spot_img
Homeຂ່າວຕ່າງປະເທດອອງຊານຊູຈີ ໝັ້ນໃຈຈະຊະນະເລືອກຕັ້ງ

ອອງຊານຊູຈີ ໝັ້ນໃຈຈະຊະນະເລືອກຕັ້ງ

Published on

MYANMAR-POLITICS-ELECTION

ຣອຍເຕີ ແລະເອພີ ຕ່າງກໍລາຍງານວ່າ ອອງຊານຊູຈີ ຫົວໜ້າພັກຝ່າຍຄ້ານຂອງມຽນມາ ເວົ້າອອກມາແບບຜິວເຜີນເຖິງ ໄຊຊະນະ ຂອງພັກໃນການເລືອກຕັ້ງ ຄັ້ງປະຫວັດສາດ ແລະຮຽກຮ້ອງໃຫ້ຜູ້ສະໜັບສະໜຸນ ບໍ່ໃຫ້ຍຸແຫຍ່ຄູ່ແຂ່ງ.

ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕຂອງຊູຈີ ຄາດວ່າຈະຊະນະການເລືອກຕັ້ງ ເມື່ອວັນອາທິດ 8 ພະຈິກ 2015 ທີ່ຜ່ານມາ ແລະສ້າງຄວາມພ່າຍແພ້ ໃຫ້ແກ່ພັກສະຫະສາມັກຄີ ແລະການພັດທະນາ (USDP).

ຊູຈີ ກ່າວຕໍ່ປະຊາຊົນທີ່ສຳນັກງານໃຫຍ່ ພັກNLD ໃນມື້ນີວ່າ ອາດຈະໄວເກີນໄປທີ່ສະແດງຄວາມຍິນດີ ຕໍ່ຜູ້ສະໝັກຮັບເລືອກຕັ້ງຂອງພັກ ທີ່ຈະເປັນຜູ້ຊະນະ.

“ຂ້າພະເຈົ້າຕ້ອງການຢ້ຳເຕືອນທຸກຄົນ ແມ່ນແຕ່ຜູ້ສະໝັກທີ່ບໍ່ຊະນະວ່າ ຕ້ອງຍອມຮັບຜູ້ຊະນະ ແລະເປັນສິ່ງສຳຄັນທີ່ຈະບໍ່ຍົ້ວຍຸ ຜູ້ສະໝັກທີ່ບໍ່ຊະນະໃຫ້ຮູ້ສຶກບໍ່ດີ” ນາງຊູຈີກ່າວ.

ຊູຈີກ່າວວ່າ ຜົນຂອງການປ່ອນບັດຄັດເລືອກ ຍັງບໍ່ມີການປະກາດໃນໄວໆ ນີ້ ແຕ່ຄິດວ່າທຸກຄົນຮູ້ຢູ່ໃນໃຈແລ້ວ່າ ຜົນການເລືອກຕັ້ງມັນເປັນແນວໃດ.

ວິນ ເຕັງ ໂຄສົກພັກຝ່າຍຄ້ານຂອງຊູຈີ ກ່າວວ່າ ພັກຊະນະຄະແນນປະມານ 50-80% ໃນ 14 ລັດຂອງປະເທດ. ແລະເຜີຍຕໍ່ສຳນັກຂ່າວຕ່າງປະເທດວ່າ ຄວາມແຂງແກ່ນຂອງພັກສະແດງ ໃຫ້ເຫັນໃນລັດທີ່ເປັນດິນແດນສ່ວນກາງ ທີ່ພັກສາມາດຄອງສ່ວນແບ່ງຄະແນນ ໄດ້ເຖິງ 80% ສ່ວນລັດທີ່ເປັນພື້ນທີ່ຊາດພັນ ສຽງສະໜັບສະໜຸນຫຼຸດລົງເັລກນ້ອຍ ທີ່ 70-50%.

“ທັງໝົດນີ້ຈະຕ້ອງໄດ້ຮັບການຢືນຢັນ ຈາກຄະນະກຳມະການເລືອກຕັ້ງ ສະຫະພັາບ ແຕ່ເຮົາໝັ້ນໃຈ ກ່ຽວກັບໂຕເລກພວກນັ້ນ” ວິນ ເຕັງ ກ່າວ

ດ້ານຜູ້ຮັກສາການຫົວໜ້າພັກ ລັດຖະບານຂອງມຽນມ່າຍອມຮັບ ຕໍ່ຝ່າຍຄ້ານຂອງອອງຊານຊູຈີ ໃນມື້ນີ (9 ພະຈິກ) ແລະກ່າວວ່າ ຈະຍອມຮັບຜົນການເລືອກຕັ້ງ ທີ່ເສລີເປັນຄັ້ງທຳອິດຂອງປະເທດ ໃນຮອບ 25 ປີ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...