spot_img
HomeມູມໄອທີລາວAmpere ແອັບ ກວດສອບສະຖານະການສາກໄຟສຳລັບ Android

Ampere ແອັບ ກວດສອບສະຖານະການສາກໄຟສຳລັບ Android

Published on

Ampere_H

ດາວໂຫລດ Ampere ແອັບພິເຄຊັ່ນກວດສອບສະຖານະການສາກໄຟ ສຳລັບອຸປະກອນ Android ວ່າຊ້າ ຫລືໄວ ເຊື່ອວ່າຜູ້ໃຊ້ສະມາດໂຟນໃນປະຈຸບັນຫລາຍຄົນສົງໄສວ່າການໃຊ້ອຸປະກອນສາກໄຟທີ່ມີຂະໜາດນ້ອຍໃຫຍ່ຕ່າງກັນຢ່າງໃດ ມື້ນີ້ເຮົາມີແອັບ ກວດສອບສະຖານະການສາກໄຟ ສຳລັບຜູ້ໃຊ້ງານເທິງອຸປະກອນ Android ມາແນະນຳ ຊຶ່ງໜ້າຈະເປັນປະໂຫຍດກັບຜູ້ໃຊ້ງານດັ່ງກ່າວບໍ່ຫລາຍກໍໜ້ອຍ ໂດຍສະເພາະຜູ້ທີ່ຕ້ອງການຢາກຮູ້ຂໍ້ມູນຕ່າງ ໆ ກ່ຽວກັບການສາກໄຟມືຖືແຕ່ລະເທື່ອ Ampere ເປັນແອັບພິເຄຊັ່ນສຳລັບການກວດສອບສະຖານະການຈ່າຍໄຟໃນຂະນະທີ່ກຳລັງສາກໄຟອຸປະກອນ Android ໂດຍຕົວແອັບ ຈະສະແດງຂໍ້ມູນຄວາມໄວໃນການສາກແຕ່ລະເທື່ອວ່າໄວຊ່ຳໃດ ຫລືໃຊ້ປະລິມານໄຟເທົ່າໃດໃນຂະນະທີ່ສາກແບັດຢູ່ ເປັນຕົ້ນ ບໍ່ພຽງເທົ່ານີ້ ແອັບ Ampere ຍັງສາມາດເລືອກສະແດງຜົນການສາກເທິງໜ້າຈໍເປັນແບບ Widget ໄດ້ອີກດ້ວຍ ລວມເຖິງຍັງສາມາດໃຊ້ທົດສອບກັບສະມາດໂຟນທີ່ມີເທກໂນໂລຍີ Fast Charging ໄດ້ອີກດ້ວຍ ງານນີ້ໃຜທີ່ໃຊ້ງານເທິງອຸປະກອນດັ່ງກ່າວ ແລະຕ້ອງການຢາກຮູ້ຂໍ້ມູນຕ່າງ ໆ ໃນການສາກບໍ່ຄວນພາດ

Ampere_6-horz Ampere_3 Ampere_2

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...