Homeຂ່າວພາຍ​ໃນລາວ ຍັງສ່ຽງ ຈຶ່ງຈຳເປັນສືບຕໍ່ສີດພົ່ນຢາຂ້າເຊື້ອພະຍາດ ຢູ່ດ່ານຂົວມິດຕະພາບ ລາວ-ໄທ 1

ລາວ ຍັງສ່ຽງ ຈຶ່ງຈຳເປັນສືບຕໍ່ສີດພົ່ນຢາຂ້າເຊື້ອພະຍາດ ຢູ່ດ່ານຂົວມິດຕະພາບ ລາວ-ໄທ 1

Published on

ລາວ ຍັງສ່ຽງ ຈຶ່ງຈຳເປັນສືບຕໍ່ສີດພົ່ນຢາຂ້າເຊື້ອພະຍາດ ຢູ່ດ່ານຂົວມິດຕະພາບ ລາວ-ໄທ 1

ພາຍຫຼັງ​ທີ່​ມີ​ການ​ລະບາດ​ຂອງ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​ເຂົ້າ​ມາ​ລົບ​ກວນ ເລີ່ມ​ແຕ່​ໄລຍະ​ຊຸມ​ປີ 2001-2004 ຢູ່​ປະເທດ​ເພື່ອນ​ບ້ານ ແລະ ຢູ່​ຫຼາຍ​ປະເທດ​ໃນ​ໂລກ ກໍ​ຄື​ຢູ່ ​ສປປ ລາວ​ເຮົາ ກໍ​ໄດ້​ມີ​ການ​ລະບາດ​ຂຶ້ນ ໃນ​ປີ 2004 ອັນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ເປັນ​ຈຳນວນ​ຫຼວງຫຼາຍ ເຊິ່ງ​ສາເຫດ​ຕົ້ນຕໍ​ຂອງ​ການ​ລະບາດ ແມ່ນ​ມາ​ຈາກ​ການ​ເຄື່ອນ​ຍ້າຍ​ຂອງ​ເຊື້ອ​ພະຍາດ ຈາກ​ຈຸດ​ທີ່​ມີ​ການ​ລະບາດ ໂດຍ​ມາ​ກັບ​ສັດ ຜະລິດ​ຕະ​ພັນ​ສັດ ອຸປະກອນ​ການ​ລ້ຽງສັດ ພາຫະນະ ແລະ ລວມ​ທັງ​ຄົນ​ເຮົາ ທີ່​ໄດ້​ສຳຜັດ​ກັບ​ເຊື້ອ​ພະຍາດ ແລະ ການ​ສຳຜັດ​ສັດ​ປີກ​ທີ່​ແຂງແຮງ ທາງ​ພະ​ແນກ​ກະສິກຳ-ປ່າໄມ້​ນະຄອນຫຼວງ​ວຽງ​ຈັນ ກໍ​ຄື​ຂະແໜງ​ລ້ຽງສັດ ແລະ ການ​ປະມົງ ກໍ​ໄດ້​ເອົາໃຈໃສ່​ເຝົ້າ​ລະວັງ​ຢ່າງ​ໃກ້ຊິດ ໂດຍ​ສະເພາະ ຢູ່​ຈຸດ​ດ່ານ​ຂົວ​ມິດຕະພາບ​ລາວ-ໄທ 1 ກໍ​ໄດ້​ມີ​ການ​ເຝົ້າ​ລະວັງ ໄດ້​ມີ​ການ​ສ້າງຕັ້ງ​ຈຸດ​ສີດ​ພົ່ນ​ຢາ​ຂ້າ​ເຊື້ອ​ພະຍາດ​ໄຂ້​ຫວັດ​ສັດ​ປີກ ເພື່ອ​ໃຫ້​ບໍລິການ​ສີດ​ພົ່ນ​ຢາ​ຂ້າ​ເຊື້ອ​ໃຫ້​ແກ່​ພາຫະນະ​ທີ່​ຈະ​ເຂົ້າ​ມາ ​ສປປ ລາວ ເຮົາ​ນັ້ນ ກໍ​ເພາະວ່າ​ນະຄອນຫຼວງ​ວຽງ​ຈັນ (ຂົວ​ມິດຕະພາບ 1 ລາວ-ໄທ) ເປັນ​ຊ່ອງ​ທາງ​ຂົນສົ່ງ​ສິນຄ້າ ແລະ ການ​ເຂົ້າ-ອອກ ໄປ-ມາ ຂອງ​ຜູ້​ຄົນ​ນັກ​ທ່ອງ​ທ່ຽວ​ປີ​ລະ​ຫຼາຍ​ລ້ານ​ຄົນ ຊ່ອງ​ທາງ​ດັ່ງກ່າວ ຍິ່ງ​ຕ້ອງ​ໄດ້​ເພີ່ມ​ຄວາມ​ເອົາໃຈໃສ່​ໃນ​ການ​ສະກັດ​ກັ້ນ ແລະ ປ້ອງ​ກັນ​ພະຍາດ ທີ່​ອາດ​ຈະ​ເຂົ້າ​ມາ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊີວິດ ແລະ ສັດລ້ຽງ​ໃນ​ບໍລິເວນ​ກວ້າງ​ຢູ່​ນະຄອນຫຼວງ ແລະ ແຂວງ​ອື່ນໆ​ໄດ້.

