Homeຂ່າວການພັດທະນາເຊັນບົດບັນທຶກລິເລີ່ມໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມ ແລະ ຍືນຍົງ

ເຊັນບົດບັນທຶກລິເລີ່ມໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມ ແລະ ຍືນຍົງ

Published on

ວັນ​ທີ 12 ພະຈິກ​ນີ້, ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ​​​ແລະ ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ປະຈຳ​ລາວ​ໄດ້​ຈັດ​ພິທີລົງ​ນາມບົດ​ບັນທຶກ​ລິ​ເລີ່​ມ​ໂຄງການ​ພັດທະນາ​ຊຸມຊົນ​ແບບ​ມີ​ສ່ວນ​ຮ່ວມ ​ແລະ ຍືນ​ຍົງຂຶ້ນ, ຢູ່​ສູນ​ການ​ສະຫະພັນ​ແມ່ຍິງ​ລາວ, ລະຫວ່າງ​ທ່ານ ນາງ ບັນ​ດິດ ປະທຸມ​ວັນ, ຮອງ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ​ແລະ ທ່ານ ນາງ ຄາຣິນາອິມ​ໂມ​ເນັນ ຜູ້​ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ປະຈຳ​ລາວ.

ທ່ານ ນາງ ບັນດິດ ປະ​ທຸມ​ວັນ​ໃຫ້​ຮູ້ວ່າ: ໂຄງການ​ພັດທະນາ​ຊຸມຊົນ​ແບບ​ມີ​ສ່ວນ​ຮ່ວມ ​ແລະ ຍືນ​ຍົງ,​ເປັນ​ໂຄງການ​ຊ່ວຍ​ເຫຼື​ອລ້າ​ຈາກ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ປະຈຳ​ລາວ​ໃນ​ບ້ວງ​ເງິນສະໜັບສະໜູນ​ 1 ລ້ານ​ໂດ​ລາ​ສະ​ຫາ​ລັດ,​ໂດຍ​ຈະ​ຈັດັຕັ້ງ ປະ ຕິບັດ​ຢູ່​ແຂວງ​ສາລະ​ວັນ​ເປັນ​​ເວລາ​ 1 ປີ ​,​

(2015 – 2016), ເພື່ອ​ແນ່ໃສ່ສົ່ງ​ເສີມ​ການ​ປ່ຽນ​ແປງ​ຈິນຕະນາການ​ ແລະ ແນວ​ຄວາມ​ຄິດ​​ເອື່ອຍ​ອີງ​ໃສ່​ການ​ສະໜັບສະໜູນ​ຊ່ວຍ​ເຫຼືອ​ຈາກ​ພາຍ​ນອກ, ຊຸກຍູ້​ຊຸມ​ຊົນ​ໃຫ້​ກຸ້ມ​ຕົນ​ເອງ ​ແລະ ຊ່ວຍ​ເຫຼືອຕົນ​ເອງ, ​​ໂດຍ​ຈະ​ເນັ້ນ​ໃສ່​ການວາງ​ແຜນ ​ແລະການ​ຈັ້ງ​ຕັ້ງ​ປະຕິບັດ​ກິດຈະກຳ​ພັດທະນາ​ທ້ອງ​ຖິ່ນ,ຜ່ານ​ການ​ປຸກ​ຈິດ​ຈຳ​ນຶກ​ໃຫ້​ຊຸມ​ຊົນ, ການ​ມີ​ສ່ວນ​ຮ່ວມ​ຂອງ​ແມ່ຍິງ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຄວາມ​ເປັນ​ເຈົ້າ​ການ​ຂອງ​ຊຸມ​ຊົນ,​ ໃນ 10 ຊຸມ​ຊົນ​ເປົ້າ​ໝາຍ​ໃນ​ແຂວງ​ສາລະ​ວັນ.
ຮອງ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ການ​ສະຫະພັນ​ແມ່​ລາວ​ກ່າວ​ວ່າ: ໃນ​ເດືອນ​ກັນຍາ​ຜ່ານ​ມາ​ນີ້,ລັດຖະບານ​ລາວ​ໄດ້​ເຂົ້າ​ຮ່ວ​ໃນ​ການ​ຮັບຮອງ​ເອົາ​ເປົ້າ​ໝາຍ​ສະຫັດ​ສະຫວັດ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ (MDGs) ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການພັທທະ​ນາ​ປະ​ເທດ​ຊາດ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ​ໃນ​ປີ 2020, ຊຶ່ງ​ສະຫະພັນ​​ແມ່ຍິງ​ລາວ​ມີ​ບົດບາດ​ໃນ​ການ​ປົກ​ປ້ອງ ​ແລະ ພັນທະນາ​ແມ່ຍິງ​ລາວ ​ແລະ ​ໄດ້​​ມີ​ແຜນ​ພັດທະນາ​ແມ່ຍິງ​ແຕ່ລະ​ໄລຍະ, ​ໃນ​ນັ້ນ​ແມ່ນ​ສຸມ​ໃສ່​ສ້າງ​ຄວາມ​​ເຂັ້ມ​ແຂງ​ໃຫ້​ແມ່ຍິງ ​ແລະ ສະໜັບສະໜູນ​ການຈັດ​ຕັ້ງ​ປະຕິບ​ັດສິດສະ​ເໝີ​ພາບ​ລະຫວ່າງຍິງ-ຊາຍ, ພ້ອມ​ນັ້ນ​ກໍ​ມີ​ແຜນ​ຈະ​ເອົາວຽກ​ງານ​ແມ່​ຍິ່ງ​ເຊືອມ​ຊຶມ​ເຂົ້າ​ໃນ​ທຸກ​ແຜນ​ພັດທະນາ​ໃນ​ຂະ​ແໜງ​ການ​ຕ່າງໆ​ຂອງ​ລັດ​ຖະບານ,​ ເພື່ອ​ໃຫ້​ແມ່ຍິງ​ມີ​ສ່ວນ​ຮ່ວມ​ໃນ​ການ​ສົນທະນາ​ນະ​ໂຍບາຍ, ປຶກສາ​ຫາລື ​ແລະ ມີ​ສ່ວນ​ຮ່ວມ​ໃນ​ການ​ຕັດສິນ​ບັນຫາ,​ ໂອກາດ​ນີ້​ທ່ານ​ຍັງ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ອົງການ​ສະຫະ​ປະຊາ​ຊາດ​ ​ເພື່ອ​ການ​ພັດທະນາ ​ແລະ ລັດຖະບານສ ​ເກົາ​ຫຼີ ທີ່​​ເລືອກ​ເອົາ​ປະ​ເທດ​ລາວ​ເປັນ​ບຸລິມະ​ສິດ ​ໃນ​ການ​ທົດ​ລອງ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ດັ່ງກ່າວ.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...