spot_img
Homeຂ່າວພາຍ​ໃນແຂວງຄຳມ່ວນ ເກັບກ່ຽວເຂົ້ານາປີ ສຳເລັດແລ້ວກ່ວາ 40%!

ແຂວງຄຳມ່ວນ ເກັບກ່ຽວເຂົ້ານາປີ ສຳເລັດແລ້ວກ່ວາ 40%!

Published on

4-1

ຄະນະຮັບຜິດຊອບ ຂະແໜງປູກຝັງພະແນກກະສິ ກຳ ແລະ ປ່າໄມ້ແຂວງຄຳ ມ່ວນ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຕາມແຜນການຄາດຄະ ເນເນື້ອທີ່ຜະລິດເຂົ້ານາປີ ໃນທົ່ວແຂວງສູ້ຊົນໃຫ້ໄດ້ 82.220 ເຮັກຕາ, ຄາດຄະເນໝົດແນວ ປູກ 4.933 ໂຕນ, ຄາດຄະເນ ສະມັດຖະພາບສະເລ່ຍໃຫ້ໄດ້ 3,8 ໂຕນ/ເຮັກຕາ, ຄາດຄະເນ ຜົນຜະລິດ 312.200 ໂຕນ.

ຜ່ານໄລຍະການຈັດຕັ້ງປະຕິບັດ ເກີດມີສະພາບແຫ້ງແລ້ງ ເຮັດໃຫ້ກ້າຖືກເສຍຫາຍ 720 ໂຕນ, ໃນຈຳນວນ 6 ເມືອງຄື: ມະຫາໄຊ, ຫີນບູນ, ຍົມມະລາດ, ບົວລະພາ, ນາກາຍ ແລະ ເຊບັ້ງໄຟ. ການຜະລິດເຂົ້ານາ ປີ ສາມາດ ຈັດຕັ້ງປະຕິບັດໃນ ເນື້ອທີ່ 73.818 ເຮັກຕາ ເທົ່າ ກັບ 90% ຂອງເນື້ອທີ່ແຜນການ, ໃນນັ້ນມີເນື້ອທີ່ນາດຳ 68.465 ເຮັກຕາ, ນາຫວ່ານ 5.036 ເຮັກຕາ, ນາຝົນ 2 ເຮັກຕາ, ນາຢອດ 10,3 ເຮັກ ຕາ, ນາໄຮ່ໃຫຍ່ 305 ເຮັກ ຕາ, ເນື້ອທີ່ນາ ຫວ່ານຖືກເສຍ ຫາຍຍ້ອນໄພແຫ້ງແລ້ງ 26 ເຮັກຕາ. ມາຮອດກາງເດືອນ ກໍລະກົດປີ 2015 ໄດ້ເກີດມີ ຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມເນື້ອ ທີ່ນາລວມແລ້ວໃນທົ່ວແຂວງມີ ເນື້ອທີ່ນ້ຳຖ້ວມທັງໝົດ 10.956 ເຮັກຕາ, ເສຍຫາຍ 4.213 ເຮັກຕາ, ເນື້ອທີ່ນາປີຍັງເຫຼືອ ຕົວຈິງ 69.579 ເຮັກຕາເທົ່າ ກັບ 85% ການເກັບກ່ຽວມ້ຽນ ມັດເຂົ້ານາປີໄດ້ເລີ່ມລົງມືແຕ່ ວັນທີ 14 ຕຸລາ 2015, ມາຮອດ ປະຈຸບັນສາມາດເກັບກ່ຽວໄດ້ 29.395 ເຮັກຕາ ເທົ່າກັບ 42%.

ສຳລັບແຜນການປູກພືດ ລະດູແລ້ງ ສົກປີ 2015-2016 ທົ່ວແຂວງໃຫ້ໄດ້ 10.943 ເຮັກ ຕາ, ຄາດຄະເນສະມັດຖະພາບ ຂອງຜົນຜະລິດສະເລ່ຍໃຫ້ໄດ້ 6,16 ໂຕນ/ເຮັກຕາ, ຄາດຄະ ເນຜົນຜະລິດ 67.412 ໂຕນ. ຜ່ານການ ຈັດຕັ້ງປະຕິບັດການ ປູກພືດລະດູແລ້ງໄດ້ເລີ່ມລົງ ມືມາແຕ່ຕົ້ນເດືອນຕຸລາ 2015 ມາຮອດປະຈຸບັນສາມາດປະ ຕິບັດໄດ້ໃນເນື້ອທີ່ 4.845 ເຮັກ ຕາ ເທົ່າກັບ 44%. ດ້ານການ ຜະລິດເຂົ້າໄຮ່ຕາມແຜນການ ຂອງແຂວງແມ່ນຢຸດຕິການ ເຮັດໄຮ່ແບບເລື່ອນລອຍຫັນມາ ເຮັດໄຮ່ຄົງທີ່ໃນທົ່ວແຂວງ ຊຶ່ງ ຢູ່ແຂວງຄຳມ່ວນແມ່ນມີພຽງ 2 ເມືອງທີ່ປູກເຂົ້າໄຮ່ຄື: ບົວລະ ພາ ແລະ ນາກາຍ. ຕາມແຜນ ປີ 2015 ຂອງເມືອງບົວລະພາ ແລະ ເມືອງນາກາຍເນື້ອທີ່ຜະ ລິດເຂົ້າໄຮ່ສູ້ຊົນໃຫ້ໄດ້ 250 ເຮັກຕາຄາດຄະເນສະມັດຖະ ພາບ 2 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 500 ໂຕນ. ການຜະລິດເຂົ້າເນີນສູງໄດ້ ເລີ່ມລົງມືປູກແຕ່ວັນທີ 5 ພຶດ ສະພາ 2015, ມາຮອດປະຈຸ ບັນໄດ້ສຳເລັດແລ້ວ 100%, ການເກັບກ່ຽວມ້ຽນມັດເຂົ້າໄຮ່ ໄດ້ເລີ່ມລົງມືມາແຕ່ຕົ້ນເດືອນ ຕຸລາ 2015 ມາຮອດປະຈຸບັນ ສາມາດປະຕິບັດໄດ້ໃນເນື້ອທີ່ 190 ເຮັກຕາ ເທົ່າກັບ 75%.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...