Homeຂ່າວພາຍ​ໃນວາງສີລາເລີກ ສ້າງເຂື່ອນໄຟຟ້ານໍ້າງື່ມ 3 ຂະໜາດ 480 ເມກາວັດ ຄາດປີ 2020 ສຳເລັດ!

ວາງສີລາເລີກ ສ້າງເຂື່ອນໄຟຟ້ານໍ້າງື່ມ 3 ຂະໜາດ 480 ເມກາວັດ ຄາດປີ 2020 ສຳເລັດ!

Published on

somsa1

ຂປລ.ໃນວັນທີ 11 ພະຈິກ 2015 ຢູ່ທີ່ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫລວງວຽງຈັນ, ໄດ້ມີພິທີວາງສີລາ​ເລີກ ໂຄງການກໍ່ສ້າງ ເຂື່ອນໄຟຟ້ານໍ້າງື່ມ 3 ຂື້ນຢ່າງເປັນທາງການ ໃຫ້ກຽດເປັນປະທານໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍາມະການ ກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດ ການຜະລິດ ແລະ ການຈໍລະຈອນ,  ທ່ານ ດຣ.ຄໍາມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ສົມບັດ ເຢຽລີເຮີ ເລຂາຄະນະພັກແຂວງ ເຈົ້າແຂວງໆ ໄຊສົມບູນ, ທ່ານ ກວນ ຮວາ ປິ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ​ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຜູ້ຕ່າງໜ້າຈາກແຂວງ ພ້ອມພາກສ່ວນທີ່ກຽ່ວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ສີສະຫວາດ ທິຣະວົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຂຶ້ນກ່າວຜົນປະໂຫຍດ ຈະໄດ້ຮັບຈາກການກໍ່ສ້າງ ໂຄງການ ເຂື່ອນໄຟຟ້ານໍ້າງື່ມ 3  ແມ່ນໂຄງການໜຶ່ງທີ່ສໍາຄັນ ນອນ​ຢູ່ໃນ​ແຜນ​ແມ່​ບົດ ​ເພື່ອ​​ພັດທະນາ​ລະບົບໄຟຟ້າຢູ່​ ສປປ ລາວ ​ແຕ່​ນີ້ຮອດ​ປີ 2020, ໂຄງການກໍ່ສ້າງ​ ເຂື່ອນ​ໄຟຟ້ານໍ້າງຶ່ມ 3 ແມ່ນເຂື່ອນໄຟຟ້າຂະໜາດໃຫຍ່ ​ເຊິ່ງລັດຖະບານ ໄດ້ມອບໃຫ້ລັດວິສາຫະກິດໄຟຟ້າລາວ ເປັນຜູ້ພັດທະນາໂດຍກົງ, ລັກສະນະ ຂອງເຂື່ອນຈະເປັນແບບຫີນຖົມ ດ້ານໜ້າເທຄອນກຣິດ, ມີລວງສູງ 220 ແມັດ, ຄວາມຍາວຂອງສັນເຂື່ອນມີ 395 ແມັດ ເນື້ອທີ່ອ່າງ ໂຕ່ງນໍ້າປະມານ 3,913 ກິໂລຕາແມັດ (km2) ສະເລ່ຍປະລິມານ ນໍ້າໄຫລເຂົ້າອ່າງ ປະມານ 110 ແມັດກ້ອນຕໍ່ວິນາທີ. ຈະມີກໍາລັງຕິດຕັ້ງ ທັງໝົດ 480 MW ແລະ ສາມາດຜະລິດ ພະລັງງານໄຟຟ້າໄດ້ 2,345 ລ້ານກິໂລວັດໂມງຕໍ່ປີ ແລະ ມີຄວາມສາມາດ ສ້າງລາຍຮັບ ໄດ້ປະມານ 152 ລ້ານໂດລາສະຫະ ລັດຕໍ່ປີ, ມູນຄ່າກໍ່ສ້າງທັງໝົດ 1,290,024,000 ໂດລາສະຫະລັດ ໂດຍແມ່ນ ທະນາຄານ ຂາເຂົ້າ-ຂາອອກ ສປຈີນ ເປັນຜູ້ສະໜອງເງິນກູ້ໄລຍະຍາວ, ໄລຍະເວລາກໍ່ສ້າງປະມານ 5 ປີ, ຄາດວ່າປີ 2020 ຈະສໍາເລັດ ໂດຍແມ່ນ ບໍລິສັດ  SINOHYDRO ຂອງສປ ຈີນ ເປັນ​ຜູ້​ຮັບ​ເໝົາກໍ່ສ້າງ, ໂຄງການດັ່ງກາວແມ່ນ ມີຜົນກະທົບທາງດ້ານສິ່ງແວດລ້ອມ ໃຫ້ໜ້ອຍທີ່ສຸດ ແລະ ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ ໃຫ້​ແກ່​ປະຊາຊົນ​ຈຳນວນ​ 1,500 ຄົນ ແລະ ພາຍຫລັງການກໍ່ສ້າງສຳເລັດ ກະແສໄຟຟ້າຈະສົ່ງເຂົ້າລະບົບໄຟຟ້າ ຂອງລັດວິສາຫະກິດໄຟຟ້າລາວ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...