ທ່ານ​ນາງ ພັດ​ສະ​ລີ ພິດສະໄໝ ຫົວໜ້າ​ຂະແໜງ​ລ້ຽງສັດ ແລະ ການ​ປະມົງ ພະ​ແນກ​ກະສິກຳ-ປ່າໄມ້​ນະຄອນຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳພາດ​ວ່າ: ເມື່ອ​ປີ 2010 ໄດ້​ເກີດ​ມີ​ພະຍາດ​ໄຂ້​ຫວັດ​ສັດ​ປີກ ພະຍາດ​ຫູ​ໝູ​ກ່ຳ ປາກ​ເປືອຍ​ລົງ​ເລັບ ໄຂ້​ບວມ ພະຍາດ​ໄຂ້​ຫວັດ​ສາຍ​ພັນ​ໃໝ່ H1N1 ແລະ ໃນ​ປີ 2013 ກໍ​ເກີດ​ມີ​ພະຍາດ​ໄຂ້​ຫວັດ​ສັດ​ປີກ​ສາຍ​ພັນ​ໃໝ່​ຊະນິດ H7N9 ທີ່​ກຳລັງ​ແຜ່​ເຊື້ອ​ຈາກ​ສັດ​ສູ່​ສັດ ແລະ ສັດ​ສູ່​ຄົນ​ຢູ່​ໃນ​ປະເທດ​ເພື່ອນ​ບ້ານ ແລະ ຫຼາຍ​ປະເທດ​ໃນ​ໂລກ ເຊິ່ງ​ຢູ່ ​ສປປ ລາວ ກໍ​ຖື​ເປັນ​ປະເທດ​ທີ່​ມີ​ໄພ​ຂົ່ມຂູ່ ແລະ ມີ​ຄວາມ​ສ່ຽງ​ສູງ​ຕໍ່​ການ​ເກີດ​ພະຍາດ​ດັ່ງກ່າວ ອັນ​ຈະ​ກໍ​ໃຫ້​ເກີດ​ຜົນ​ກະທົບ​ດ້ານ​ລົບ​ຕໍ່​ສຸຂະພາບ​ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ດັ່ງນັ້ນ ຈຶ່ງ​ຍັງ​ຕ້ອງ​ສືບຕໍ່​ໃຫ້ການ​ບໍລິການ​ສີດ​ພົ່ນ​ຢາ​ຂ້າ​ເຊື້ອ​ພະຍາດ ເພື່ອ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ຕ່າງໆ​ມາ​ລະບາດ​ຢູ່ ​ສປປ ລາວ ຂອງ​ພວກ​ເຮົາ​ອີກ.

ຢ່າງໃດ​ກໍ​ດີ​ໃນ​ໄລຍະ​ຜ່ານ​ມາ ໄດ້​ເກີດ​ມີ​ຫາງ​ສຽງ​ຈົ່ມ​ວ່າ​ຂອງ​ສັງຄົມ ກ່ຽວ​ກັບ​ການ​ຂຶ້ນ​ຄ່າ​ບໍລິການ​ສີດ​ຢາ​ຂ້າ​ເຊື້ອ​ພະຍາດ ໃສ່​ຍານພາຫະນະ​ທີ່​ເຂົ້າ​ມາ ​ສປປ ລາວ ເຊິ່ງ​ພາຫະນະ​ທົ່ວ​ໄປ​ຈາກ​ລາຄາ 2.500 ກີບ ມາ​ເປັນ 5.000 ກີບ ແລະ ພາຫະນະ​ຂົນສົ່ງ​ສັດ​ຈາກ​ລາຄາ 5.000 ກີບ ມາ​ເປັນ 15.000 ກີບ ລວມ​ທັງ​ທີ່​ໄປ​ທີ່​ມາ​ຂອງ​ຈຳນວນ​ເງິນ​ດັ່ງກ່າວ.

