Homeອຸບັດເຫດແລະປາກົດການຫຍໍ້ທໍ້ບັນຫາຢາເສບຕິດ ຍັງເປັນໄພຂົ່ມຂູ່ຢູ່ໃນ ສປປ ລາວ!

ບັນຫາຢາເສບຕິດ ຍັງເປັນໄພຂົ່ມຂູ່ຢູ່ໃນ ສປປ ລາວ!

Published on

DSC_3223

ກອງ​ປະຊຸມ​ລະດັບ​ສູງ​ຂອງ​ຂະແໜງ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ ຄັ້ງ​ທີ 10 ຈັດ​ຂຶ້ນ​ວັນ​ທີ 13 ພະຈິກ 2015 ຢູ່​ໂຮງແຮມ​ດອນ​ຈັນ​ພາເລດ ໂດຍ​ມີທ່ານ ​ກຸ ຈັນ​ສີ​ນາ ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ ເພື່ອ​ກວດກາ ແລະ ຄວບ​ຄຸມ​ຢາເສບ​ຕິດ ທ່ານ ຈອນ ວິນ​ລຽມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອົດ​ສະ​ຕຣາລີ ປະທານ​ກຸ່ມ​ບັນດາ​ປະເທດ​ທີ່ເຄີຍ​ໃຫ້ການ​ຊ່ວຍເຫຼືອ​ ເພື່ອ​ຄວບຄຸມ​ຢາ​ເສບ​ຕິດ​ແກ່ ​ສປປ ລາວ ແລະ ທ່ານ ແສງ​ເດືອນ ພົມ​ມະວົງສາ ຜູ້ຕາງໜ້າ​ອົງການ UNODC ຮ່ວມ​ກັນເປັນ​ປະທານ ເຊິ່ງ​ມີ​ຕາງໜ້າ​ຈາກ​ອົງການ​ສາກົນ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງເຂົ້າ​ຮ່ວມ.

ທ່ານ ກຸ ຈັນ​ສີ​ນາ ໄດ້​ກ່າວ​ວ່າ: ການ​ປູກ​ຝິ່ນ​ຢູ່​ທາງ​ພາກ​ເໜືອຂອງ​ລາວ ໃນ​ປີ 2015 ນີ້ ໂດຍອີງໃສ່​ການ​ສະເລ່ຍ​ຈາກ​ຜົນ​ການສຳ​ຫຼວດ​ຂອງ​ອົງການ ​ສປຊ ແລະ ຂອງ ​ສປ ຈີນ ໄດ້​ໃຫ້​ຮູ້​ວ່າ ການ​ລັກ​ປູກ​ຝິ່ນ​ແມ່ນ​ເພີ່ມ​ຂຶ້ນເລັກ​ນ້ອຍ ​ຖ້າ​ສົມ​ທຽບໃສ່​ປີ 2014 ຜ່ານ​ມາ​ ຍ້ອນ​ວ່າ​ຫຼາຍ​ທ້ອງຖິ່ນ​ ໄດ້ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ ຄຳ​ສັ່ງ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ ກ່ຽວ​ກັບການ​ແກ້​ໄຂ​ການ​ລັກ​ປູກ​ຝິ່ນ-ປູກກັນຊາ​ຢ່າງ​ເຂັ້ມ​ງວດ ແລະ ແຂງແຮງ​ກວ່າ​ເກົ່າ ໃນ​ປີ​ນີ້ ​ພວກ​ເຮົາໄດ້​ເຊັນ​ສັນຍາ​ຮັບ​ເອົາ​ການ​ຊ່ວຍເຫຼືອ​ລ້າ​ ຈາກ​ລັດຖະບານ​ສະຫະລັດ​ອາ​ເມ​ຣິ​ກາ ແລະ ລຸກ​ຊຳ​ບວກ ເພື່ອ​ນຳ​ມາ​ປະຕິບັດ​ໂຄງການ​ຫັນເອົາ​ປະຊາຊົນ ​ໄປ​ປະກອບ​ອາຊີບອື່ນ​ທີ່​ໝັ້ນຄົງ​ແທນ​ການ​ປູກ​ຝິ່ນ​ຢູ່ແຂວງ​ຫົວພັນ.

