spot_img
Homeມູມໄອທີລາວຂ່າວດີ!! Google Maps ເປີດລະບົບນຳທາງແບບບໍ່ຕ້ອງຕໍ່ເນັດໄດ້ແລ້ວ

ຂ່າວດີ!! Google Maps ເປີດລະບົບນຳທາງແບບບໍ່ຕ້ອງຕໍ່ເນັດໄດ້ແລ້ວ

Published on

7123_151112103118v9

ໃຜ​ທີ່​ເຄີຍ​ໃຊ້  Google Maps ຢູ່​ປະຈຳ​ຄົງ​ຈະ​ຮູ້​ວ່າ​ມັນ​ສະ​ດວກ ແລະ ​ຖືກຕ້ອງ​ຊ່ຳ​ໃດ ແຕ່​ຖ້າ​ເຂົ້າໄປ​ໃນ​ບ່ອນ​ທີ່​ອິນ​ເຕີເນັດ​ເຂົ້າ​ບໍ່​ເຖິງ ກໍ​ເທົ່າ​ນັ້ນ ເພາະ​ສາມາດ​ເປີດ​ເບິ່ງ​ໄດ້​ແຕ່​ແຜນ​ທີ່​ພຽງ​ຢ່າງ​ດຽວ ນຳ​ທາງ​ແລະ​ຄົ້ນ​ຫາ​ສະຖານ​ທີ່​ບໍ່​ໄດ້ ແຕ່​ມື້​ນີ້​ຜູ້​ໃຊ້​ງານ Google Maps ຄົງ​ຕ້ອງ​ຮ້ອງ​ດີ​ໃຈ ເພາະ Google Maps ສາມາດ​ເປີດ​ໃຫ້​ໃຊ້​ງານ​ການ​ນຳ​ທາງ​ແລະ​ຄົ້ນ​ຫາ​ສະຖານ​ທີ່​ແບບ Offline ໄດ້​ແລ້ວ

Google Maps ອັບ​ເດດ​ໃໝ່ ສາມາດ​ໃຫ້​ຜູ້​ໃຊ້​ງານ​ທຳການ​ຄົ້ນ​ຫາ​ສະຖານ​ທີ່ ແລະ​ໃຊ້​ລະບົບ​ນຳ​ທາງ​ໄປ​ຍັງ​ຈຸດ​ໝາຍ​ທີ່​ຕ້ອງ​ການ​ແບບ​ບໍ່​ຕ້ອງ​ມີ​ອິນ​ເຕີ​ເນັດ​ໄດ້​ແລ້ວ ພຽງ​ແຕ່​ເຈົ້າ​ເຂົ້າໄປ​ໃນ​ແຜນ​ທີ່​ເມືອງ​ນັ້ນໆ ແລ້ວ​ກົດ​ປຸ່ມ​ດາວໂຫລດ ເພື່ອ​ໂຫລດ​ແຜນ​ທີ່​ມາ​ເກັບ​ໄວ້​ໃນ​ເຄື່ອງ ແຕ່​ເວລາ​ດາວ​ໂຫລດ ແນະ​ນຳ​ວ່າ​ຄວນ​ເຮັດ​ຜ່ານ Wi-Fi ເພາະ​ໄຟລ໌​ມີ​ຂະໜາດ​ໃຫຍ່​ຫລາຍ ພຽງເທົ່າ​ນີ້​ກໍ​ຮຽບຮ້ອຍ​ແລ້​ວ ແຕ່  Google Maps ແບບ Offline ນີ້ ຍັງມີ​ຂໍ້​ຈຳ​ກັດ​ຢູ່​ທີ່​ວ່າ ບໍ່​ສາມາດ​ກວດ​ສອບ​ການ​ຈະລາຈອນ​ໃນ​ເສັ້ນ​ທາງ​ທີ່​ຈະ​ໄປ​ໄດ້ ແລະ​ຕອນ​ນີ້​ຍັງ​ສາມາດ​ໃຊ້​ໄດ້​ແຕ່​ໃນ​ລະບົບ Android ເທົ່າ​ນັ້ນ ສາວົກ iOS ຍັງ​ຄົງ​ຕ້ອງ​ລໍຖ້າ​ຕໍ່ໄປ

7123_15111210304208

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...