ທ່ານ​ນາງ ພັດ​ສະ​ລີ ພິດສະໄໝ ໄດ້​ຊີ້​ແຈງ​ໃຫ້​ຮູ້​ວ່າ: ກ່ຽວ​ກັບ​ການ​ປັບ​ຄ່າ​ບໍລິການ​ສີດ​ພົ່ນ​ຢາ​ຂ້າ​ເຊື້ອ ແມ່ນ​ອີງ​ຕາມ​ລັດ​ຖະ​ບັນຍັດ​ຂອງ​ປະທານ​ປະເທດ​ແຫ່ງ ​ສປປ ລາວ ສະບັບ​ເລກ​ທີ 03/​ປປທ ລົງ​ວັນ​ທີ 19 ພະຈິກ 2008 ວ່າ​ດ້ວຍ​ຄ່າ​ທຳນຽມ ແລະ ຄ່າ​ບໍລິການ ແລະ ບົດ​ແນະນຳ​ຂອງ​ລັດຖະມົນຕີ​ວ່າການ ກະຊວງ​ການ​ເງິນ ສະບັບ​ເລກ​ທີ 0523/​ກງ ລົງ​ວັນ​ທີ 17 ມີນາ 2009 ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ລັດ​ຖະ​ບັນຍັດ​ຂອງ​ປະທານ​ປະເທດ​ແຫ່ງ ​ສປປ ລາວ ວ່າ​ດ້ວຍ​ຄ່າ​ທຳນຽມ ແລະ ການ​ບໍລິການ ມາດຕາ 06 ອັດຕາ​ຄ່າ​ບໍລິການ ດ້ານ​ວິຊາ​ການ​ຂອງ​ບັນດາ​ຂະແໜງການ​ກະ​ສີ​ກຳ ແລະ ປ່າໄມ້ ເຊິ່ງ​ໄດ້​ເລີ່ມ​ຕົ້ນ​ປະຕິບັດ​ແຕ່​ວັນ​ທີ 1/6/2012 ເປັນຕົ້ນ​ມາ ນອກຈາກ​ນີ້ ກໍ​ຍັງ​ມີ​ການ​ແຈ້ງ​ການ​ຂອງ​ທ່ານ​ຫົວໜ້າ​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ສະບັບ​ເລກ​ທີ 1134/​ຫປນ.ນວ ລົງ​ວັນ​ທີ 7/5/2012 ເຫັນ​ດີ​ໃຫ້​ຈັດ​ຕັ້ງ​ປະຕິບັດ​ເກັບ​ຄ່າ​ບໍລິການ ສີດ​ຟົ່ນ​ຢາ​ຂ້າ​ເຊື້ອ​ພະຍາດ​ຕາມ​ລັດ​ຖະ​ບັນຍັດ​ເລກ​ທີ 03/​ປປທ ໂດຍ​ຈຳນວນ​ເງິນ​ທີ່​ໄດ້​ຮັບ​ທັງ​ໝົດ ມອບ​ເຂົ້າ​ຄັງ​ເງິນ​ແຫ່ງ​ຊາດ​ຢ່າງ​ລວມ​ສູນ​ຕາມ​ລະບຽບ​ການ.

ທ່ານ​ນາງ ພັດ​ສະ​ລີ ພິດສະໄໝ ກ່າວ​ຕື່ມ​ວ່າ: ກ່ຽວ​ກັບ​ການ​ຂຶ້ນ​ຄ່າ​ບໍລິການ ການ​ສີດ​ພົ່ນ​ຢາ​ຂ້າ​ເຊື້ອ​ນີ້ ພວກ​ເຮົາ​ກໍ​ໄດ້​ມີ​ການ​ແຈ້ງ​ການ​ອອກ​ໄປ​ກ່ອນ​ໜ້າ​ນັ້ນແລ້ວ ຕາມ​ໜ້າ​ໜັງສື​ພີມ​ຕ່າງໆ ດັ່ງນັ້ນ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ຜູ້​ຂັບ​ຂີ່​ພາຫະນະ​ຜ່ານ​ໄປ-ມາ ບໍລິເວນ​ຂົວ​ມິດຕະພາບ​ແຫ່ງ​ທີ 1 ລາວ-ໄທ ໃຫ້​ມີ​ຄວາມ​ເຂົ້າໃຈ ແລະ ໃຫ້​ຄວາມ​ຮ່ວມ​ມື​ປະຕິບັດ ເພື່ອ​ເປັນ​ການ​ປ້ອງ​ກັນ​ໄວ້​ຈະ​ເປັນ​ການ​ດີ​ສຸດ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...