spot_img
Homeຂ່າວການສຶກສາກຽມສ້າງຫຼັກສູດປະລິນຍາໂທວິທະຍາສາດສັງຄົມສາຂາປະຊາກອນ ແລະ ການພັດທະນາ

ກຽມສ້າງຫຼັກສູດປະລິນຍາໂທວິທະຍາສາດສັງຄົມສາຂາປະຊາກອນ ແລະ ການພັດທະນາ

Published on

ວັນ​ທີ 10 ພະຈິກ​ນີ້, ມະຫາວິທ​ະຍາ​ໄລ​ແຫ່ງ​ຊາດ​​ໄດ້​ຮ່ວມ​ກັບ​ອົງການ​ສະຫະ​ປະຊາ​ຊາດ​ກອງ​ທືນສຳລັບ​ປະຊາກອນ ( UNFPA ) ຈັດກອງ​ປະຊຸມ​ປືກສາຫາລື​ກະກຽມ​ສ້າງ​ຫຼັກສູດ​ປະລິນຍາ​ໂທ​ວິ​ທະຍາ​ສາດ​ສັງຄົມ​ສາຂາ​ປະຊາກອນ ​ແລະການ​ພັດທະນາຂຶ້ນ, ​ໃນນະຄອນ ຫຼວງ​ວຽງ​ຈັນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານຮອງ​ສາ​ສະ​ດາ​ຈານ ດຣ ພຸດສິມ ​ມາລາ​ວົງ ຮອງ​ອະທິການ​ບໍດີ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ດົງໂດກ), ມີ​ຜູ້​ຕ່າງ​ໜ້າ​ຈາກ​ອົງການ UNFPA ,ສູນ​ສະຖິຕິ​ແຫ່ງ​ຊາດ,ບັນດາ​ກະຊວງ ​ແລະ ອົງການ​ຈັດັຕ້ງທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ເປັນ​ຈຳນວນຫຼາຍ.

​ຮອງ​ອະທິການ​ບໍດີ​ມະຫາວິທະຍາໄລແຫ່ງຊາດກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ເປັນ​ການ​ເຕົ້າ​​ໂຮມ​ຊ່ຽວຊານ​ດ້ານ​ການ​ສຶກສາ ​ແລະ ກະຊວງ​ກ່ຽວຂ້ອງ​ເພື່ອ​ປຶກສາຫາລື​ບັນຫາ ​ແລະ ສິ່ງ​ທ້າ​ທາຍ​ດ້ານ​ປະຊາ​ກອນ​ຢູ່​​ໃນປະ​ເທດເຮົາ ​ແລະຄວາມ​ຈຳ​ເປັນ​ຕໍ່​ການ​ສ້າງຫຼັກສູດ​ປະລິນຍາ​ໂທ​ວິ​ທະຍາ​ສາດ​ສັງຄົມ​ສາຂາ​ປະຊາກອນ ​ແລະ ການ​ພັດທະນາພາຍ​ໃຕ້​ຄະນະ​ວິທະຍາສາດ​ສັງຄົມມະຫາ​ຫາ​ວິທະຍາ​ໄລ​ແຫ່ງ​ຊາດ,​ ເພື່ອ​ປະກອບສ່ວນ​ເຂົ້າການ​ພັດທະນາ​ເສດຖະກິດ​-ສັງຄົມ​ແຫ່ງ​ຊາດ,​ ເນື່ອງ​ຈາກ​ຫຼັກສູດ​ດັ່ງກ່າວ​ແມ່ນ​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການ​ພັດທະນາ​ຊັບພະຍາກ​ອນມະນຸດ​ຂອງ​ປະ​ເທດ​ເຮົາ, ກໍຄື​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ ​ແລະ ນັກວິຊາ​ການ.

ຜູ້​ຕາງ​ໜ້າ​ອົງການ UNFPA ກ່າວ​ວ່າ: ການ​ປ່ຽນ​ແປງ​ດ້ານ​ປະຊາກອນ​ແມ່ນ​ມີ​ຄວາມ​ສຳຄັນ​ຫຼາຍ,​ ເນື່ອງ​ຈາກ​ວ່າ​ມັນ​ເປັນອົງ​ປະກອບ​ພື້ນຖານ​ຂອງ​ການວາງ​ແຜນ​ພັດທະນາ ​ເສດຖະ ກິດ-ສັງຄົມ ​ແລະ ​ໂຄງ​ສ້າງ​ຂອງ​ປະຊາກອນ​ລາວ​ກໍ​ມີ​ທ່າ​ອ່ຽງທີ່​ດີຕໍ່​ການ​ພັດທະນາ​ປະ​ເທດ​ຖ້າ​ຫາກ​ຜູ້​ຮ່າງ​ນະ​ໂຍບາຍ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ​ເຫັນ​ໄດ້​ເຖິງ​ຄວາມ​ສຳຄັນ ​ແລະ ນຳ​ໃຊ້​ເຂົ້າ​ໃນ​ຂະ​ບວນການວາງ​ແຜນ​ຢ່າງ​ຖືກຕ້ອງ ​​ແລະ ຖື​ວ່າຊັບພະຍາກອນ​ມະນຸດ​ແມ່ນ​ໜຶ່ງ​ໃນ​​ປັດ​ໄຈ​ຫຼັກ​ໃນ​ການ​ພັດທະນາ​ປະ​ເທດ, ​ໂດຍ​ສອດຄ່ອງ​ກັບ​​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ທີ​ສຸມ​ໃສ່​ການ​ລຶບ​ລ້າງ​ຄວາມທຸກ​ຍາກ ​ແລະ ຫຼຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...