spot_img
Homeວິທະຍາສາດ-ວິທະຍາການຜົນວິໄຈເຜີຍ ການເລີກໃຊ້ເຟດສ໌ບຸກເຮັດໃຫ້ຄົນມີຄວາມສຸກຫລາຍຂຶ້ນ

ຜົນວິໄຈເຜີຍ ການເລີກໃຊ້ເຟດສ໌ບຸກເຮັດໃຫ້ຄົນມີຄວາມສຸກຫລາຍຂຶ້ນ

Published on

202780831

ຜົນ​ວິ​ໄຈ​ເຜີຍ ການ​ເລີກ​ໃຊ້​ເຟ​ດສ໌ບຸກ​ ທຳໃຫ້ຄົນ​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ ມີສະ​ມາ​ທິ​ເຮັດ​ສິ່ງ​ຕ່າງໆ ຫລາຍກວ່າ​ເກົ່າ ເຟດສ໌ບຸກເຮັດໃຫ້ເກີດ​ຄວາມ​ຮູ້ສຶກ​ອິດສາ

ເມື່ອ​ວັນທີ່ 11 ພະ​ຈິກ ເວັບ​ໄຊຕ໌ sciencealert. com ໄດ້​ເປີດ​ເຜີຍ​ຜົນ​ການ​ວິ​ໄຈ​ອາ​ສາ​ສະໝັກ​ຊາວ​ເດນ​ມາ​ກຈຳນວນຫລັກ​ພັນ​ຄົນ ຊຶ່ງ​ມີ​ຄົນ​ຈຳນວນ​ຄຶ່ງ​ໜຶ່ງ​ທີ່​ໃຊ້​ເຟ​ດສ໌​ບຸ​ກ​ຕາມ​ປົກກະຕິ ສ່ວນ​ອີກ​ຄຶ່ງ​ໜຶ່ງ​ບໍ່​ໄດ້​ໃຊ້​ເຟ​ດສ໌​ບຸ​ກ ແຕ່​ເອົາ​ເວລາ​ໄປ​ເຮັດ​ກິດຈະກຳ​ອື່ນໆ ໂດຍ​ຫລັງ​ຈາກ​ຜ່ານ​ໄປ 1 ອາທິດ​ພົບ​ວ່າ 88% ຂອງ​ຄົົນທີ່​ເລີກ​ໃຊ້​ເຟ​ດສ໌​ບຸ໊ກ ຣູ້ສຶກມີ​ຄວາມ​ສຸກ​ຫລາຍ​ຂຶ້ນ ຊຶ່ງ​ຫລາຍກວ່າ​ຄົົນທີ່​ຍັງ​ໃຊ້​ເຟ​ດສ໌​ບຸ​ກ​ຕາມ​ປົກກະຕິ​ທີ່​ມີ​ຄົນ​ບອກວ່າ​ຮູ້ສຶກ​ມີ​ຄວາມ​ສຸກ​ເປັນ​ຈຳນວນ 81%

ສຳລັບ​ສາ​ເຫດ​ທີ່​ເຮັດໃຫ້​ຄົນ​ໃຊ້​ເຟ​ດສ໌​ບຸກ​ມີ​ຄວາມ​ສຸກ​ໜ້ອຍ​ກວ່າ​ນັ້ນ ເນື່ອງ​ມາ​ຈາກ​ຫລາຍ​ຄົນ​ມັກ​ສົນ​ໃຈ​ວ່າ​ຄົນ​ອື່ນ​ມີ​ຫຍັງ ຫລາຍກວ່າ​ທີ່​ຈະ​ສົນ​ໃຈ​ວ່າ​ຕົວ​ເອງ​ຕ້ອງ​ການ​ຫຍັງ ຫລື​ອະທິບາຍ​ກົງ​ໆ ກໍ​ຄື​ຮູ້ສຶກ​ອິດສາ​ເມື່ອ​ເຫັນ​ຊີວິດ​ຄົນ​ອື່ນ​ມີ​ຄວາມ​ສຸກ​ກວ່າ ຊຶ່ງ​ຄົົນທີ່​ບໍ່​ໄດ້​ໃຊ້​ເຟ​ດສ໌​ບຸກ​ຈະ​ມີ​ກຳ​ລັງ​ໃຈ​ຫລາຍກວ່າ ຮູ້ສຶກ​ເຫງົາ​ແລະ​ກັງ​ວົນ​ໜ້ອຍ​ກວ່າ ເນື່ອງ​ຈາກ​ໄດ້​ຫັນ​ໄປ​ໃຊ້​ເວລາ​ກັບ​ຄອບຄົວ​ແລະ​ໝູ່ເພື່ອນ​ ໃນ​ຊີວິດ​ຈິງ ອີກ​ທັງ​ຍັງ​ເຮັດໃຫ້​ມີສະ​ມາ​ທິ​ໃນ​ການເຮັດ​ສິ່ງ​ຕ່າງໆ ຫລາຍ​ຂຶ້ນອີກ​ດ້ວຍ

ນອກ​ຈາກ​ນີ້​ອາ​ສາ​ສະໝັກ​ຈຳນວນ​ໜຶ່ງ​ຍັງ​ບອກ​ອີກວ່າ ການ​ເລີກ​ໃຊ້​ເຟ​ດສ໌​ບຸກເຮັດໃຫ້​ ​ພວກເຂົາ​ເຮັດ​ຫນ້າທີ່​ອື່ນໆ ໄດ້​ສຳເລັດ​ວ່ອງໄວ​ແລະ​ມີ​ປະ​ສິດ​ທິ​ພາບ​ຫລາຍກວ່າ​ເກົ່າ ເພາະ​ການ​ທີ່​ຈິດ​ໃຈ​ບໍ່​ຕ້ອງ​ໄປ​ຢູ່​ກັບ​ເຟດສ໌​ບຸ​ກເຮັດໃຫ້ມີສະ​ມາ​ທິ​ແລະ​ຄວາມ​ຕັ້ງ​ໃຈ​ຫລາຍ​ຂຶ້ນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...