spot_img
Homeຂ່າວການພັດທະນາດາວທຽມລາວດວງທໍາອິດຈະຖືກປ່ອຍຂຶ້ນສູ່ວົງໂຄຈອນໂລກໃນວັນທີ 21 ພະຈິກທີ່ຈະເຖິງນີ້

ດາວທຽມລາວດວງທໍາອິດຈະຖືກປ່ອຍຂຶ້ນສູ່ວົງໂຄຈອນໂລກໃນວັນທີ 21 ພະຈິກທີ່ຈະເຖິງນີ້

Published on

ຕາມແຫລ່ງຂ່າວຈາກສໍານັກຂ່າວສານປະເທດລາວວ່າ, ກະຊວງໄປສະນີ, ໂທລະຄົມມະນາຄົມແລະ ການສື່ສານໄດ້ເປີດເຜີຍວ່າ: ພິທີສົ່ງດາວທຽມຂອງລາວດວງທໍາອິດທີ່ມີຊື່ວ່າ: ລາວແຊັດ1 (Laosat-1) ຂຶ້ນສູ່ວົງໂຄຈອນໂລກຈະຈັດຂຶ້ນໃນວັນທີ 21 ພະຈິກທີ່ຈະເຖິງນີ້, ທີ່ເມືອງຊີຊາງ ແຂວງສີສວນ ສປ ຈີນ, ຊຶ່ງດາວທຽມດວງດັ່ງກ່າວແມ່ນຂອງຂວັນອັ້ນລໍ້າຄ່າ ແລະ ເປັນປະຫວັດສາດຂອງລາວເນື່ອງໃນໂອກາດສະເຫລີມສະຫລອງວັນປະຫວັດສາດສໍາຄັນຂອງຊາດກໍຄືວັນສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົບຮອບ 40 ປີກໍຄືວັນທີ 2 ທັນວາ2015 ທີ່ຈະເຖິງນີ້ ແລະ ໃນພິທີລົງນາມຮ່ວມທຶນສ້າງຕັ້ງບໍລິສັດດາວທຽມລາວ

ຢູ່ນະຄອນຫລວງວຽງຈັນ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້, ທ່ານລັດຖະມົນຕີວ່າການກະຊວງໄປສະນີ, ໂທລະຄົມມະນາຄົມແລະ ການສື່ສານຫຽມພົມມະຈັນໄດ້ໃຫ້ຮູ້ວ່າ: ດາວທຽມລາວດວງທໍາອິດຈະຢູ່ໃນຕໍາແໜ່ງ 128,5 ອົງສາຕາເວັນອອກ, ພ້ອມເປີດເຜີຍວ່າ: ດາວທຽມດັ່ງກ່າວເລີ່ມກໍ່ສ້າງມາແຕ່ເດືອນພຶດສະພາ 2008, ໂດຍນໍາໃຊ້ເງິນກູ້ຈາກທະນາຄານຂາເຂົ້າ-ຂາອອກຂອງຈີນ ຈໍານວນ 258 ລ້ານໂດລາສະຫະລັດ ແລະພາຍຫລັງສຳເລັດ​ການ​ສົ່ງ​ດາວ​ທຽມຂຶ້ນ​ສູ່​ວົງ​ໂຄຈອນ​ແລ້ວຈະ​ມີ​ການ​ສ້າງຕັ້ງ​ບໍລິສັດ​ຮ່ວມ​ທຶນຄື:ລັດຖະບານ​ລາວຖືຮຸ້ນ 45%, ບໍລິສັດ ໄຊນາ-ປາຊີຟີກ ໂມບາຍ ເທເລຄອມມູນິເຄຊັນ ແຊັດເທີໄລ (China-Pacific Mobile Telecom munications Satellite) ຂອງ ສປ​ຈີນ 35%, ບໍລິສັດສະເປດສະຕາລເທັກໂນໂລຢີ (Space Star Technology) ຂອງ ສປ​ ຈີນ 15% ແລະບໍລິສັດເອເຊຍປາຊີຟີກ ແຊັດເທີໄລ ເທັກໂນໂລຢີ (Asia pacific Satellite Technology) ຈາກຮົງ​ກົງ 5%ການ​ຮ່ວມ​ທຶນ​ດັ່ງກ່າວແມ່ນ​ເພື່ອ​ຄວາມ​ສະດວກ​ໃນ​ວຽກ​ບໍລິການການ​ສື່ສານ​ຜ່ານ​ດາວ​ທຽມປະເພດ​ຕ່າງໆເຊັ່ນ: ການ​ສື່ສານ​ສຳລັບ​ວຽກ​ງານ​ຂອງ​ລັດ, ການ​ໃຫ້​ເຊົ່າ​ຊ່ອງ​ດາວທຽມ, ການ​ບໍລິການ​ໂທລະພາບ​ຜ່ານ​ດາວ​ທຽມ, ການ​ສື່ສານ​ສຳລັບ​ເຂດ​ຊົນນະບົດ ແລະ ຫ່າງ​ໄກ​ສອກຫລີກ,ການ​ສຶກ​ສາ ແລະ ການ​ແພດ​ທາງໄກ, ລະບົບ​ໂທລະ​ຄົມມະນາຄົມ ແລະ ອິນ​ເຕີ​ເນັດການ​ສື່ສານ​ໃນ​ວຽກງານ​ບັນເທົາ​ທຸກ ແລະ ຟື້ນ​ຟູ​ຈາກ​ໄພພິບັດ​.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...