂອງສະພາ ຈະເປີດຂຶ້ນໃນເດືອນມັງກອນປີໜ້າ ໂດຍຈະມີການລົງມະຕິ ເລືອກຜູ້ດຳລົງຕຳແໜ່ງປະທານາທິບໍດີ ພາຍໃນເດືອນກຸມພາ ແລະ ຈັດຕັ້ງລັດຖະບານຊຸດໃໝ່ ພາຍໃນເດືອນມີນາ 2016.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...