Homeຂ່າວພາຍ​ໃນມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການປົກຄອງນະຄອນຫຼວງຜູ້ໃໝ່

ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການປົກຄອງນະຄອນຫຼວງຜູ້ໃໝ່

Published on

ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການປົກຄອງນະຄອນຫຼວງຜູ້ໃໝ່

ວັນ​ທີ 5 ທັນວາ 2013 ນີ້​ທີ່​ຫ້ອງ​ວ່າການ​ນະຄອນຫຼວງ​ວຽງ​ຈັນ ໄດ້​ມີ​ພິທີ​ມອບ-ຮັບ​ໜ້າທີ່​ຕຳແໜ່ງ ຫົວໜ້າ​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ລະຫວ່າງ​ຜູ້​ເກົ່າ ແລະ ຜູ້​ໃໝ່​ຂຶ້ນ ຊຶ່ງ​ມີ​ທ່ານ ສຸ​ກັນ ມະຫາລາດ ຄະນະ​ເລຂາທິການ​ສູນ​ກາງ​ພັກ ເລຂາ​ຄະນະ​ພັກ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ບັນດາ​ທ່ານ​ຄະນະ​ປະຈຳ​ພັກ ຄະນະ​ພັກ​ນະຄອນຫຼວງ ທ່ານ​ເຈົ້າເມືອງ ຮອງ​ເຈົ້າເມືອງ ຫົວໜ້າ ຮອງ​ຫົວໜ້າ​ພະແນກການ ແລະ ອົງການ​ທຽບ​ເທົ່າ ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ ພາຍ​ໃນ​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ.

ໂດຍ​ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ການ​ປົກຄອງ​ທ້ອງຖິ່ນ​ແຫ່ງ ​ສປປ ລາວ ແລະ ອີງໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ ຢູ່​ນະຄອນຫຼວງ​ວຽງ​ຈັນ ດັ່ງນັ້ນ ຂັ້ນ​ເທິງ​ກໍ​ຄື​ຄະນະ​ເລຂາທິການ​ສູນ​ກາງ​ພັກ ນາຍົກລັດຖະມົນຕີ ແລະ ທ່ານ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ອອກ​ຄຳ​ສັ່ງ ແລະ ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ແຕ່ງຕັ້ງ ແລະ ຍົກຍ້າຍ ທ່ານ ພອຍ​ຄຳ ຮຸ່ງ​ບຸນ​ຍວງ ຄະນະ​ປະຈຳ​ພັກ ເລຂາ​ພັກ​ເມືອງ ເຈົ້າເມືອງ​ຈັນທະ​ບູ​ລີ ໄປ​ຮັບ​ໜ້າທີ່​ໃໝ່​ເປັນ​ຫົວໜ້າ​ຫ້ອງ​ວ່າການ​ປົກຄອງ ນະຄອນຫຼວງ​ວຽງ​ຈັນ ແລະ ຍົກຍ້າຍ​ທ່ານ​ນາງ ບົວ​ລອນ ວົງ​ດາລາ​ແສນ ຄະນະ​ພັກ ຫົວໜ້າ​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ​ຜູ້​ເກົ່າ ໄປ​ຮັບ​ໜ້າທີ່​ໃໝ່​ເປັນ​ເລຂາ​ພັກ​ເມືອງ ເຈົ້າເມືອງ​ຈັນທະ​ບູ​ລີ ພ້ອມ​ນີ້ ທ່ານ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ຍັງ​ໄດ້​ອອກ​ຂໍ້​ຕົກລົງ​ແຕ່ງຕັ້ງ ທ່ານ ທອງ​ທິບ ສີ​ວິ​ໄຊ ຫົວໜ້າ​ຫ້ອງການ​ປັບປຸງ​ທຸລະ​ກິດ​ນະຄອນຫຼວງ​ວຽງ​ຈັນ ເປັນ​ຮອງ​ຫົວໜ້າ​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ທັງ​ເປັນ​ຜູ້​ຮັກສາ​ການ​ຫົວໜ້າ​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ແລະ ແຕ່ງຕັ້ງ​ທ່ານ ອິນ​ປອງ ທຸມມາ ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ນະຄອນຫຼວງ​ວຽງ​ຈັນ ແລະ ທ່ານ ສີ​ເພັດ ທຳ​ມະ​ວົງ ຫົວໜ້າ​ຂະແໜງ​ບໍລິຫານ-ການ​ເງິນ​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ເປັນ​ຮອງ​ຫົວໜ້າ​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ.

ທີມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...