spot_img
Homeຂ່າວຕ່າງປະເທດສະເທືອນໂລກ! ຝຣັ່ງຖືກກໍ່ການຮ້າຍໜັກ ເຖິງຂັ້ນສັ່ງປິດຊາຍແດນ

ສະເທືອນໂລກ! ຝຣັ່ງຖືກກໍ່ການຮ້າຍໜັກ ເຖິງຂັ້ນສັ່ງປິດຊາຍແດນ

Published on

NjpUs24nCQKx5e1D61sJwwbORWJbcvB0mKjGERAzCCh

ຝຣັ່ງປະກາດພາວະສຸກເສີນ ສັ່ງປິດຊາຍແດນ ຫຼັງຈາກທີ່ມີການໂຈມຕີຫຼາຍຈຸດ ໃນນະຄອນຫຼວງປາຣີສ ຕຳຫຼວດເຜີຍ ມີຜູ້ເສຍຊີວິດເກືອບ 149 ຄົນ.

ທັງນີ້ ມີລາຍງານວ່າທີ່ຫໍສະແດງດົນຕີ ມີຜູ້ເສຍຊີວິດບໍ່ຕ່ຳກວ່າ 100 ຄົນ ໂດຍຜູ້ກໍ່ເຫດໄດ້ໃຊ້ອາວຸດປືນ ແລະຈັບໂຕປະກັນ ກະທັ່ງຕໍ່ມາເຈົ້າໜ້າທີ່ຕຳຫຼວດບຸກເຂົ້າ ຊ່ວຍເຫຼືອໂຕປະກັນ ດ້ານເອເອຟພີ ລາຍງານວ່າ ເຈົ້າໜ້າທີ່ຕຳຫຼວດຍິງຜູ້ກໍ່ເຫດ ໃນອາຄານເສຍຊີວິດແລ້ວ 3 ລາຍ ແລະສື່ບາງສຳນັກລາຍງານວ່າ 4 ຄົນ ຜູ້ສື່ຂ່າວບີບີຊີລະບຸວ່າ ເຂົາເຫັນລົດກູ້ໄພແພດຈອດຢູ່ ມີຈຳນວນຫຼາຍຄັນ ຄາດວ່າຄາດວ່າຈະມີຜູ້ຕົກເປັນເຫຍື່ອ ຈຳນວນຫຼາຍຢູ່ພາຍໃນ.

NjpUs24nCQKx5e1D61sJwwbORWJbcvALGHjg8kpGvuf

ອີກຈຸດໜຶ່ງທີ່ມີຜູ້ເສຍຊີວິດຈຳນວນຫຼາຍຄື ຈຸດເກີດເຫດທີ່ໃກ້ກັບສະໜາມກິລາ ສະຕ໊າດເດີຟຣອງ ເຊິ່ງມີລາຍງານວ່າ ອາດຈະເປັນການໂຈມຕີແບບສະລະຊີບ

ອີກແຫ່ງໜຶ່ງທີ່ເປັນເປົ້າໝາຍໂຈມຕີ ຄື ຮ້ານອາຫານ  Le Petit Cambodge ແລະLe Carrillon ໃນເຂດ 10 ເຊິ່ງມີນັກຂ່າວລາຍງານວ່າ ເຫັນຄົນນອນແຄມຖະໜົນປະມານ 10 ກວ່າຄົນ ອາດຈະເສຍຊີວິດຫຼືບໍ່ກໍບາດເຈັບ ຜູ້ເຫັນເຫດການກ່າວກັບ ໜັງສືພິມ  La Belle Equipe ໃນເຂດ 11 ນອກຈາກນີ້ຍັງມີຜູ້ໄດ້ຍິນສຽງປືນ ດັງຂຶ້ນພ້ອມທີ່ສູນຊັບພະສິນຄ້າ  Les Halles  ທັງນີ້ ທາງດ້ານເຈົ້າໜ້າທີ່ໄດ້ນຳກຳລັງ ທະຫານອອກຮັກສາຄວາມປອດໄພ ທົ່ວເມືອງ ພ້ອມກັບຂໍໃຫ້ປະຊາຊົນ ຢູ່ແຕ່ພາຍໃນເຮືອນ.

ລາຍງານຂ່າວຈາກສື່ຝຣັ່ງກ່າວວ່າ ປະທານາທິບໍດີ ຟຣັງຊົວ ໂອນລອງ ໄດ້ອອກໂທລະພາບກ່າວວ່າ ນີ້ເປັນການໂຈມຕີແບບທີ່ບໍ່ເຄີຍ ເກີດຂຶ້ນມາກ່ອນໃນນະຄອນຫຼວງປາຣີສ ແລະໄດ້ຕັດສິນໃຈໃຫ້ມີການ ປະກາດພາວະສຸກເສີນ ເຊິ່ງໝາຍຄວາມວ່າ ຈະມີການປິດສະຖານທີ່ບາງແຫ່ງ ອາດຈະປິດການຈະລາຈອນ ແລະມີການຄົ້ນຫາ ເຊິ່ງອາດຈະມີການດຳເນີນການທົ່ວ ນະຄອນຫຼວງປາຣີສ ອີກປະການໜຶ່ງຄື ການປິດຊາຍແດນເພື່ອບໍ່ໃຫ້ມີ ຄົນເຂົ້າມາໂຈມຕີເພິ່ມ ແລະບໍ່ໃຫ້ຄົນທີ່ລົງມືແລ້ວໜີອອກນອກປະເທດ ເຂົາບອກວ່າ ໄດ້ຕັດສິນໃຈໃຊ້ກຳລັງທີ່ມີຢູ່ທັງໝົດ ເພື່ອຮັບມືບັນຫາການກໍ່ການຮ້າຍນີ້ ໂດຍຂໍໃຫ້ທະຫານເສີມກຳລັງ ແລະສະແດງຄວາມເສຍໃຈຕໍ່ຄອບຄົວ ຜູ້ເສຍຊີວິດແລະບາດເຈັບ ຈຳນວນຫຼວງຫຼາຍ.

ຂ່າວຫຼ້າສຸດ ປະທານາທິບໍດີຝຣັ່ງ ໄດ້ຍົກເລີກແຜນການເດິນທາງ ເຂົ້າຮ່ວມກອງປະຊຸມ G20 ແລ້ວ ເພື່ອຢູ່ແກ້ໄຂບັນຫາທີ່ເຄັ່ງຮ້ອນກ່ອນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...