Homeຂ່າວພາຍ​ໃນເຜີຍ​ໂສມ ລູ​ເມຍ1520 ແຟບ​ເລັດ​ລຸ້ນ​ທຳອິດຂອງ​ໂນ​ເກຍ

ເຜີຍ​ໂສມ ລູ​ເມຍ1520 ແຟບ​ເລັດ​ລຸ້ນ​ທຳອິດຂອງ​ໂນ​ເກຍ

Published on

nokia-lumia-1520_leaked

ໂນ​ເກຍ ເປີດ​ຕົວ​ສະ​ມາດ​ແຟບ​ເລັດ​ເຄື່ອງ​ທຳອິດ ລຸ້ນ​ລູ​ເມຍ 1520 ອັດ​ເທັກ​ໂນ​ໂລ​ຊີ​ຖ່າຍ​ພາບ ​ໜ້າ​ຈໍ​ແບບ​ຟູນ​ເອດ​ດີ HD 6 ນິ້ວ ພ້ອມ​ຮັບ​ຄວາມ​ບັນ​ເທິງ ​ແລະ ​ການເຮັດວຽກງານ​ໃນ​ເຄື່ອງ​ດຽວ…
ໂນ​ເກຍ ປະ​ກາ​ດວາງ​ຈຳ​ໜ່າຍ Nokia Lumia 1520 ສະ​ມາດ​ແຟບ​ເລັດ​ເຄື່ອງ​ທຳອິດ​ຂອງ​ໂນ​ເກຍ ໂດຍ​ມາ​ພ້ອມ Nokia Black ຊັອບ​ແວ ​ລ່າ​ສຸດ​ສຳລັບ​ວິນ​ໂດວ ໂຟນ ຮອງ​ຮັບ​ການ​ໃຊ້​ງານ​ເພື່ອ​ຄວາມ​ບັນ​ເທິງ ​ແລະ​ການເຮັດວຽກງານ​ດ້ວຍ​ໜ່ວຍ​ປະ​ມວນ​ຜົນ Quad-Core Snapdragon ແລະ ​ໜ້າ​ຈໍ​ຟູນ ເອດ​ດີ ຂະໜາດ 6 ນິ້ວ
ນອກ​ຈາກ​ນີ້ Nokia Lumia 1520 ຍັງ​ມີນະ​ວັດ​ກຳການ​ຖ່າຍ​ພາບ​ເພື່ອ​ບອກ​ເລົ່າ ​ແລະ ​ແບ່ງ​ປັນ​ດ້ວຍ​ກ້ອງ PureView20 ລ້ານ​ພິກ​ເຊວ ແລະ ​ແທັກ​ສະຖານ​ທີ່​ເທິງ​ພາບ​ຖ່າຍ​ໄດ້​ດ້ວຍ Nokia Storyteller ເຊິ່ງ​ແອບ​ພິ​ເຄ​ຊັ່ນ​ດັ່ງ​ກ່າວ​ຈະ​ຜະ​ໜວກ​ພາບ​ຖ່າຍ​ກັບ​ຂໍ້​ມູນ​ເທິງ​ແຜນ​ທີ່ HERE ຕາມ​ລຳ​ດັບ​ເວລາ ໂດຍ​ສາມາດ​ເລືອກ ປັບ​ແກ້ ແລະ​ ເບິ່ງ​ພາບ​ຖ່າຍ​ເປັນ​ແບ​ບສະ​ໄລ​ໂຊວ ລວມ​ທັງ​ຄັດ​ກອງ​ຮູບ​ຖ່າຍ​ ແລະ ​ວິ​ດີ​ໂອ​ຕາມ​ສະຖານ​ທີ່​ໃນ​ໄລຍະເວລາ​ດຽວ​ກັນ ທັງ​ຍັງ​ໃຫ້​ໃສ່​ຂໍ້ຄວາມ​ສັ້ນໆ ໄດ້​ອີກ​ດ້ວຍ ພ້ອມ​ກັນ​ນີ້​ກ້ອງ​ຂອງ Lumia 1520 ຍັງມີ​ເທັກ​ໂນ​ໂລ​ຊີ​ຫຼຸດ​ການ​ສັ່ນ​ໄຫວ ຖ່າຍ​ພາບ​ໄດ້​ແຈ້ງ​ ເຖິງວ່າ​ໃນ​ບ່ອນ​ແສງ​ນ້ອຍ ກໍໃຊ້​ເທັກ​ໂນ​ໂລ​ຊີ Oversampling ແລະ ​ລະບົບ​ຊູມ​ໃໝ່​ແບບ​ດຽວ​ກັບ Lumia 1020 ໃຊ້​ການ​ບັນ​ທຶກ​ພາບ​ພ້ອມ​ສຽງ​ຈາກ Nokia Rich Recording ລະບົບ​ບັນ​ທຶກ​ສຽງ​ທີ່​ມີ​ໄມ​ໂຄ​ໂຟນ​ເຖິງ 4 ຕົວ ນອກ​ຈາກ​ນີ້ Nokia Lumia 1520 ຍັງ​ເພີ່ມ tile ແຖວ​ທີ່​ສາມ​ຕາມ​ແນວ​ຕັ້ງ​ເພີ່ມ​ຄວາມສະດວກ​ໃນ​ການ​ເຂົ້າ​ເຖິງ​ ແອັບ​ພິ​ເຄ​ຊັ່ນ​ ​ແລະ ປະສົບການ​ຕ່າງ ໆ ໃຊ້​ງານ​ງ່າຍ​ ແລະ ​ເຫັນ​ໄດ້​ແຈ້ງ​ຂຶ້ນ​ເທິງ​ໜ້າ​ຈໍ​ທີ່​ໃຫຍ່​ກວ່າ​ເກົ່າ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...