ສ່ວນ​ວຽກ​ງານ​ການ​ບຳບັດ​ປິ່ນປົວ​ຜູ້​ທີ່​ຕິດ​ຢາ​ເສບ​ຕິດ​ນັ້ນ ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທ້ອງຖິ່ນ​ຕ່າງໆ ໄດ້​ພາກັນ​ເອົາໃຈໃສ່​ວຽກ​ງານ​ດັ່ງກ່າວ​ດ້ວຍ​ການ​ປິ່ນປົວ​ຢູ່​ຕາມ​ສູນຕາມ​ຊຸມຊົນ ແລະ ຢູ່​ກັບ​ຄອບຄົວ ສາມາດ​ຊ່ວຍ​ກອບ​ກູ້​ເອົາ​ຜູ້​ຕິດ​ຢາເສບ​ຕິດ​ ໃຫ້​ກັບ​ຄືນ​ເປັນ​ຄົນ​ດີ​ຂອງສັງຄົມ ໃນ​ປີ​ນີ້​ໄດ້​ປະມານ 3-4 ພັນ​ເທື່ອ​ຄົນ ເພື່ອ​ສ້າງ​ເງື່ອນໄຂ ແລະ ອຳນວຍ​ຄວາມ​ສະດວກ​ໃນການ​ຄຸ້ມ​ຄອງ​ບໍລິຫານ ແລະ ເຝິກ​ວິຊາ​ຊີບ​ໃຫ້​ຜູ້​ຕິດ​ຢາ​ເສບ​ຕິດນັ້ນ​ ລັດຖະບານ​ສະຫະລັດ​ອາ​ເມ​ຣິກາ ໄດ້​ໃຫ້ການ​ສະໜັບສະໜູນ ແລະ ຊ່ວຍເຫຼືອ​ວັດຖຸ​ອຸປະກອນ ແລະ ທຶນຮອນ​ຈຳນວນ​ໜຶ່ງ ເພື່ອກໍ່ສ້າງ​ພື້ນຖານ​ວັດຖຸ​ເຕັກນິກ​ໃຫ້ແກ່​ບັນດາ​ສູນ​ຢູ່​ຕາມ​ ທ້ອງຖິ່ນຕ່າງໆ.

ນອກຈາກ​ນັ້ນແລ້ວ ​ພວກ​ເຮົາຍັງ​ໄດ້​ປະກອບສ່ວນ​ສຳຄັນ ​ເຂົ້າໃນ​ຂະ​ບວນ​ການ​ປະຕິບັດ​ວຽກງານ 3 ສ້າງ ​ທີ່​ມີ​ສ່ວນ​ພົວພັນ​ກັບຢາ​ເສບ​ຕິດ ເຊິ່ງ​ມາ​ຮອດ​ປັດຈຸບັນ ສາມາດ​ສ້າງ​ບ້ານ​ປອດ​ຢາ​ເສບຕິດ​ໄດ້​ໂດຍ​ພື້ນຖານ​ແລ້ວ 66,24% ຂອງ​ຈຳນວນ 8.117 ບ້ານ​ທັງ​ໝົດ​ໃນ​ທົ່ວ​ປະເທດ ຂະແໜງ​ການ​ສຶກ​ສາ ແລະ ກີລາ ກໍ່​ໄດ້​ຕັ້ງໜ້າ​ສ້າງ​ໂຮງຮຽນ​ມັດ​ທະຍົມ​ປອດ​ຢາ​ເສບ​ຕິດ​ໄດ້​ແລ້ວ 68,85% ຂອງ​ຈຳນວນ 1.662 ໂຮງຮຽນ​ມັດທະຍົມ​ທົ່ວ​ປະເທດ ເວົ້າ​ລວມ​ແລ້ວ ຄອບຄົວ​ໃດ​ສະຖານ​ທີ່​ໃດ​ຫາກ​ປອດ​ຢາ​ເສບ​ຕິດແລ້ວ ຢູ່​ບ່ອນ​ນັ້ນ​ຈະ​ມີ​ຄວາມ​ສະຫງົບ​ປອດ​ໄພ ແລະ ເປັນ​ລະບຽບຮຽບ​ຮ້ອຍ​ດີ​ໄດ້​ໂດຍ​ພື້ນຖານ.

ສຳລັບ​ການ​ປະຕິບັດ​ກົດໝາຍ​ຕໍ່ຜູ້​ກະທຳ​ຜິດ​ໃນ​ໄລຍະ 10 ເດືອນທີ່​ຜ່ານ​ມາ ເຈົ້າ​ໜ້າທີ່​ຕຳຫຼວດ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ​ໄດ້ຮ່ວມ​ກັນ​ປະຕິບັດ​ໜ້າທີ່​ດ້ວຍຄວາມ​ຮັບຜິດຊອບ​ສູງ ​ສາມາດມ້າງ​ຄະດີ​ໄດ້​ເກືອບ 2 ພັນ​ເລື່ອງ ຈັບ​ກຸມ​ຜູ້​ຕ້ອງ​ຫາ​ໄດ້​ເກືອບ 3 ພັນຄົນ ຢຶດ​ຢາ​ບ້າໄດ້ 5 ລ້ານ​ກວ່າເມັດ ເຮ​ໂລ​ອິນ 1 ຮ້ອຍ​ກິ​ໂລ ຝິ່ນ 49 ກິ​ໂລ ຢາ​ໄອສ 130 ກວ່າ​ກິ​ໂລ ກັນຊາ​ແຫ້ງ 3 ພັນ​ກິ​ໂລ ຢຶດ​ໄດ້ສານ​ເຄ​ມີ​ຕົ້ນ ແລະ ວັດຖຸ​ມີຄ່າອີກ​ຈຳນວນ​ໜຶ່ງ.

463752f7f7280d3de81c269d16d03f75

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...