HomeມູມໄອທີລາວGoogle Chrome ປະກາດຢຸດຮອງຮັບການເຮັດວຽກເທິງ Windows XP ແລະ VISTA

Google Chrome ປະກາດຢຸດຮອງຮັບການເຮັດວຽກເທິງ Windows XP ແລະ VISTA

Published on

7120_15111112341324

ໃຜ​ທີ່​ເປັນ​ແຟນ Chrome ແລະ​ໃຊ້​ງານ​ຢູ່​ເທິງ Windows Xp ຫລື Vista ຄົງ​ຈະ​ເສຍ​ໃຈ​ກັບ​ຂ່າວ​ນີ້ ເມື່ອ​ທາງ Google ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ແລ້ວ​ວ່າ ຈະ​ຢຸດ​ການ​ສະໜັບສະໜູນ​ຮ່ວມ​ກັບ Windows XP, Vista ແລະ Mac OS X 10.6, 10.7 ແລະ 10.8

ສຳລັບ​ເຫດຜົນ​ຂອງ​ການ​ຕັດ​ສິນ​ໃຈ​ເທື່ອ​ນີ້ ສືບ​ເນື່ອງ​ຫລາຍ​ຈາກ Google ຕ້ອງ​ການ​ໃຫ້​ບຣາວ​ເຊີ​ມີ​ຄວາມ​ປອດ​ໄພ​ສູງ​ທີ່ສຸດ ຊຶ່ງ​ລະບົບ​ປະຕິບັດການ​ລຸ້ນ​ເກົ່າ​ນັ້ນ​ຂາດ​ການ​ອັບ​ເດດ ເຮັດໃຫ້​ມີ​ຂໍ້ຜິດພາດ​ເກີດ​ຂຶ້ນ ເປັນ​ການ​ຍາກ​ທີ່ Google ຈະ​ປິດກັ້ນຂໍ້ຜິດພາດ​ທີ່​ສົ່ງ​ຜົນ​ຕໍ່​ເວັບ​ບຣລາວ​ເຊີ​ໄດ້

ຢ່າງໃດ​ກໍ​ຕາມ​ຜູ້​ໃຊ້​ຈະ​ຍັງ​ຄົງ​ໃຊ້ Chome ໄດ້​ຄືເກົ່າ ພຽງ​ແຕ່​ຈະ​ບໍ່​ສາມາດ​ອັບ​ເດດ​ເວີລ໌​ຊັ່ນ​ໃໝ່​ໄດ້​ອີກ​ຕໍ່ໄປ

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...