spot_img
Homeຂ່າວການພັດທະນາຢືນຢັນຄະນະຜູ້ແທນລາວຈະເດີນທາງເຂົ້າຮ່ວມພິທີສົ່ງດາວທຽມຂຶ້ນສູ່ວົງໂຄຈອນຢູ່ ສປ.ຈີນ 

ຢືນຢັນຄະນະຜູ້ແທນລາວຈະເດີນທາງເຂົ້າຮ່ວມພິທີສົ່ງດາວທຽມຂຶ້ນສູ່ວົງໂຄຈອນຢູ່ ສປ.ຈີນ 

Published on

12208625_448884961981956_7944781739285965909_n

ຂປລ. ທ່ານ ສະກຸນຄໍາ ຮອງຫົວໜ້າຫ້ອງການ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານໄດ້ເປີດເຜີຍໃນວັນທີ 12 ພະຈິກ 2015 ນີ້ວ່າ: ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງ ສປປ ລາວຈະນໍາພາຄະນະເດີນທາງເຂົ້າຮ່ວມເປີດພິທີສົ່ງດາວທຽມດວງທໍາອິດຂອງລາວຄັ້ງປະຫວັດສາດຂຶ້ນສູ່ວົງໂຄຈອນ ເຊິ່ງພິທີດັ່ງກ່າວຈະຈັດຂຶ້ນໃນວັນທີ 21 ພະຈິກ 2015 ຢູ່ເມືອງຊີຊາງ ແຂວງສີສວນ ສປ.ຈີນ. ທ່າມກາງ ປວງຊົນລາວທັງຊາດຕ່າງກໍມີຄວາມອົກດີໃຈ ແລະ ພາກພູມໃຈຢ່າງຫລວງຫລາຍຕໍ່ກັບຜົນສໍາເລັດທີ່ພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າຍາດມາໄດ້ຕະຫລອດ 40 ປີຜ່ານມາ ພາຍຫລັງໄດ້ຮັບຊາບຂ່າວດັ່ງກ່າວນັ້ນ.

ກ່ອນໜ້ານັ້ນ ທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານໄດ້ລາຍລະຫວ່າງພິທີເຊັນສັນຍາຮ່ວມທຶນສ້າງຕັ້ງບໍລິສັດ ດາວທຽມລາວ ໃນຕຳແໜ່ງ 128,5 ອົງສາຕາເວັນອອກ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ມີຂຶ້ນໃນວັນທີ 30 ຕຸລາຜ່ານມານີ້ ທີ່ນະຄອນຫຼວງວຽງຈັນວ່າ: ດາວທຽມດວງທຳອິດຂອງລາວທີ່ມີຊື່ວ່າ Laosat-1 ຈະໄດ້ສົ່ງສູ່ວົງໂຄຈອນຂອງໂລກໃນວັນທີ 21 ພະຈິກທີ່ຈະມາເຖິງນີ້ ເຊິ່ງເປັນໄລຍະທີ່ປະຊາຊົນລາວທັງຊາດພວມ ສ້າງຂະບວນການຕ້ອນຮັບວັນສ້າງຕັ້ງ ສປປ ລາວ ຄົບຮອບ 40 ປີຢ່າງຟົດຟື້ນ.

12219393_448884965315289_9032316280212696884_n

ດາວທຽມລາວນີ້ ຈະເປັນຂອງຂວັນອັນລ້ຳຄ່າສຳລັບວັນປະຫວັດສາດສຳຄັນດັ່ງກ່າວ ພາຍຫລັງໄດ້ເລີ່ມກໍ່ສ້າງມາແຕ່ເດືອນພຶດສະພາ 2008 ດ້ວຍການຂໍຈອງ ແລະ ນຳໃຊ້ວົງໂຄຈອນ 128,5 ອົງສາ ດ້ວຍການນຳໃຊ້ທຶນຮອນເປັນຈຳນວນຫລາຍ ຈົນມາຮອດວັນທີ 11 ກໍລະກົດ 2012 ຈຶ່ງໄດ້ມີການເຊັນສັນຍາເງິນກູ້ກັບທະນາຄານຂາເຂົ້າ-ຂາອອກຂອງຈີນ ໃນວົງເງິນຫລາຍກວ່າ 258 ລ້ານໂດລາສະຫະລັດ.
ພາຍຫລັງສຳເລັດການສົ່ງດາວທຽມ Laosat-1 ຂຶ້ນສູ່ວົງໂຄຈອນແລ້ວ ຈະມີການສ້າງຕັ້ງບໍລິສັດຮ່ວມທຶນ ເຊິ່ງປະກອບມີລັດຖະບານລາວ ແລະ ບໍລິສັດຜູ້ມີປະສົບການດ້ານການບໍລິການດາວທຽມລະດັບສາກົນ ຄື: ລັດຖະບານລາວ 45% ບໍລິສັດ China-Pacific Mobile Telecommunications Satellite (APMT) ຂອງຈີນ 35% ບໍລິສັດ Space Star Technology (SSTC) ຂອງຈີນ 15% ແລະ ບໍລິສັດ Asia pacific Satellite Technology (APST) (ຮົງກົງ) 5% ການລົງນາມໃນສັນຍາຮ່ວມທຶນດັ່ງກ່າວ ແມ່ນເພື່ອຄວາມສະດວກໃຫ້ບໍລິສັດຮ່ວມທຶນ ມີຄວາມສະດວກໃນວຽກບໍລິການ ການສື່ສານຜ່ານດາວທຽມປະເພດຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ ເຊັ່ນ: ການສື່ສານສຳລັບວຽກງານຂອງລັດ ການໃຫ້ເຊົ່າຊ່ອງດາວທຽມ ການບໍລິການໂທລະພາບຜ່ານດາວທຽມ ການສື່ສານສຳລັບເຂດຊົນນະບົດ ແລະ ຫ່າງໄກສອກຫລີກ ການສຶກສາ ແລະ ການແພດທາງໄກ ລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ການສື່ສານໃນວຽກງານບັນເທົາທຸກ ແລະ ຟື້ນຟູຈາກໄພພິບັດ

ຂ່າວຈາກ ຂ່າວສານປະເທດລາວ

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...