Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄູບາຖືກຂ້າປາດຄໍ ທີ່ສະຫວັນນະເຂດ ຄາດເປັນການປຸ້ນຊັບ

ຄູບາຖືກຂ້າປາດຄໍ ທີ່ສະຫວັນນະເຂດ ຄາດເປັນການປຸ້ນຊັບ

Published on

 

ສະເທືອນໃຈຊາວພຸດ ເມື່ອມື້ຄືນນີ້ ວັນທີ 11 ພະຈິກ 2015 ໄດ້ເກີດເຫດ ມີການຄາຕະກຳພະສົງຂຶ້ນ ທີ່ວັດແຫ່ງໜຶ່ງ ຂອງແຂວງສະຫວັນນະເຂດ.

ຈາກຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ ພະອົງທີ່ມໍລະນະພາບນັ້ນ ຊື່ ຍາຄູບົວ ຈຳວັດຢູ່ວັດໃຫຍ່ໄຊຍະພູມ ເມືອງໄກກອນພົມວິຫານ ແຂວງສະຫວັນນະເຂດ. ຕໍ່ເຫດດັ່ງກ່າວນັ້ນ ແຫຼ່ງຂ່າວລາຍງານເພິ່ມວ່າ ມີເງິນຈຳນວນ 700,000 ບາດ (ສະກຸນເງິນໄທ) ຫາຍໄປ ພ້ອມກັບການຫາຍໂຕໄປຂອງບຸກຄົນໃກ້ຊິດ. ໃນຂະນະທີ່ບ່ອນເກີດເຫດ ມີຄຳແທ່ງຕົກຢູ່ນ້ຳໜັກ 1 ກິໂລກະລາມ.
ໃນເບື້ອງຕົ້ນຄາດວ່າເປັນການ ຄາຕະກຳເພື່ອຊິງຊັບ.

12234894_1077245535640451_5855676502054703077_n

12233163_200250353641717_692856764_n

 

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...