Homeຂ່າວພາຍ​ໃນບໍລິສັດໄດ​ອິຈິ​ເດັນ​ຊິ​ລາວຢືນຢັນ ບໍ່ໄດ້ປ່ອຍສານ​ພິດອອກຈາກໂຮງງານ

ບໍລິສັດໄດ​ອິຈິ​ເດັນ​ຊິ​ລາວຢືນຢັນ ບໍ່ໄດ້ປ່ອຍສານ​ພິດອອກຈາກໂຮງງານ

Published on

ບໍລິສັດໄດ​ອິຈິ​ເດັນ​ຊິ​ລາວຢືນຢັນ ບໍ່ໄດ້ປ່ອຍສານ​ພິດອອກຈາກໂຮງງານ

factory

ທ່ານນາງ ພະນິດາ ​ໄຊ​ຍະ​ວົງ ຫົວໜ້າພະ​ແນ​ກບໍລິຫານ, ການ​ບັນຊີ ​ແລະບໍລິຫານ​ຄຸ້ມ​ຄອງບຸກຄະລາ​ກອນ ບໍລິສັດ​ ໄດ​ອິຈິ​ເດັນ​ຊິ​ລາວ, ເຊິ່ງຜະລິດສາຍໄຟຟ້າອີເລັກໂຕຼນິກ ຢູ່ເຂດອຸດສະຫະກໍາໂນນທອງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ອອກ​ມາຊີ້ແຈງຜ່ານສື່ມວນຊົນ ໃນວັນທີ 9 ພະຈິກນີ້, ພາຍຫລັງເກີດກະແສວິຈານ ຈາກປະຊາຊົນໃກ້ຄຽງວ່າບໍລິສັດ​ໄດ້​ລັກປ່ອຍ ​ສານ​ພິດອັນຕະ ລາຍອອກມານອກໂຮງງານ ຈົນເຮັດໃຫ້ປະຊາຊົນຈໍານວນບໍ່ໜ້ອຍ ມີອາການແພ້ສານເຄມີດັ່ງກ່າວ, ໂດຍໄດ້ຢືນຢັນວ່າບໍ່ເປັນຄວາມຈິງຄືດັ່ງຖືກກ່າວຫາ.

ທ່ານ ນາງ ພະນິດາ ກ່າວວ່າ ກ່ອນໜ້ານີ້ບໍລິສັດ​ໄດ້​ຈ້າງບໍລິສັດໜຶ່ງ ມາພົ່ນຢາຂ້າແມງໄມ້ໃນໂຮງງານ, ແຕ່ບໍລິສັດດັ່ງກ່າວ​ໄດ້​ໃສ່​ສານ​ຢາຂ້າ​ແມງ​ໄມ້​ ເກີນ​ຂະໜາດ​ ແລະ ສົ່ງ​ຜົນ​ກະທົບ​ຕໍ່ພະ​ນັກ​ງານ​ ຂອງໂຮງງານທີ່​ມາ​ເຮັດວຽກໃນ​ມື້​ຕໍ່​ມາ ຫລາຍກວ່າ 80 ຄົນໃນ ຈໍານວນພະນັກງານ 400 ກວ່າຄົນ, ໂດຍມີ​ອາການເຈັບຫົວ, ປວດ​ຮາກ, ບາງ​ຄົນມີ​ອາການ​ຕີນ​ມື​ສັ່ນ​, ຫລັງ​ຈາກ​ນັ້ນທາງ​ບໍລິສັດກໍ​ຮີບ​ຮ້ອນ ນຳ​ສົ່ງ​ຄົນ​ເຈັບ​ໄປ​ໂຮງໝໍໃກ້​ຄ້ຽງ ເພື່ອຮັບການ​ປິ່ນປົວຈົນມີ​ອາການ​ປອດ​ໄພ,  ພ້ອມທັງ​ໃຫ້ການ​ຊ່ວຍ​ເຫລືອເບິ່ງ​ແຍງ ຜູ້​ທີ່ປ່ວຍໃຫ້​ພັກຜ່ອນ​ຢູ່​​ເຮືອນຈົນມີ ສຸຂະພາບແຂງແຮງດີ ແລະ ສາມ​າດ​ມາເຮັດ​ວຽກ​ໄດ້​​ເປັນ​ປົກ ກະຕິແລ້ວ, ສະນັ້ນ ຈຶ່ງຂໍໃຫ້ສັງຄົມເຂົ້າໃຈຕາມນີ້.

ຂ່າວຈາກ:
ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...